ຊັດເຈນແລ້ວ ໃຜຈະໄປຕ່າງແຂວງຜ່ານການບິນລາວ ຕ້ອງປະຕິບັດຕາມາດຕະການຂອງເພິ່ນ

856

ຫຼັງຈາກທີ່ລັດວິສາຫະກິດການບິນລາວໄດ້ປະກາດມື້ວານນີ້ຈະເປີດຖ້ຽວບິນໄປຍັງບັນດາແຂວງເລີ່ມແຕ່ວັນທີ 25 ມິຖຸນາ ກໍ່ຄືວັນສຸກນີ້ເປັນຕົ້ນໄປ ເຊິ່ງປະກອບມີແຂວງຊຽງຂວາງ, ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ, ແຂວງຈຳປາສັກ ແລະຈະບິນໄປສະຫວັນນະເຂດເປັນແຂວງທີ 6 ວັນທີ 2 ກໍລະກົດ 2021.

ແນວໃດກໍ່ດີ ດ້ວຍສະພາບການລະບາດຂອງໂຄວິດ-19 ທີ່ຍັງບໍ່ເປັນສູນເທື່ອ ເພື່ອປ້ອງກັນບໍ່ໃຫ້ເກີດມີການແຜ່ເຊື້ອອັນເກີດຈາກການເດີນທາງ ລັດວິສາຫະກິດການບິນລາວໄດ້ກຳນົດມາດຖານຈຳນວນໜຶື່ງພາຍໃຕ້ຂອບການຊີ້ນຳຂອງຄະນະສະເພາະກິດ ສຳລັບລາຍລະອຽດຖ້ຽວບິນ ແລະ ເງື່ອນໄຂ,ມາດຕະການສຳລັບການເດີນທາງກັບສາຍການບິນລາວມີດັ່ງນີ້ :

ຜູ້ໂດຍສານຕ້ອງໄດ້ສະແດງຫຼັກຖານການສັກວັກຊີນ Covid-19 ຄົບສອງເຂັມ ຫຼື ມີໃບອະນຸຍາດການເດີນທາງຈາກຄະນະສະເພາະກິດ Covid-19 ຂັ້ນນະຄອນຫຼວງ ຫຼື ຂັ້ນແຂວງໃນເວລາຈອງປີ້ເຮືອບິນ ແລະ ກ່ອນການເດີນທາງ.


ຜູ້ໂດຍສານຕ້ອງໄດ້ຜ່ານການວັດແທກອຸນຫະພູມກ່ອນການເດີນທາງ,ມີການລ້າງມືດ້ວຍສະບູ ຫຼື ເຈລລ້າງມືກ່ອນເຂົ້າໃຊ້ບໍລິການໃນທຸກຖ້ຽວບິນ.

ຕ້ອງສວມໃສ່ຜ້າປິດປາກ-ດັງ ຕະຫຼອດການເດີນທາງ ແລະ ເຂດອາຄານຜູ້ໂດຍສານຢ່າງເຂັ້ມງວດ ພ້ອມດຽວກັນຕ້ອງໄດ້ຮັກສາ-ເວັ້ນໄລຍະຫ່າງ ໃນສະຖານທີ່ແຈ້ງປີ້ ແລະ ເວລາຂື້ນເຮືອບິນ.