ຄວາມຫວັງຂອງອຸດສາຫະກຳການບິນ

302

ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳການບິນຢ່າງໜັກໜ່ວງ, ຫຼາຍສາຍການບິນຈຳເປັນຕ້ອງໄດ້ຢຸດຕິການບໍລິການ, ອີກຫຼາຍສາຍການບິນຕ້ອງຫຼຸດພະນັກງານລົງ ເພື່ອຫຼຸດລາຍຈ່າຍປະຄອງທຸລະກິດ ແລະ ອີກຫຼາຍສາຍການບິນລັດຖະບານຕ້ອງຍື່ນມືເຂົ້າຊ່ວຍເຫຼືອ ເພື່ອໃຫ້ກິດຈະການດຳເນີນຕໍ່ໄປໄດ້, ໃນຂະນະດຽວກັນ ບໍລິສັດຜູ້ຜະລິດຍົນໂດຍສານ ກໍໄດ້ຮັບຜົນກະທົບໄປຕາມໆກັນ.

ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ ( IATA ) ປະເມີນຄັ້ງຫຼ້າສຸດລະບຸວ່າ: ທ່າອ່ຽງຂອງອຸດສາຫະກຳການບິນບໍ່ໜ້າຟື້ນຕົວເທົ່າກັບກ່ອນເກີດການລະບາດໄດ້ໃນປີ 2023 ແຕ່ເຊື່ອວ່າອີກ 20 ປີຂ້າງໜ້າການຈໍລະຈອນທາງອາກາດຈະເພີ່ມຂຶ້ນ 2 ເທົ່າ, ປະລິມານຜູ້ໂດຍສານຈະເພີ່ມຂຶ້ນຈາກ 4,5 ພັນລ້ານເທື່ອຄົນ ໃນປີ 2019 ເປັນ 8,5 ພັນລ້ານເທື່ອຄົນ ໃນປີ 2039.

ຈາກການປະເມີນຂອງ IATA ໄດ້ເຮັດໃຫ້ບໍລິສັດຜະລິດຍົນຍັກໃຫຍ່ຂອງໂລກເລີ່ມມີ ຄວາມຫວັງຂຶ້ນມາທັນທີ ໂດຍບໍລິສັດແອບັສຜູ້ຜະລິດຍົນຍັກ ໃຫຍ່ຈາກເອີຣົບ ໄດ້ເລັ່ງແຜນການຜະລິດຍົນ A320 ເຊິ່ງເປັນຍົນລຳຕົວແຄບທີ່ຂາຍດີທີ່ສຸດ ໂດຍເຊື່ອວ່າປີ 2023 ຄວາມຕ້ອງການການເດີນທາງທາງອາກາດຈະສົ່ງຜົນໃຫ້ຍົນຮຸ່ນດັ່ງກ່າວຜະລິດອອກມາເປັນສະຖິຕິໃໝ່ຂອງໂລກ.

ໃນຂະນະທີ່ບໍລິສັດໂບອິ້ງຂອງອາເມຣິກາ ຄາດການວ່າ: ນັບແຕ່ປີ 2022 – 2039 ທົ່ວໂລກຈະຕ້ອງການຍົນລຳໃໝ່ຫຼາຍເຖິງ 43.110 ລຳ ເຊິ່ງເພີ່ມຂຶ້ນເກືອບ 2 ເທົ່າຂອງຍົນໂດຍສານທີ່ມີທົ່ວໂລກ. ໃນຂະນະນີ້ໂດຍເຊື່ອວ່າປະມານ 40% ຂອງຍົນລຳໃໝ່ເຫຼົ່ານັ້ນຈະຢູ່ໃນພູມີພາກອາຊີ.

ທ່ານ ດາເຣັນ ຮັລສ ຮອງປະທານຝ່າຍການຕະຫຼາດຂອງໂບອິ້ງ ກ່າວວ່າ: ວິກິດອຸດສາຫະກຳການບິນຄັ້ງນີ້ຈະເປັນໄປໃນທຳນອງດຽວກັນກັບວິກິດການບິນຫຼັງເຫດການກໍ່ການຮ້າຍ 9/11 ນັ້ນ ກໍຄືອຸດສາຫະກຳການບິນຈະສາມາດຟື້ນຕົວໄດ້ໄວພຽງໃດ ແຕ່ເຊື່ອວ່າເມື່ອຜ່ານວິກິດນີ້ໄປອຸດສາຫະກຳຈະຄຶກຄັກກວ່າເດີມແນ່ນອນ ເນື່ອງຈາກວ່າປະຊາກອນໂລກເພີ່ມຂຶ້ນ, ຄົນຮັ່ງມີຫຼາຍຂຶ້ນ ບວກກັບຜູ້ຄົນທົ່ວໂລກຕ້ອງການການເດີນທາງເພີ່ມຂຶ້ນ ເຊິ່ງແນ່ນອນວ່າຈະເຮັດໃຫ້ຄວາມຕ້ອງການຍົນໃໝ່ເພີ່ມຂຶ້ນເປັນເງົາຕາມມາ.