23-27 ມິຖຸນາ ຈະມີຝົນຕົກເພີ່ມຂຶ້ນ ອຸຕຸເຕືອນຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນອາດຈະຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ດິນເຈື່ອນ.

1137

ໄລຍະວັນທີ 23-27 ມິຖຸນາ ຈະເຮັດໃຫ້ມີຝົນຕົກເພີ່ມຂຶ້ນໃນແຕ່ລະພາກ ໃນລະດັບຄ່ອຍ ຫາ ປານກາງເປັນສ່ວນຫຼາຍ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ຈິ່ງແຈ້ງເຕືອນເຖິງປະຊາຊົນຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນອາດຈະຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ດິນເຈື່ອນ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0705/ກອຕທ, ລົງວັນທີ 20 ມິຖຸນາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 21 – 27 ມິຖຸນານີ້ ວ່າ: ໃນໄລຍະວັນທີ 21 – 22 ມິຖຸນາ ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງແຮງ ຈະປົກຄຸມພາກເໜືອຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ສ່ວນພາກກາງ ແລະ ພາກໃຕ້ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ໃນເຂດພາກເໜືອ ແລະ ມີຝົນຕົກໜ້ອຍໂດຍຈະຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນເລັກນ້ອຍ, ສໍາລັບພາກກາງ ແລະ ພາກໃຕ້ ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ.


ໄລຍະວັນທີ 23-27 ມິຖຸນາ ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນຈະສືບຕໍ່ປົກຄຸມທົ່ວທຸກພາກຂອງປະເທດລາວ ແລະ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກເພີ່ມຂຶ້ນໃນແຕ່ລະພາກ ໃນລະດັບຄ່ອຍ ຫາ ປານກາງເປັນສ່ວນຫຼາຍ ແລະ ຕົກໜັກຢູ່ບາງທ້ອງຖິ່ນພ້ອມມີລົມພັດແຮງເປັນບາງໂອກາດ.


ພ້ອມນັ້ນ, ຍັງມີເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້າຍແຮງ: ໃນໄລຍະວັນທີ 23 – 26 ມິຖຸນາ 2021 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງແຮງ ຈະປົກຄຸມທົ່ວທຸກພາກ ແລະ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິ ລະມັດລະວັງ ຕໍ່ສະພາບອາກາດຮ້ອນເອົ້າ ແລະ ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ດິນເຈື່ອນ ເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:


ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 23 – 27 ມິຖຸນາ ຈະມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍ ຫາ ປານກາງ ເປັນສ່ວນໃຫຍ່ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 32 – 34 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 23-27 ມິຖຸນາ ຈະມີຝົນຕົກຫຼາຍເພີ່ມຂຶ້ນ ເຊິ່ງຈະຕົກໃນລະດັບຄ່ອຍ ຫາ ປານກາງ ໂດຍສະເພາະແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ບໍ່ແກ້ວ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 35-37 ອົງສາ.


ພາກກາງ: ອາກາດຮ້ອນອົບເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງວຽງຈັນ, ໄຊສົມບູນ ແລະ ບໍລິຄຳໄຊ ໂດຍສະເພາະໃນໄລຍະວັນທີ 23-26 ມິຖຸນາ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ.


ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຈຳປາສັກ, ເຊກອງ ແລະ ອັດຕະປື ໂດຍສະເພາະໃນໄລຍະວັນທີ 23-25 ມິຖຸນາ. ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 34-26 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 21-23 ມິຖຸນາ ອາກາດຮ້ອນເອົ້າ ແລະ ມີຝົນຕົກໜ້ອຍ, ໄລຍະວັນທີ 24-27 ມິຖຸນາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ.