ລັດວິສາຫະກິດໄຟຟ້າລາວ (ຟຟລ) ເປີດນໍາໃຊ້ ລົດພະລັງງານໄຟຟ້າ ທີ່ 2 ບໍລິສັດມອບໃຫ້

716

ຕອນເຊົ້າຂອງວັນທີ 22 ມິຖຸນາ 2021 ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ນະຄອນຫຼວງວຽງຈັນ, ໄດ້ເປີດການນຳໃຊ້ລົດພະລັງງານສະອາດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ຟຟລ ພ້ອມຕາງໜ້າຂອງ 2 ບໍລິສັດ ເຂົ້າຮ່ວມ.

ເຊິ່ງລົດທີ່ໄຊ້ພະລັງງານໄຟຟ້າ 5 ຄັນ ມອບໂດຍ ບໍລິສັດ GB mortor ລຸ້ນ MG EZS (SUV) ຈຳນວນ 02 ຄັນ ແລະ ບໍລິສັດ ໂມກ ຈຳກັດ ລຸ້ນ BYD E2 (SEDAN) ຈຳນວນ 03 ຄັນ ເຊິ່ງ ການ ມອບ-ຮັບ ລົດພະລັງງານໄຟຟ້າຄັ້ງນີ້ ເປັນການສົ່ງເສີມນໍາໃຊ້ພາຫະນະທີ່ໃຊ້ພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ ຕາມແຜນຍຸດທະສາດການພັດທະນາສີຂຽວ ແລະ ຍືນຍົງ ຂອງລັດຖະບານແຕ່ນີ້ຮອດປີ 2030.