ແຂວງ​ຈຳ​ປາ​ສັກ​ ມອບ​​ຊີມັງ ຈຳ​ນວນ 25 ໂຕນ ໃຫ້​ກອງ​ພົນ​ທີ 5

524
ໃນ​ວັນ​ທີ 18 ມິ​ຖຸ​ນາ 2021 ນີ້​,ຄະນະພັກ-ອົງການປົກຄອງແຂວງຈໍາປາສັກ ໄດ້​ນຳ​ເອເອົາຊີມັງ​ຈຳ​ນວນ 25 ໂຕນ ມາ​ມອບ​ໃຫ້​ກອງ​ພົນ​ທີ 5 ໃຫ້ກຽດຮ່ວມມອບໂດຍ ທ່ານ ໂສມ ບຸດ​ຕະ​ກຸ​ນ ຮອງ​ເຈົ້າ​ແຂວງໆ​ຈຳ​ປາ​ສັກ,ທ່ານ ສົມບູນ ເມືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ ພ້ອມ​ຄະ​ນ​ະ ຮັບ​ໂດຍ ສະ​ຫາຍ ພັນ​ເອກ ຂັນ​ທີ ສະ​ໜາມ​ອຸ່ນ ຫົວ​ໜ້າ​ການ​ທະ​ຫານ ກອງ​ພົ​ນ​ທີ 5 ມີ​ຄະ​ນະ​ພັກ – ຄະ​ນະ​ບັນ​ຊາ ຈາກ​ອົງ​ການ 5 ຫ​້ອງ ພ້ອມ​ດ້ວຍ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ ເຂົ້າ​ຮ່ວມ​.
ການມອບຊີມັງໃນຄັ້ງນີ້ ເພື່ອ​ເປັນ​ການ​ປະ​ກອບ​ສວ່ນ ​ເຂົ້າ​ໃນ​ການ ປັບ​ປຸງກໍ່​ສ້າງພື້ນຖານໂຄງລ່າງຂອງກ​ຳ​ລັງ​ ປະ​ກອບ​ອາ​ວຸດ ໃຫ້​ມີ​ຄວາມ​ແໜແໜ້ນໜາ ເປັນຕົ້ນບັນ​ດາ​ອາຄານກົມ​ກອງ​ໃນ​ກອງ​ພົນ​ທີ 5 ໃຫ້​ມີ​ໃຫ້​ມີ​ຄວາມ​ແໜ້ນ​ໜາ​ຖາ​ວອນ ຮັບ​ປະ​ກັນ​ເຮັດ​ສຳ​ເລັດ ຫນ້າ​ທີ່ໆ​ການ​ຈັດ​ຕັ້ງ​ຂັ້ນ​ເທີງ​ມອບ​ໜາຍ​ໃຫ້. ​ ຊີມັງ​ທີ່​ນຳ​ມາ​ມອບ​ໃຫ້​ຄັ້ງ​ນີ​ລວມ​ມີ ຊີມັງຂຽວ (ໃຊ້ກໍ່)ຈຳ​ນວນ 15 ໂຕນ ແລະ ມີ​ມັງ​ແດງ (ໃຊ້ເທພື້ນ) ຈຳ​ນວນ 10 ໂຕນ ລວມ 25 ໂຕນລວມ​ມູນ​ຄ່າ 15.750.000 ກີບ.
ສະ​ຫາຍ ພັນ​ເອກ ຂັນ​ທີ ສະ​ໜາມ​ອຸ່ນ ຫົວ​ໜ້າ​ການ​ທະ​ຫານກອງ​ພົນ​ທີ 5 ໂອ​ກາດ​ດັ່ງ​ກ່າວ ສະ​ຫາຍກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ ຂອບ​ໃຈ ເປັນ​ຢ່າງ​ຍີ່ງ​ທີ່​ ທ່ານ​ຮອງ​ເຈົ້າ​ແຂວງໆ​ຈຳ​ປາ​ສັກ ພ້ອມ​ຄະ​ນະ​ທີ່​ໄດ້ ​ນຳ​ເອົາ​ສີ​ມັງ​ມອບ​ໃຫ້​ຄັ້ງ​ນີ້ ພ້​ອມ​ທັງ​ອ່ວຍ​ພອນ​ແດ່​ທ່ານຮອງເຈົ້າແຂວງ ພ້ອມ​ຄະ​ນະ​ ຈົ່ງ​ມິ​ສຸ​ຂະ​ພາບ ແຂງ​ແຮງ ມີ​ຄວາມ​ຈະ​ເລີນ​ກ້າວ​ໜ້າ​ທີ່​ໃນ​ໜ້າ​ທີ່ການ​ງານຂອງ​ທ່ານ ທຸກ​ປະ​ການ ສືບ​ຕໍ​່ພົວ​ພັນ​ຮ່ວມ​ມື​ ກັນ​ຊ່ວຍ​ເຫຼືອ​ເຊີ່ງ​ກັນ ແລະ ກັນ ໃນຕໍ່​ໜ້າ​ໃຫ້​ຍືນ​ຍົງ​ຕະຫຼອດ​ໄປ. ຈາກນັ້ນ​ສະ​ຫາຍ ກໍ່​ຍັງ​ໃຫ້ຄຳ​ໜັ້ນ​ສັນ​ຍາ​ວ່າ ຈະ​ນຳ​ໃຊຊີມັງທີ່​ນຳ​ມາ​​ມອບ​ໃຫ້​ຄັ້ງ​ນີ້​ ໃຊ້​ເຂົ້າ​ວຽກ​ງານ​ຂອງ​ກົມ​ກອງ​ໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ. ໂອ​ກາດ​ດັ່ງ​ກ່າວ ກໍ່​ຍັງ​ໄດ້​ມອບ ໃບ​ກ​ຽດ​ຕິ​ຄຸນ​ໃຫ້​ແກ່​ ທ່ານ​ຮອງ​ເຈົ້​າແຂວງໆ​ ຈ​ຳ​ປາ​ສັກ​ອິກ​ດ້ວຍ.