ດ່ານສາກົນຂົວມິດຕະພາບ IV ຮັບສະມາຊິກພັກໃໝ່ຂອງໜ່ວຍພັກຕົນ

469

ວັນທີ 22 ມິຖຸນາ 2021 ນີ້ ໜ່ວຍພັກດ່ານສາກົນ ຂົວມິດຕະພາບ IV ໄດ້ມີພິທີຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ແລະ ຮັບເອົາສະມາຊິກພັກສໍາຮອງເຂົ້າພັກສົມບູນປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງສະຫາຍ ຄໍາຜາຍ ຈັນນີຍາວົງ ເລຂາໜ່ວຍພັກດ່ານສາກົນຂົວມິດຕະພາບ IV, ເຂົ້າຮ່ວມມີ ສະຫາຍ ພັນໂທ ອິນຄໍາ ດາລາວົງ ເລຂາຄະນະພັກຮາກຖານຂົວມິດຕະພາບ IV, ໜ່ວຍພັກອ້ອມຂ້າງ, ແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.


ສະຫາຍ ນາງ ນິດ ສີປະເສີດ ຄະນະຈັດຕັ້ງພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບເອົາ ສະຫາຍ ຊຸບເປີ ວົງສາທອນ, ສະຫາຍ ນາງ ສອນນາລີ ບົວລັງສີ ທີ່ເປັນມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວສໍາຮອງ ແລະ ມະຕິຕົກລົງຂອງຄະນະປະຈໍາປະພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະຫາຍ ນາງ ພິດຈິນດາ ກົມມະນີວັນ, ສະຫາຍນາງ ດາໄລວອນ ລໍວັນໄຊ ສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຕາມເງື່ອນໄຂ ແລະ ມາດຖານຂອງການຂະຫຍາຍພັກ ແລະ ມີສິດເຄື່ອນໄຫວຕາມກົດລະບຽບຂອງພັກ ປະຊາຊົນປະຕິວັດລາວວາງໄວ.


ສະຫາຍ ອິນຄໍາ ດາລາວົງ ໂອ້ລົມຮຽກຮ້ອງໃຫ້ເອົາໃຈໃສ່ຕໍ່ວຽກງານທີ່ການຈັດຕັ້ງມອບໝາຍຢ່າງສູງ ເຄື່ອນໄຫວຕາມສິດ ແລະ ໜ້າທີ່ຂອງພັກ ໂດຍສະເພາະແມ່ນ 5 ຫຼັກການ 3 ທິດນໍາ, 6 ສິດ, ພັນທະ ແລະ 9 ຂໍ້ຫ້າມຂອງກົດລະບຽບພັກ, ກໍານົດໄວ້ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ເອົາໃຈໃສ່ບຸກບື່ນເຮັດໜ້າທີ່ທຸກຂະບວນການຂອງອົງການຈັດຕັ້ງພັກ-ລັດ, ສືບຕໍ່ສຶກສາຮໍ່າຮຽນບັນດາຂໍ້ກໍານົດກົດລະບຽບຂອງພັກຕາມ 14 ໝວດ 58 ມາດຕາ. ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານພັກນັບມື້ກ້າວໜ້າຢ່າງບໍ່ຢຸດຢັ້ງ.