ທຸກຄົນ ຕ້ອງເປັນເຈົ້າການ ຊ່ວຍກັນເປັນຫູເປັນຕາ ຊ່ວຍແຈ້ງເຈົ້າໜ້າທີ່ຕໍ່ຜູ້ລັກລອບເດີນທາງຂ້າມມາລາວ

419

ໃນວັນທີ 22 ມິຖຸນາ 2021 ທ່ານ ດຣ. ນາງ ພອນປະເສີດ  ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ:ປະຈຸບັນຕາມຂໍ້ມູນໂດຍລວມເຫັນວ່າຫຼາຍປະເທດໃນໂລກແມ່ນມີຄວາມວິຕົກກັງວົນຕໍ່ສະພາບການການເກີດລະ ບາດຮອບໃໝ່ພາຍໃນປະເທດເຊິ່ງມີສາຍເຫດຍ້ອນ ຍ້ອພະຍາດ ໂຄວິດ-19 ສາຍພັນໃໝ່ ເຊີງເປັນສາຍພັນ ທີ່ສາມາດຕິດເຊື້ອໄດ້ໄວ ແລະ ງ່າຍດາຍ ກວ່າສາຍພັນດັ້ງເດີມ ແລະ ສາມາດແຜ່ລະບາດເປັນວົງກ້ວາງ ຢ່າງໄວວາ, ເຮັດໃຫ້ພົບຄວາມຫຸ້ຍງຍາກໃນການວາງມາດຕະການ ປ້ອງກັນ , ໂຕ້ຕອບ ຕໍ່ການລະບາດຂອງພະຍາດ ເຊິ່ງເຮັດໃຫ້ຕ້ອງເລື່ອນການປະຕິບັດມາດຕະການຜ່ອນຜັນໃນປະເທດອອກໄປໂດຍບໍ່ມີກຳນົດ.

ສຳລັບສປປລາວ ມາຮອດປະຈຸບັນເຫັນວ່າຕົວເລກການລາຍງານຈຳນວນຜູ້ຕິດເຊື້ອໃໝ່ຈາກບັນດາແຂວງ ລວມທັງນະຄອນ ຫຼວງ ໂດຍລວມ ແມ່ນຫຼຸດລົງ ນັ້ນກໍ່ແມ່ນ ຍ້ອນການເອົາໃຈໃສ່ແລະ ຊີ້ນຳຢ່າງໃກ້ຊິດຈາກລັດຖະບານກໍຄືຄະນະສະເພາະກິດໃນແຕ່ລະຂັ້ນ ໄດ້ມີການວາງມາດຕະການຄວບຄຸມສະກັດກັ້ນ ແລະ ແກ້ໄຂສະພາບການ ລະບາດຂອງພະຍາດ ໂຄວິດ 19 ຢ່າງເຂັ້ມງວດ ແລະ ສອດຄ່ອງກັບສະພາບການລະບາດຕົວຈິງຂອງພະຍາດ ເຊິ່ງປະຈຸບັນກໍ່ແມ່ນແຈ້ງການ ສະບັບ 671/ຫສນຍ ລົງວັນທີ 19 ມີຖຸນາ 2011 , ອີກດ້ານນື່ງກໍ່ແມ່ນ ບັນດາທ່ານພໍ່ແມ່ປະຊາຊົນ, ການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ໃນສັງຄົມລວມທັງພາກລັດ, ພາກທຸລະກິດ ໄດ້ໃຫ້ການຮ່ວມມືໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດເຮັດໃຫ້ທ່າອ່ຽງຂອງການຕີດເຊື້ອໃນປະເທດຄ່ອຍໆ ຫຼຸດລົງ.

ເຖິງແມ່ນວ່າການລາຍງານຜູ້ຕິດເຊື້ອໃນປະເທດ ມີທ່າອ່ຽງຫຼຸດລົງໂດຍບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນຊຸມຊົນໃນບັນດາແຂວງຕ່າງໆ (ມີແຕ່ແຮງງານນຳເຂົ້າ) ແຕ່ສຳລັບນະຄອນຫຼວງວຽງຈັນຕາມການລາຍງານໃນແຕ່ລະວັນເຫັນວ່າ ຍັງມີຄົນເຈັບຕິດເຊື້ອໃໝ່ໃນຊຸມຊົນ, ໃນສັງຄົມ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ, ໝູ່ເພື່ອນ, ຊຸມແຊວສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່, ສະນັ້ນພວກເຮົາກໍ່ບໍ່ຄວນປະໝາດ ແລະ ຍັງຕ້ອງເອົາໃຈໃສ່ ແລະ ສືບຕໍ່ ປະຕິບັດທຸກມາດຕະການທີ່ ທາງຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ວາງອອກຢ່າງເຂັ້ມງວດ, ພ້ອມຮັກສາໄລຍະຫ່າງໃນສັງຄົມໂດຍການ ໃສ່ຜ້າອັດປາກ ອັດດັ່ງ ແລະ ລ້າງມີ ດ້ວຍເຈວ ແລະເຫຼົ້າ70 ເລື້ອຍໆ, ຖ້າບໍ່ມີຄວາມຈຳເປັນ ກໍ່ບໍ່ອອກໄປບ່ອນທີ່ມີ ຊຸມຊົນແອອັດຈຳນວນຫຼາຍ ການປະຕິບັດສິ່ງເຫຼົ່ານີ້ ແມ່ນ ຍັງຖືວ່າເປັນ ຍຸດທະສາດ ແລະ ມາດຕະການຫຼັກ ອັນສຳຄັນໃນການຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ 19 ໃນປະເທດຂອງພວກເຮົາ ແລະ ຂໍໃຫ້ທຸກຄົນຕ້ອງໄດ້ ເປັນເຈົ້າການນຳກັນ ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ຈະມີການລະບາດຂອງພະຍາດ ໂດຍການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນປະຕິບັດບໍ່ຖືກຕ້ອງຂັດຕໍ່ລະບຽບຫຼັກການ ແລະ ມາດຕະການທີ່ທາງຄະນະສະເພາະກິດວາງອອກ ບໍ່ວ່າຈະເປັນການການລັກລອບເຂົ້າເມືອງແບບບໍ່ຖືກຕ້ອງຕາມຈຸດເຂດແດນຕ່າງໆ, ການຕັ້ງວົງກິນຊຸມແຊວ ແລະ ອື່ນໆ ຖ້າເຫັນເກີດຂຶ້ນ ຢູ່ບ້ານໃດ ເມືອງໃດ ຫຼື ສະຖານທີ່ ໃດກໍຂໍໃຫ້ແຈ້ງໃຫ້ທາງ ເຈົ້າໜ້າທີ່ ແລະ ອຳນາດການປົກຄອງຊາບໂດຍທັນທີ ເພາະຖ້າຜູ້ລັກລອບເຂົ້າມາປະເທດ ເປັນຜູ້ຕິດເຊື້ອບໍ່ໄດ້ຈຳກັດບໍລິເວນ ແລ້ວມາເຄື່ອນໄຫວໃນປະເທດກໍ່ຈະເປັນການແຜ່ເຊື້ອໃນຊຸມຊົນເປັນວົງກວ້າງຈົນອາດບໍ່ສາມາດຄວບຄຸມໄດ້.