ມາແລ້ວສາຍການບິນລາຄາຖຶກ ແຕ່ຕ້ອງປະຕິບັດຕາມເງື່ອນໄຂນີ້

543

ສາຍການບິນລາຄາຖືກຈາກລາວສະກາຍເວຕອນນີ້ພ້ອມທີ່ຈະໃຫ້ບໍລິການສັງຄົມແລ້ວ ເລີ່ມອອກສູ່ນ່ານຟ້າວັນທີ 25 ມິຖຸນາ 2021 ນີ້ ສຳລັບຄົນທີ່ມີຖຸລະຢູ່ຕ່າງແຂວງ ຫຼື ຢາກມານະຄອນຫຼວງວຽງຈັນແມ່ນຈອງປີ້ໄດ້ເລີຍນັບແຕ່ມື້ນີ້ເປັນຕົ້ນໄປ.


ສຳລັບເສັ້ນບິນຂອງລາວສະກາຍເວທີ່ຈະໃຫ້ບໍລິການສັງຄົມປະກອບມີ ແຂວງຫົວພັນ, ຜົ້ງສາລີ, ຫຼວງນ້ຳທາ ແລະແຂວງອຸດົມໄຊ.


ແຕ່ທຸກຄົນທີ່ຈະອອກເດີນທາງໃນໄລຍະນີ້ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

  • ສຳລັບຜູ້ໂດຍສານທີ່ໄດ້ສັກຢາວັກຊີນຄົບ 2 ເຂັມ ແມ່ນສາມາດເດີນທາງໄດ້ເລີຍ
  • ສຳລັບຜູ້ສູງອາຍຸທີ່ບໍ່ໄດ້ສັກຢາວັກຊີນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ
  • ເດັກນ້ອຍ, ຜູ້ຍິງຖືພາ ແລະ ແມ່ລູກອ່ອນ ສາມາດເດີນທາງໄດ້ແຕ່ຕ້ອງມີໃບອະນຸຍາດຈາກຄະນະສະເພາະກິດ


ເອົາເປັນວ່າການເດີນທາງໃນຊ່ວງນີ້ອາດຫຍຸ້ງຍາກແດ່ແຕ່ກໍຂໍໃຫ້ທຸກຄົນຮ່ວມເປັນເຈົ້າການນຳກັນ ເພື່ອບໍ່ໃຫ້ພະຍາດທີ່ແສນໂຫດຮ້າຍນ້້ນລະບາດສູ່ຊຸມຊົນຜູ້ບໍລິສຸດອີກ.