ຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນອີກແລ້ວ 22 ມິຖຸນາ ລາວ ມີຜູ້ຕິດເຊື້ອ 13 ຄົນ

700

ໃນວັນທີ 22 ມິຖຸນາ 2021 ທ່ານ ດຣ. ນາງ ພອນປະເສີດ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ໃນວັນທີ 21 ມິຖຸນາ 2021 ຜ່ານມາ,ໄດ້ກວດວິເຄາະທັງໝົດ 1.159 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 13 ຄົນ, ຢູ່ນະຄອນຫຼວງວຽງຈັນ 2 ຄົນ ເປັນການຕິດເຊື້ອໃນຊຸມຊົນໂດຍເຄີຍສຳພັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ແຂວງຈຳປາສັກ 9 ຄົນ ແລະ ແຂວງສະຫວັນນະເຂດ 2 ຄົນ ເປັນກໍລະນີນຳເຂົ້າ, ເຮັດໃຫ້ຕົວເລກສະສົມຜູ້ຕິດເຊື້ອໃນລາວ ມີທັງໝົດ 2.067 ຄົນ, ປິ່ນປົວຫາຍດີສະສົມທັງໝົດ 1.954 ຄົນ (ໃໝ່ 6 ), ຍັງນອນຮັບການປິ່ນປົວທັງໝົດ 97 ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ. ພ້ອມນີ້ຍັງມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດທີ່ຄະນະສະເພາະກິດອະນຸຍາດ ມີຈຳນວນ 2.355ຄົນ ແລະ ຍັງມີສູນຈຳກັດບໍລິເວນທັງໝົດທົ່ວປະເທດ 43 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 4.062 ຄົນ. ສຳລັບບ້ານແດງມາຮອດປະຈຸບັນຍັງ 14 ບ້ານໃນ 5 ເມືອງຄື: ໄຊເສດຖາ, ໄຊທານີ, ສີສັດຕະນາກ, ຈັນທະບູລີ ແລະ ສີໂຄດຕະບອງ. ສຳລັບສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ແລະ ຍັງມີຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖິງ ວັນອາທິດ).

ທ່ານກ່າວຕື່ມວ່າ: ເຊິ່ງໃນ 13 ຄົນທີ່ຕິດເຊື້ອນັ້ນ ສະເພາະ 2 ຄົນທີ່ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ 2 ຄົນນະຄອນຫຼວງວຽຈັນ ຕິດຈາກກຸ່ມເກົ່າ ທີ່ຕິດເຊື້ອຜ່ານມາຄື: ຜູ້ທີ1: ເພດຊາຍ, ອາຍຸ 14 ປີ, ອາຊີບ: ນັກຮຽນ, ບ້ານ ໂນນແກ້ວ, ເມືອງສີໂຄດຕະບອງ, ຜູ້ກ່ຽວມີອາການ ໄອ, ເຈັບຄໍ ແລະ ເຈັບຫົວ, ຜູ້ກ່ຽວມີປະຫວັດສໍາຜັດໃກ້ຊິດນຳຜູ້ຕິດເຊື້ອ ຈາກກຸ່ມເກົ່າທີ່ຕິດເຊື້ອຜ່ານມາ ໄດ້ໄປເກັບຕົວຢ່າງໃນວັນທີ 21 ມິຖຸນາ 2021 ຢູ່ ໂຮງຮຽນ ມສ ສີໂຄດ ແລະ ຜົນກວດພົບເຊື້ອ ໂຄວິດ-19 ແລະ ຜູ້ທີ2: ເພດຍິງ, ອາຍຸ 26 ປີ, ອາຊີບ: ພະນັກງານໂຮງງານ, ບ້ານ ພະຂາວ, ເມືອງໄຊທານີ, ຜູ້ກ່ຽວບໍ່ມີອາການຫຍັງ, ຜູ້ກ່ຽວມີປະຫວັດສຳຜັດໃກ້ຊິດຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ທີ່ຕິດເຊື້ອຜ່ານມາ), ໄດ້ໄປເກັບຕົວຢ່າງໃນວັນທີ 21ມິຖຸນາ 2011 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ໂຄວິດ 19 .