ຄໍລໍາມູມຫຼັກ8: ສືບຕໍ່ປິດບ້ານ – ເມືອງ ເພາະຍັງມີສິ່ງທ້າທາຍ

2947

ຫຼາຍທ່ານຄົງຮູ້ກັນແລ້ວເຖິງມາດຕະການປິດບ້ານ – ເມືອງ ( Lock Down ) ອອກໄປອີກ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ມິຖຸນາ ຫາ ເວລາ 24:00 ໂມງຂອງວັນທີ 04 ກໍລະກົດ 2021.


ແຕ່ໃນບົດນີ້ຢາກເວົ້າສິ່ງທ້າທາຍທີ່ມານຳຂະບວນວັກແຊັງ ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ ເຊິ່ງຫຼາຍຫາງສຽງຫຍໍ້ທໍ້ຄືໃນສື່ອອນລາຍເຊັ່ນກໍລະນີແຍ້ກັນບໍ່ເປັນລະບຽບ; ບໍ່ຮັກສາໄລຍະຫ່າງ ປານໄປເອົາບຸນວ່າຊັ້ນ! ທີ່ອັນຕະລາຍແມ່ນຄົນເຮີ່ສັກວັກແຊັງຍີ່ຫໍ້ຟາຍເຊີ ( PFizer ) ເຖິງຂັ້ນຍາດສັກທັງໆທີ່ຕົນເອງບໍ່ໄດ້ຢູ່ໃນກຸ່ມເປົ້າໝາຍ ເລື່ອງນີ້ມີຍື່ນນໍ້າໃຈໃຫ້ກັນວ່າຊັ້ນ! ອັນຕະລາຍແທ້ໆ ເຮັ່ງຮ້າຍກວ່ານັ້ນມີຜູ້ເຮັດທຸລະກິດວິ້ງເຕັ້ນວ່າສາມາດເຮັດໃບຢັ້ງຢືນສັກວັກແຊັງໄດ້ອອກໃນສື່ອອນລາຍ ທັງໝົດນີ້ຄະນະສະເພາະກິດເພິ່ນກໍໄດ້ຊີ້ແຈງແລ້ວ!.


ຜູ້ຂຽນຄິດວ່າ: ໃຜເຂົ້າຮ່ວມຂະບວນການນີ້ບໍ່ຊ້າກໍໄວຈະໂປໂລອອກມາ ໂດຍຈະມີການດຳເນີນຄະດີຕາມກົດໝາຍບ້ານເມືອງຢ່າງແນ່ນອນ.

ສ່ວນມາດຕະການປິດ ບ້ານ – ເມືອງນັ້ນ ຕ້ອງກຳໃຫ້ແໜ້ນແຈ້ງການເລກທີ 671/ຫສນຍ ລົງວັນທີ 19 ມິຖຸນາ 2021 ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຊິ່ງອັນສຳຄັນແມ່ນເພິ່ນມີມາດຕະການສືບຕໍ່ປະຕິບັດ 8 ຂໍ້ ແລະ ມາດຕະການຜ່ອນຜັນ 13 ຂໍ້ ໃນແຈ້ງການເພິ່ນແຈ້ງໃຫ້ຊາບວ່າ: ອີງຕາມຜົນການປະເມີນສະພາບການລະບາດຂອງພະຍາດໂຄວິດ – 19 ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021, ແຈ້ງການສະບັບເລກທີ 595/ຫສນຍ ລົງວັນທີ 4 ມິຖຸນາ 2021 ແລະ ມາດຕະການຕ່າງໆທີ່ໄດ້ວາງອອກ ເຫັນວ່າລັດຖະບານກໍຄືອົງການປົກຄອງທ້ອງຖິ່ນໄດ້ສືບຕໍ່ຊີ້ນຳການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ພ້ອມທັງໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ແລະ ເພື່ອນມິດຕ່າງປະເທດເປັນຢ່າງດີ ເຮັດໃຫ້ການລະບາດພາຍໃນມີທ່າອ່ຽງຫຼຸດລົງ, ການຕິດເຊື້ອຢູ່ບັນດາແຂວງສ່ວນຫຼາຍແມ່ນມາຈາກການນຳເຂົ້າ, ຢູ່ນະຄອນຫຼວງວຽງຈັນ ເຖິງວ່າມີການລະບາດໃນຊຸມຊົນ ແຕ່ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ.

ເຖິງຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ ສົມທົບກັບມີລາຍງານການພົບເຫັນສາຍພົວພັນໃໝ່ຂອງພະຍາດໂຄວິດ – 19 ທີ່ສາມາດແຜ່ເຊື້ອໄວ ແລະ ມີ ຄວາມຮຸນແຮງກວ່າເກົ່າ, ສະນັ້ນເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ – ສັງຄົມ ແລະ ບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ – 19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ ( New Normal ) ໄດ້ໄວ ແລະ ທົ່ວເຖິງ, ລັດຖະບານຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ບັນລຸໃນຄຳສັ່ງ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021, ແຈ້ງການສະບັບເລກທີ 595/ຫສນຍ ລົງວັນທີ 04 ມິຖຸນາ 2021 ແລະ ບັນດາຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງອອກໄປຕື່ມອີກ 15 ວັນ, ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 04 ກໍລະກົດ 2021.

ຂໍໃຫ້ອຸ່ນອ່ຽນທຸ່ນທ່ຽງເວລາຮັບຂໍ້ມູນໂຄວິດ – 19.

ຂຽນໂດຍ໊ ທິດດີ