ໂອຕຣິດ ແຊງ ອູແກຣນ ຕາມຫຼັງ ໂຮນລັງ ເຂົ້າຮອບ 16 ທີມສຸດທ້າຍ, ສ່ວນ ອູແກຣນ ລຸ້ນອັນດັບ 3 ເມື່ອຍ

640
Austria's Christoph Baumgartner, 2nd left, celebrates with team mastes after scoring his side's opening goal during the Euro 2020 soccer championship group C match between Ukraine and Austria at the National Arena stadium in Bucharest, Monday, June 21, 2021. (Marko Djurica/Pool via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ປະຈໍາວັນທີ 21 ມິຖຸນາ 2021 ເປັນການແຂ່ງຂັນຂອງກຸ່ມ C ນັດສຸດທ້າຍ ໂດຍຄູ່ທີ່ໜ້າສົນໃຈທີ່ສຸດເປັນການພົບກັນລະຫວ່າງ ອູແກຣນ ພົບກັບ ໂອຕຣິດ ເນື່ອງຈາກມີ 3 ຄະແນນເທົ່າກັນ ຕັດສິນເຂົ້າຮອບໃນຖານະຮອງແຊັມກຸ່່ມ ເມື່ອ ໂຮນລັງ ມີ 6 ຄະແນນເຂົ້າຮອບໃນຖານະແຊັມກຸ່ມແລ້ວ.

ນັດດັ່ງກ່າວ ທັງສອງທີມຈັດຊຸດໃຫຍ່ລົງສະໜາມ ແລະ ໃນການແຂ່ງຂັນເປັນ ໂອຕຣິດ ທີ່ຄອງເກມໄດ້ດີກວ່າ ແລະ ສ້າງໂອກາດຍິງໄດ້ຕໍ່ເນື່ອງ ກ່ອນມາໄດ້ປະຕູຈາກການຍິງຂອງ Christoph Baumgartner ນາທີໆ 21 ເຮັດໃຫ້ ໂອຕຣິດ ຂຶ້ນນໍາ 1-0 ຈົບເຄິ່ງເວລາທໍາອິດທີ່ຄະແນນດັ່ງກ່າວ, ສ່ວນເຄິ່ງເວລາທີ 2 ທັງສອງທີມຫຼິ້ນກັນໄດ້ຢ່າງສູສີ ແຕ່ບໍ່ມີປະຕູເກີດຂຶ້ນຈັບເກມ ໂອຕຣິດ ບຽດເອົາຊະນະໄປ 1-0

ຂະນະທີ່ອີກຄູ່ໜຶ່ງຂອງກຸ່ມນີ້ ໂຮນລັງ ລົງສະໜາມພົບກັບ ມາຊິໂດເນຍ ທີ່ຍັງບໍ່ມີຈັກຄະແນນ ປາກົດວ່າ: ໂຮນລັງ ເໜືອຊັ້ນກວ່າຫຼາຍເອົາຊະນະໄປ 3-0 ຈາກການຍິງຂອງ Memphis Depay ນາທີໆ 24 ແລະ ອີກ 2 ປະຕູຈາກ Georginio Wijnaldum ນາທີໆ 51 ກັບ 58

ຈາກຜົນດັ່ງກ່າວ ເຮັດໃຫ້ ໂຮນລັງ ເກັບເພີ່ມເປັນ 9 ຄະແນນກາຍເປັນທີມທີ 2 ທີ່ຊະນະລວດ 3 ນັດໃນຢູໂຣ 2020 ຕໍ່ຈາກ ອິຕາລີ ຜ່ານເຂົ້າຮອບໃນຖານະແຊັມກຸ່ມ C, ສ່ວນທີມຮອງແຊັມກຸ່ມນີ້ເປັນຂອງ ໂອຕຣິດ ມີ 6 ຄະແນນ.

ຂະນະທີ່ ອູແກຣນ ນັດນີ້ເສຍເຮັດໃຫ້ມີ 3 ຄະແນນລຸ້ນຕິດ 1 ໃນ 4 ທີມອັນດັບທີ່ດີທີ່ສຸດເຂົ້າຮອບ 16 ທີມ, ແຕ່ການມີ 3 ຄະແນນຖືວ່າລຸ້ນເມື່ອຍ ເພາະປັດຈຸບັນ ສະວິດເຊີແລນ ທີມອັນດັບ 3 ຂອງກຸ່ມ A ມີສະຖິຕິດີກວ່າແລ້ວຈາກການມີ 4 ຄະແນນເຮັດໃຫ້ສິດໜ້ອຍລົງໜຶ່ງສິດ, ສ່ວນ ນອດ ມາຊິໂດເນຍ ບໍ່ມີຈັກຄະແນນຕົກຮອບໄປ.