ເຕືອນ ໂຄວິດອາດທຳລາຍເນື້ອເຫຍື່ອໃນສະໝອງໄລຍະຍາວ

263

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ດຣ. ສະກ໊ອດ ກ໊ອດຕລິບ ອະດີດປະທານອົງການອາຫານ ແລະ ຢາ ( FDA ) ຂອງອາເມຣິກາ ອອກມາເຕືອນວ່າຜົນວິໄຈຄັ້ງໃໝ່ຈາກອັງກິດ ພົບວ່າຜູ້ຕິດເຊື້ອໂຄວິດ – 19 ອາດເກີດ ຄວາມເສຍຫາຍໃນເນື້ອເຫຍື່ອສະໝອງໃນໄລຍະຍາວ.

ຜົນວິໄຈຊີ້ວ່າ: ຜູ້ຕິດເຊື້ອໂຄວິດ – 19 ທີ່ມີອາການຮຸນແຮງອາດສູນເສຍເນື້ອເຫຍື່ອສະໝອງ ແລະ ອາດສົ່ງຜົນກະທົບຕໍ່ບາງປະການໃນໄລຍະຍາວເຊັ່ນກັນ, ເມື່ອເວລາຜ່ານໄປ ຮ່າງກາຍຂອງເຮົາຈະປັບຕົວໄດ້, ສະນັ້ນອາການທີ່ເກີດຂຶ້ນຈາກຄວາມເສຍຫາຍນັ້ນກໍອາດຈະຫາຍໄປ ແຕ່ຮ່າງກາຍບໍ່ສາມາດສ້າງເນື້ອເຫຍື່ອສະໝອງຂຶ້ນມາທົດແທນໄດ້ ຫາກຖືກໄວຣັສທຳລາຍໄປແລ້ວ.

ບົດວິໄຈດັ່ງກ່າວໄດ້ກວດສອບພາບສະແກນສະໝອງຈາກກ່ອນ ແລະ ຫຼັງຕິດເຊື້ອໂຄວິດ – 19 ແລະ ມຸ່ງເນັ້ນສຶກສາກ່ຽວກັບຜົນກະທົບທີ່ອາດຈະເກີດຂຶ້ນກັບລະບົບປະສາດ, ທ່ານ ດຣ. ກ໊ອດຕລິບ ກ່າວວ່າ: ການທີ່ເນື້ອເຫຍື່ອໃນສະໝອງຖືກທຳລາຍອາດເປັນສາເຫດເຮັດໃຫ້ຜູ້ຕິດເຊື້ອຫຼາຍລາຍບໍ່ສາມາດຮັບຮູ້ກິ່ນໄດ້.