ຂໍ້ຄວນຮູ້ຂອງຜູ້ອາຍຸສູງ ກ່ອນຝຶກໂຍຄະ ເພື່ອຄວາມປອດໄພ ບໍ່ອັນຕະລາຍ

632

ການອອກກຳລັງກາຍດ້ວຍທ່າທາງຂອງໂຍຄະທີ່ເປັນການເຊື່ອມໂຍງລະຫວ່າງຮ່າງກາຍ, ອາລົມ ແລະ ສະມາທິ ບໍ່ໄດ້ຮັບຄວາມນິຍົມຈາກກຸ່ມຂອງຄົນເຮັດວຽກ ແຕ່ໃນອາຍຸສູງກໍໄດ້ຮັບຄວາມນິຍົມເຊັ່ນກັນ ເພາະຖືວ່າເປັນການອອກກຳລັງກາຍທີ່ມີຄວາມປອດໄພ ແຕ່ກ່ອນທີ່ຜູ້ອາຍຸສູງຈະເຮັດການຝຶກໂຍຄະຄວນຮູ້ເລື່ອງດັ່ງຕໍ່ໄປນີ້:

May be an image of 1 person, indoor and text

1 ຝືກຢ່າງປອດໄພ

ການຝຶກຝົນໂຍຄະໃນໄລຍະເລີ່ມຕົ້ນຂອງຜູ້ອາຍຸສູງຕ້ອງເປັນໄປຢ່າງປອດໄພ ແລະ ຈະຕ້ອງມີຄູຜູ້ຝຶກສອນທ່າໂຍຄະຢູ່ໃກ້ຕົວສະເໝີ ເພາະຈະຊ່ວຍໃຫ້ຄຳແນະນຳທີ່ຖືກຕ້ອງ ແລະ ຈັດທ່າທາງທີ່ເໝາະສົມຕໍ່ຜູ້ອາຍຸສູງ ເພື່ອປ້ອງກັນອາການບາດເຈັບຕ່າງໆ.

2 ເລືອກທ່າທີ່ເໝາະສົມ

ເມື່ອເລີ່ມຝຶກຝົນໂຍຄະຈົນເກີດຄວາມຊຳນານ ຫຼື ສາມາດທີ່ຈະອອກກຳລັງກາຍໄດ້ດ້ວຍຕົວເອງແລ້ວ ຄວນເລືອກທ່າທາງທີ່ເໝາະສົມຕໍ່ຜູ້ອາຍຸສູງເທົ່ານັ້ນ ບໍ່ຄວນເລືອກທ່າທີ່ຍາກເກີນໄປ ຫຼື ສ່ຽງອັນຕະລາຍຫຼາຍຈົນເກີນໄປ ເພາະອາດຈະສົ່ງຜົນກະທົບໃນເລື່ອງຂອງກະດູກ ແລະ ຂໍ້ຕໍ່ຕ່າງໆ ໂດຍໃຫ້ເລືອກທ່າທີ່ສາມາດເຊື່ອມໂຍງລະຫວ່າງຮ່າງກາຍກັບສະມາທິໄດ້ເປັນຢ່າງດີ.

3 ຖ້າເມື່ອຍຕ້ອງພັກ

ເມື່ອໃດທີ່ເລີ່ມຝຶກໂຍຄະແລ້ວຮູ້ສຶກເມື່ອຍຫອບຜິດປົກກະຕິ ລວມໄປເຖິງອາການເມື່ອຍກ່ອນການເລີ່ມຝຶກ ຄວນຢຸດການຝຶກໂຍຄະນັ້ນທັນທີ ບໍ່ຄວນຝືນເຮັດຕໍ່ໄປເດັດຂາດ ບໍ່ເຊັ່ນນັ້ນອາດເກີດບັນຫາໃຫຍ່ໄດ້ ເພາະພະຍາດຂອງຜູ້ອາຍຸສູງບາງພະຍາດອາດຈະເກີດຂຶ້ນໃນລະຫວ່າງການອອກກຳລັງກາຍໄດ້ສະເໝີ.

May be an image of 1 person and indoor

4 ປຶກສາແພດກ່ອນຫຼິ້ນໂຍຄະ

ສຳລັບຜູ້ອາຍຸສູງທີ່ມີບັນຫາເລື່ອງສຸຂະພາບ ບໍ່ວ່າຈະເປັນພະຍາດເບົາຫວານ, ຄວາມດັນ, ພະຍາດຫົວໃຈ, ພະຍາດໝາກໄຂ່ຫຼັງ ແລະ ພະຍາດຕ່າງໆ ທີ່ຈະຕ້ອງໄດ້ຮັບການເບິ່ງແຍງເປັນພິເສດ ຕ້ອງມີການກິນຢາຢ່າງຕໍ່ເນື່ອງ ກ່ອນການຝຶກໂຍຄະຄວນປຶກສາກັບແພດສະເພາະດ້ານ ຫຼື ແພດປະຈຳພະຍາດກ່ອນ ເພາະແພດຈະຮູ້ດີວ່າການອອກກຳລັງກາຍໃນຮູບແບບໃດທີ່ເໝາະສົມຕໍ່ຄົນເຈັບປ່ວຍຂອງຕົນເອງ ບໍ່ຄວນຮີບອອກກຳລັງກາຍໂດຍບໍ່ປຶກສາແພດ ບໍ່ເຊັ່ນນັ້ນອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບ ແລະ ຊີວິດໄດ້.

5 ເຮັດຢ່າງສະໝ່ຳສະເໝີ

ເມື່ອໄດ້ທ່າການອອກໂຍຄະທີ່ເໝາະສົມມີການປຶກສາແພດ ແລະ ໄດ້ຮັບອະນຸຍາດໃຫ້ອອກກຳລັງກາຍດ້ວຍໂຍຄະໄດ້ແລ້ວ ເລື່ອງຕໍ່ມາທີ່ຄວນເຮັດຄືຄວນອອກກຳລັງດ້ວຍໂຍຄະເປັນປະຈຳ ແລະ ມີ ຄວາມສະໝ່ຳສະເໝີດ້ວຍການອອກໂຍຄະອາທິດລະປະມານ 3 – 5 ມື້ ເພື່ອເປັນການເພີ່ມຄວາມຫົດຢືດກ້າມຊີ້ນ ເພີ່ມຄວາມຄ່ອງຕົວ ແລະ ເຮັດໃຫ້ສຸຂະພາບມີຄວາມແຂງແຮງ, ນອກຈາກນີ້ຄວນວອມຮ່າງກາຍກ່ອນ ເພື່ອເຮັດໃຫ້ເກີດຄວາມພ້ອມຕໍ່ຮ່າງກາຍໃນສ່ວນຕ່າງໆຫຼາຍຂຶ້ນ ສຳລັບການວອມນັ້ນຄວນຢູ່ທີ່ປະມານ 5 – 10 ນາທີ ເພື່ອຫຼຸດອາການບາດເຈັບ ແລະ ຊ່ວຍເຮັດໃຫ້ການອອກທ່າທາງໂຍຄະມີປະສິດທິພາບຫຼາຍຂຶ້ນ.

ການຫຼິ້ນໂຍຄະຈະມີຄວາມປອດໄພຕໍ່ທຸກເພດ – ທຸກໄວ ແຕ່ຜູ້ອາຍຸສູງຈະມີຮ່າງກາຍທີ່ຂ້ອນຂ້າງອ່ອນແອກວ່າຄົນໃນໄວອື່ນໆ ລວມໄປເຖິງການມີພະຍາດປະຈຳຕົວ, ດັ່ງນັ້ນຈຶ່ງຄວນລະມັດລະວັງການອອກກຳລັງກາຍດ້ວຍໂຍຄະທີ່ອາດຈະກໍ່ໃຫ້ເກີດອາການບາດເຈັບ ແລະ ສົ່ງຜົນຕໍ່ສຸຂະພາບໄດ້ງ່າຍ.

ທີ່ມາ: www.sanook.com/women/177537/?utm