ແຕ່ງຕັ້ງພົນຈັດຕະວາ ຄຳແພງ ພູມມະແກ້ວ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ ໄປເປັນຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບ

1022

ອີງຕາມເວັບໄຊຂ່າວກອງທັບປະຊາຊົນລາວໃຫ້ຮູ້ວ່າ: ໃນວັນທີ18 ມິຖຸນາ 2021ນີ້ ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການແຕ່ງຕັ້ງຂັ້ນຫົວໜ້າກົມ,ຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ ແລະ ຄະນະອໍາການໂຮງໝໍສູນກາງ 103 ກອງທັບ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ,ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ,ສະຫາຍພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ,ມີຄະນະພັກ-ຄະນະບັນຊາເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າ ກົມພະນັກງານກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ2205/ກປທ,ສະ ບັບເລກທີ 2206/ກປທ,ສະບັບເລກທີ 2207/ກປທ,ສະບັບເລກທີ 2208/ກປທ,ສະບັບເລກທີ2209/ກປທ ແລະ ສະບັບເລກທີ 2211/ກປທ, ລົງວັນທີ31/5/2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ,ຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ ແລະ ຄະນະອໍາການໂຮງໝໍສູນກາງ 103 ກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ ll ໝວດທີ4 ມາດຕາ26 ວ່າດ້ວຍການ ແຕ່ງຕັ້ງ,ຍົກຍ້າຍນາຍທະຫານ.

ອີງຕາມທິດທາງກ່ຽວກັບການປັບປຸງກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ,ໜັກແໜ້ນ ດັ່ງນັ້ນ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ,ຍົກຍ້າຍນາຍທະຫານດັ່ງນີ້ ສະຫາຍພົນຈັດຕະວາ ຄຳແພງ ພູມມະແກ້ວ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບໄປເປັນຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບ,ແຕ່ງຕັ້ງສະຫາຍພັນເອກ ຕິເບດ ສີແພງຄູນ ຮອງຮັບຜິດຊອບພະລາທິການ,ຫົວໜ້າຫ້ອງພະລາທິການຂອງໂຮງໝໍສູນກາງ 103 ກອງທັບໄປເປັນຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ,ແຕ່ງຕັ້ງສະຫາຍພັນໂທ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບໄປເປັນຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ.

ແຕ່ງຕັ້ງສະຫານພັນເອກ ສາຍທອງ ມະນີວັນ ຮອງຫົວໜ້າຫ້ອງການບໍລິຫານຂື້ນເປັນຫົວໜ້າຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ,ແລະ ຂໍ້ຕົກລົງແຕ່ງຕັ້ງສະຫາຍພັນເອກ ນາງ ມາລີວອນ ສຸລີຍະແສງ ເປັນຫົວໜ້າການເມືອງໂຮງໝໍສູນກາງ103ກອງທັບ,ແຕ່ງຕັ້ງສະຫາຍພັນໂທ ໄພວັນ ໄຊພູບານ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບໄປຮັບໜ້າທີ່ໃໝ່ເປັນຮອງຮັບຜິດຊອບພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການຂອງໂຮງໝໍສູນກາງ 103 ກອງທັບ,ແຕ່ງ ຕັ້ງສະຫາຍພັນໂທ ນາງ ອຳພອມ ພົມມະທະ ເປັນຮອງການເມືອງທັງເປັນຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103ກອງທັບ ແລະ ແຕ່ງຕັ້ງສະຫາຍ ພັນໂທ ນາງ ຄອນວິໄລ ຂີນທະວົງ ເປັນຮອງຮັບຜິດຊອບວຽກງານປິ່ນປົວສາຍພາຍໃນໂຮງໝໍສູນກາງ103 ກອງທັບ.

ພ້ອມນີ້ໃນພິທີກໍ່ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 2204/ກປທ ລົງວັນທີ 31.5.2021 ວ່າດ້ວຍການອະນຸຍາດໃຫ້ນາຍທະຫານພັກການ ເພື່ອຮັບເບ້ຍບໍານານ ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ພາກທີ lll ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບຳນານຂອງນາຍທະຫານ. ກະຊວງປ້ອງປະເທດຕົກລົງໃຫ້ສະຫາຍພັນເອກ ເຂັມເພັດ ໄຊສະຫວັນ ຫົວໜ້າຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ ພັກການເພື່ອຮັບເບ້ຍບໍານານ.

ໂດຍ: ຄຳໄພວັນ