ຮອງເຈົ້າແຂວງຈຳປສັກ ລົງຕິດຕາມກວດກາເຮືອລາດຕະເວນຂອງກອງບັນຊາການທະຫານແຂວງ

542

ໃນວັນທີ 18 ມິຖຸນາ 2021 ນີ້, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆ ຈຳປາສັກ, ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາເຮືອລາດຕະເວນຂອງກອງບັນຊາການທະຫານແຂວງຈຳປາສັກ ຈຳນວນ 3 ລຳ ຢູ່ທີ່ບ້ານ ຫ້ວຍເລົາ ນະຄອນປາກເຊ ແຂວງຈຳປາສັກ.

ຜ່ານການກວດກາເຮືອລາດຕະເວນດັ່ງກ່າວ ແມ່ນມີຄວາມພ້ອມສູງໃນການປະຕິບັດໜ້າທີ່ ແລະ ມີຄວາມເໝາະສົມແກ່ການນຳໃຊ້ກອບກູ້ໄພພິບັດ ໃນສະພາບນໍ້າຖ້ວມໜັກເປັນຕົ້ນ.

ທ່ານ ສົມບູນ ເຮືອງວົງສາ ແລະ ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ແນະນຳຕື່ມໃຫ້ພະນັກງານ-ນັກຮົບ ກໍ່ຄືວິຊາການ ທີ່ຮັບຜິດຊອບປອ້ງກັນໜ້ານໍ້າດັ່ງກ່າວຈົ່ງເອົາໃຈໃສ່ ບົວລະບັດຮັກສາ ແລະ ກຽມພອ້ມດ້ານເຕັກນິກຂອງເຮືອ ແລະ ເອົາໃຈໃສ່ໃນການກວດກາລາດຕະເວນ ກໍ່ຄືສະພາບນໍ້າໃນລະດູຝົນ ເພື່ອກຽມພອ້ມ ໃນການນໍາໃຊ້ລາດຕະເວນທາງນໍ້າຂອງ ຂອບເຂດຄວາມຮັບຜິດຊອບຂອງກອງບັນຊາການທະຫານແຂວງຈຳປາສັກ ເພື່ອປ້ອງກັນເຂດນໍ້າແດນດີນໃຫ້ມີຄວາມເຂັ້ມແຂງ,ມີຄວາມສະຫງົບສຸກ ໂດຍສະເພາະແມ່ນກຽມຄວາມພ້ອມໃນການນຳໃຊ້ເຂົ້າໃນວຽກງານການກອບກູ້ໄພພິບັດ ໃຫ້ມີຄວາມວອ່ງໄວ ແລະ ທັນເຫດການ.

ຂ່າວ: ທີບມະນີວັນ ຄຳວິເສດ,ພາບ: ດາວົງ ບຸດຕະວົງ