ພິທີອັງເຊີນຮູບຫຼໍ່ ເຄິ່ງຄີງ ປະທານໄກສອນ ພົມວິຫານ ຂຶ້ນສະຖິດແຖ່ນທີ່ອະນຸສາວະລີຫ້ອງວ່າການປົກຄອງເມືອງວິລະບູລີ

608

ພິທີອັງເຊີນຮູບຫຼໍ່ເຄິ່ງຄີງປະທານໄກສອນ ພົມວິຫານ ຂຶ້ນສະ ຖິດແຖ່ນທີ່ອະນຸສາວະລີຫ້ອງວ່າການປົກຄອງເມືອງວິລະບູລີ ໄດ້ ຈັດຂຶ້ນໃນວັນທີ 15 ມິຖຸນາ 2021. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ປອ ໄຊສົມພອນ ພົມວິຫານ ກຳ ມະການກົມການເມືອງສູນກາງ ພັກ ປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການ ພັກແຂວງ ເລຂາພັກເມືອງ ເຈົ້າ ເມືອງວິລະບູລີ, ພ້ອມນັ້ນ ກໍ່ມີຄະນະ ຈາກສູນກາງ, ຈາກແຂວງ ແລະ ຄະນະເມືອງວິລະບູລີເຂົ້າຮ່ວມ.


ໃນໂອກາດນີ້, ທ່ານ ນາງ ພຸດທະສອນ ອິນທະເກສອນ ຫົວ ໜ້າຄະນະຮັບຜິດຊອບອະນຸສອນ ສະຖານໄກສອນ ພົມວິຫານ ໄດ້ ອ່ານບົດສະດຸດີອັງເຊີນຮູບຫຼໍ່ ເຄິ່ງ ຄີງສູງ 0,75 ແມັດ ປະທານ ໄກ ສອນ ພົມວິຫານ ຂຶ້ນສະຖິດແຖ່ນ ເພື່ອເປັນບ່ອນສັກກາລະ ແລະ ເປັນບ່ອນສຶກສາອົບຮົມໃຫ້ແກ່ຄົນ ຮຸ່ນຫຼັງໃຫ້ຄົ້ນຄວ້າຮໍ່າຮຽນເອົາ ແບບຢ່າງຄຸນສົມບັດສິນທຳປະຕິ ວັດ ແລະແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດກໍ່ຄືວິທີນຳພາເຮັດວຽກຂອງປະທານ ໄກສອນ ພົມວິຫານ ທັງເປັນການ ປູກຈິດສຳນຶກເຖິງພາລະກິດອັນ ຍິ່ງໃຫຍ່ຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ.


ໂດຍທຶນຮອນທີ່ນຳໃຊ້ເຂົ້າໃນ ໂຄງການກໍ່ສ້າງອະນຸສາວະລີປະ ທານໄກສອນ ພົມວິຫານ ທີ່ເມືອງ ວິລະບູລີ ແມ່ນປຸກລະດົມຈາກບໍລິສັດລ້ານຊ້າງມິເນໂຣນສ໌ລີມິເຕັດ, ບໍລິສັດເວດທະສິນກໍ່ສ້າງຄົບວົງ ຈອນຈຳກັດຜູ້ດຽວ ແລະບໍລິສັດ ຕ່າງໆພາຍໃນເມືອງວິລະບູລີໃຫ້ ການປະກອບສ່ວນ 1 ຕື້ກວ່າກີບ.