ເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນແຕ່ນີ້ຫາ 4 ກໍລະກົດຕ້ອງປະຕິບັດຕາມເງື່ອນໄຂນີ້ເທົ່ານັ້ນ

2189

ເນື່ອງຈາກນະຄອນຫຼວງວຽງຈັນເປັນສູນກາງທາງດ້ານການເມືອງ, ເສດຖະກິດ ແລະການສືກສາ ການເດີນທາງໄປ-ມາລະຫວ່າງແຂວງຕ່າງໆກັບນະຄອນຫຼວງຈິ່ງການຍາກທີ່ຈະຕັດອອກຈາກກັນໄດ້ ແນວໃດກໍ່ຕາມ ເນື່ອງຈາກນະຄອນຫຼວງວຽງຈັນເປັນສູນກາງການລະບາດຂອງໂຄວິດ-19 ຮອບສອງນີ້ ແລະມາຮອດປະຈຸບັນກໍ່ຍັງມີຄວາມສ່ຽງສູງຢູ່ ດ້ວຍເຫດນີ້ ເພື່ອເປັນການປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ໄປສູ່ແຂວງອື່ນໆນັບແຕ່ນີ້ຫາວັນທີ 4 ກໍລະກົດ 2021 ນີ້ ທຸກຄົນທີ່ຈະເຂົ້າ-ອອກນະຄອນຫຼວງວຽງຈັນຕ້ອງປະຕິບັດຕາມເງື່ອນໄຂທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ.

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບເງື່ອນໄຂ ໃນການອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມຈໍາເປັນເດີນທາງເຂົ້າ – ອອກ ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ຫາ 04 ກໍລະກົດ 2021 ແມ່ນມີດັ່ງນີ້:

  • ການເຂົ້າ-ອອກ ນະຄອນຫລວງວຽງຈັນ ທີ່ບໍ່ຈໍາເປັນຂໍຫນັງສືອະນຸຍາດເດີນທາງແມ່ນ ຂະບວນລົດຜູ້ນໍາ, ລົດສະຫຼາມ, ລົດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ, ລົດຂົນສົ່ງສິນຄ້າ, ຂົນສົ່ງໂຄງການ ແລະ ເຄື່ອງຮັບໃຊ້ການຜະລິດ ນອກຈາກນີ້ແມ່ນຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັ້ມ ແຕ່ຕ້ອງແຈ້ງບັດຢັ້ງຢືນການສັກວັກຊີນ ແລະ ບັດປະຈໍາຕົວ ຫຼື ຫນັງສືເດີນທາງ  (PASSORT) ຕໍ່ເຈົ້າຫນ້າທີ່ປະຈໍາດ່ານກວດກາທຸກຄັ້ງ ແລະ  ຜູ້ປິ່ນປົວຫາຍດີ ຈະກັບພຸມລໍາເນົາ ໃຫ້ນໍາໃຊ້ໃບຢັ້ງຢືນອອກໂຮງຫມໍ ແຈ້ງຕໍ່ເຈົ້າຫນ້າທີ່ປະຈໍາດ່ານກວດກາທຸກຄັ້ງ
  • ການເຂົ້າ-ອອກ ນະຄອນຫຼວງວຽງຈັນ ທີ່ຕ້ອງຂໍຫນັງສືອະນຸຍາດເດີນທາງ: ການທູດ, ຊ່ຽວຊານ, ວິຊາການ ຈາກອົງການຈັດຕັ້ງສາກົນ ໃຫ້ມີໃບສະເຫນີຈາກສະຖານທູດ ຫຼື ອົງການຂອງຕົ້ນ ເພື່ອຂໍອະນຸຍາດຈາກກະຊວງການຕ່າງປະເທດ ຫຼື ກະຊວງສາທາລະນະສຸກ ຫຼື ຄະເພາະກິດ ຂັ້ນສູນກາງ; ສໍາລັບພະນັກງານຂອງລັດ ຂັ້ນສູນກາງ ແລະ ກໍາລັງ ປກຊ-ປກສ ໃຫ້ຂໍອະນຸຍາດຈາກການຈັດຕັ້ງຂອງຕົນ ແລະ  ພະນັກງານລັດຂັ້ນທ້ອງຖິ່ນ, ພະນັກງານວິສາຫະກິດ ໃຫ້ມີໃບສະເຫນີຈາກພາກສ່ວນຕົນ ຫາພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ສ່ວນນັກບວດ ໃຫ້ມືໃບເຫນີຈາກວັດ, ໂບດ ຫຼື ອົງການປົກຄອງບ້ານຂອງຕົນ ຫາພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ປະຊາຊົນລາວ, ຄົນຕ່າງດ້າວ ແລະ ຊາວຕ່າງປະເທດ: ໃຫ້ກໍມີໃບສະເຫນີຂອງຕົນໂດຍຜ່ານອົງການປົກຄອງບ້ານ ຫາ ພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ
  • ບຸກຄົນທີ່ບໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນແມ່ນຜູ້ທີ່ຢູ່ເຂດບ້ານແດງ, ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ຜູ່ຖືກຈໍາກັດບໍລິເວນ ແລະ ຜູ້ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ທີ່ຈໍາກັດບໍລິເວນບໍ່ຄົບ 14 ມື້
  • ໃນການປະກອບເອກະສານ: ໃບສະເຫນີຂໍອະນຸຍາດໃຫ້ມີຂໍ້ມູນຈະແຈ້ງ: ຊື່ ແລະ ນາມສະກຸນ, ອາຍຸ, ອາຊີບ, ທີ່ຢູ່ປະຈຸບັນ (ບ້ານ, ເມືອງ, ແຂວງ) ຫຼື ບ່ອນເຮັດວຽກ, ຈຸດປະສົງການເດີນທາງ ເຊັ່ນ (ໄປປະຕິບັດຫນ້າທີ່ທາງການ, ໄປວຽກໂຄງການ, ໄປທໍາການຜະລິດ, ໄປຂົນສົ່ງສິນຄ້າ-ສະບຽງອາຫານ, ພີ່ນ້ອງເຈັບເປັນ-ເສຍຊີວິດ, ໄປໂຮງຫມໍ, ກັບຄົນພູມລໍາເນົາ ສໍາລັບຄົນຕ່າງແຂວງຄ້າງຢູ່ນະຄອນຫຼວງ), ສະຖານທີ່ຈະເດີນທາງໄປ (ບ້ານ, ເມືອງ, ແຂວງ), ພາຫະນະທີ່ຈະນໍາໃຊ້ (ຢີຫໍ້, ປະເພດ, ສີ ແລະ ເລກທະບຽນ); ເອກະສານເພີ່ມເຕີມ: ສໍາເນົາບັດປະຈໍາຕົວ ຫຼື ປື້ມສໍາມະໂນຄົວ, ໃບຢັ້ງຢືນທີ່ຢູ່ ຫຼື ຂໍ້ຕົກລົງແຕ່ງຕັ້ງໄປວຽກທາງການ, ສໍາເນົາໃບທະບຽນລົດ, ສໍາລັບຄົນຕ່າງປະເທດ ຕ້ອງມີເອກະສານຢັ້ງຢືນການອະນຸຍາດເຂົ້າມາ ສປປ ລາວ, ສໍາເນົາ PASSTORT, ໃບຢັ້ງຢືນການຈໍາກັດບໍລິເວນຄົບ 14 ວັນ, ໃບຢັ້ງຢືນຜົນກວດໂຕວິດ-19

ສາມາດສອບຖາມ ຂໍ້ມູນ ແລະ ລາຍອຽດໃນ ການຮັບເອກະສານຂໍອະນຸຍາດເດີນທາງໄດ້ ເປີດທຸກວັນ ເວລາ 08:00-16:00 ໂມງ ສໍາລັບປະຊາຊົນລາວ, ຄົນຕ່າງດ້າວ ແລະ ຊາວຕ່າງປະເທດ ແມ່ນໃຫ້ສົ່ງເອກະສານຂໍອະນຸຍາດ ຜ່ານທາງ WhatApp: 020 9591 7490, 020 9285 3909, ເບີໂທສອບຖາມ: 020 9261 8918, 020 9657 3058, 020 5889 4533, 020 9857 6462 ແລະ ສໍາລັບ ສໍາລັບພະນັກງານລັດຂັ້ນທ້ອງຖິ່ນ ພະນັກງານວິສາຫະກິດ ແລະ ນັກບວດ ໃຫ້ສົ່ງເອກະສານຂໍອະນຸຍາດ ຜ່ານທາງ WhatApp: 020 23222592, 020 9514 4492, ເບີໂທສອບຖາມ: 020 2928 8997, 020 9535 3453, 020 2980 4250