ອິໂນອຸເອະ ສອຍ ນັກມວຍຟິລິບປິນ ລົງພື້ນ 3 ຄັ້ງ ປ້ອງກັນສາຍແອວແຊັມໂລກ

963
Naoya Inoue, of Japan, celebrates after defeating Michael Dasmarinas, of the Philippines, in a bantamweight title fight Saturday, June 19, 2021, in Las Vegas. (AP Photo/John Locher)

ນາໂອຍະ ອິໂນອຸເອະ ແຊັມໂລກຊາຍຍີ່ປຸ່ນ ອອກໝັດໃສ່ ໄມເຄິລ ດັສມາຣິນາສ ນັກມວຍຈາກຟິລິບປິນ ລົງພື້ນໄດ້ເຖິງ 3 ຄັ້ງ ກ່ອນເອົາຊະນະນ໊ອກໄປ ພ້ອມປ້ອງກັນສາຍແອວແຊັມໂລກຮຸ່ນແບນຕໍາເວດ ໄວ້ໄດ້ທີ່ສະຫະລັດອາເມຣິກາ ເມື່ອວັນທີ 19 ມິຖຸນາ 2021.

ໄຟທ໌ດັ່ງກ່າວກໍານົດຊົກ 12 ຍົກ ໄຮໄລທ໌ສໍາຄັນຢູ່ທີ່ຍົກທີ 2 ອິໂນອຸເອະ ແຍັບມັດຊ້າຍ ແລະ ຂວາເຂົ້າໜ້າຄູ່ແຂ່ງຈົນເຊລົງພື້ນ ແລະ ຖືກນັບເຖິງ 8 ແຕ່ຍັງລຸກຂຶ້ນມາສູ້ໄດ້, ເຂົ້າສູ່ຍົກ 3 ອິໂນອຸເອະ ຈັດການສອຍລໍາຕົວ ບໍດີ້ ຊ໊ອດ ໃສ່ຜູ້ທ້າຊີງລົງພື້ນອີກຄັ້ງ, ແຕ່ພະຍາຍາມລຸກມາຊົກຕໍ່ ແລະ ຖືກ ອິໂນອຸເອະ ຕີລໍາຕົວຈົນ ດັສມາຣິນາສ ນອນລົງກັບພື້ນເປັນຄັ້ງທີ 3 ກ່ອນກໍາມະການສັ່ງຢຸດຕິການຊົກ.

ເຮັດໃຫ້ ອິໂນອຸເອະ ອາຍຸ 28 ປີຮັກສາສາຍແອວແຊັມໂລກ 2 ເສັ້ນໄວ້ໄດ້ ພ້ອມທັງຍັງເພີ່ມສະຖິຕິການຊົກຊະນະ 21 ໄຟທ໌ລວດ ໃນນັ້ນເປັນການຊະນະນ໊ອກ 18 ຄັ້ງຕະຫຼອດອາຊີບ.