ຄືນນີ້ຮູ້ຜົນ ໂອຕຣິດ ວັດຄົມກັບ ອູແກຣນ ລຸ້ນເຂົ້າຮອບ 16 ທີມຢູໂຣ 2020, ສ່ວນທີມເສຍລຸ້ນເມື່ອຍ

593

ການແຂ່ງຂັນບານເຕະ ຢູໂຣ 2020 ປະຈໍາວັນຈັນທີ 21 ມິຖຸນາ 2021 ເປັນການແຂ່ງຂັນນັດສຸດທ້າຍ ແລະ ເປັນນັດຕັດສິນເຂົ້າຮອບຂອງ 3 ທີມ ຫຼັງຈາກທີ່ ທີມຊາດໂຮນລັງ ມີ 6 ຄະແນນເຂົ້າຮອບເປັນທີ່ແນ່ນອນແລ້ວ, ສ່ວນ ໂອຕຣິິດ ກັບ ອູແກຣນ ມີ 3 ຄະແນນເທົ່າກັນ ແລະ ນອດ ມາຊິໂດເນຍ ບໍ່ມີຈັກຄະແນນ.

ຄືນນີ້ຈະລົງແຂ່ງຂັນພ້ອມກັນເວລາ 23:00 ໂມງທັງສອງຄູ່ຄື: ທີມຊາດອູແກຣນ ພົບກັບ ໂອຕຣິດ ແລະ ທີມຊາດນອດ ມາຊິໂດເນຍ ພົບກັບ ໂຮນລັງ. ຄູ່ທີ່ໜ້າສົນໃຈເປັນ ທີມຊາດອູແກຣນ ກັບ ໂອຕຣິດ ທີ່ມີລຸ້ນເຂົ້າຮອບສູງ ໂດຍທີມຊະນະຈະໄດ້ເຂົ້າຮອບແນ່ນອນ ແຕ່ຖ້າສະເໝີ ອູແກຣນ ໃນຖານະອັນດັບ2 ຈະໄດ້ເຂົ້າຮອບ ເນື່ອງຈາກມີຜົນປະຕູໄດ້ເສຍດີກວ່າ ແລະ ໂອຕຣິດ ກໍຕ້ອງລຸ້ນຕິດອັນດັບ 3 ທີ່ດີທີ່ສຸດຕໍ່ໄປ, ສ່ວນ ນອດ ມາຊິໂດເນຍ ຫຼັງອີງຝາເນື່ອງຈາກຍັງບໍ່ມີຈັກຄະແນນຕ້ອງຊະນະ ໂຮນລັງ ທີມແຂງທີ່ສຸດໃນສາຍນີ້ໃຫ້ໄດ້ສະຖານດຽວ ເພື່ອລຸ້ນເປັນທີມອັນດັບ 3 ທີ່ດີທີ່ສຸດ 1 ໃນ 4 ທີມ.

ໄປເບິ່ງສະຖິຕິທີ່ໜ້າສົນໃຈຂອງຄູ່ລະຫວ່າງ ອູແກຣນ ກັບ ໂອຕຣິດ ທີ່ຄາດວ່າຄືນນີ້ຈະເປີດເກມບຸກໃສ່ກັນແບບບໍ່ມີຫຍັງຈະເສຍ ເພື່ອໄຊຊະນະ ແລະ ອາດເປັນຄູ່ທີ່ສູສີທີ່ສຸດໃນລາຍການນີ້ກໍເປັນໄດ້ ເພາະດ້ານຟອມການຫຼິ້ນ ແລະ ນັກເຕະມີສັກກະຍະພາບໃກ້ຄຽງກັນ ສໍາລັບສະຖິຕິການພົບກັນມາ 2 ຄັ້ງໃນນັດອຸ່ນເຄື່ອງປາກົດວ່າ ນັດທໍາອິດປີ 2011 ອູແກຣນ ເອົາຊະນະ 2-1 ແລະ ນັດທີ 2 ປີ 2012 ໂອຕຣິດ ລ້າງແຄ້ນເອົາຊະນະໄປ 3-2.

ອູແກຣນ ເລີ່ມຕົ້ນໃນຢູໂຣ 2020 ຮອບສຸດທ້າຍໄດ້ດີພໍສົມຄວນ ເຖິງວ່ານັດທໍາອິດຈະເສຍໃຫ້ກັບ ໂຮນລັງ 2-3 ເຊິ່ງນັດດັ່ງກ່າວຖືກ ໂຮນລັງ ນໍາກ່ອນ 2-0 ກ່ອນຈະຕີສະເໝີໄດ້ 2-2 ແຕ່ທ້າຍເກມມາພາດທ່າເສຍປະຕູກ່ອນເສຍໄປ 2-3 ; ນັດທີ 2 ຄືນຟອມເອົາຊະນະ ນອດ ມາຊິໂດເນຍ 2-1 ເກັບ 3 ຄະແນນທໍາອິດນັດນີ້ ອູແກຮນ ສ້າງໂອກາດຍິງໄດ້ເຖິງ 12 ຄັ້ງ ( ຍິງເຂົ້າເປົ້າ 8 ຄັ້ງ ) ເຊິ່ງນັກເຕະທີ່ໜ້າຈັບຕານັດນີ້ຂອງ ອູແກຣນ ກໍມີ Andriy Yarmolenko ປີກຂວາ ແລະ Roman Yaremchuk ກອງໜ້າຕົວເປົ້າທີ່ມີຄວາມແຮງ ແລະ ຄວາມວ່ອງໄວ ເຊິ່ງ 2 ນັດທີ່ຜ່ານຍິງໄດ້ຄົນລະ 2 ປະຕູ ( ນັດທໍາອິດ ຄົນລະປະຕູ ແລະ ນັດທີ 2 ຍິງຄົນລະປະຕູ ).

ສ່ວນທີມຊາດໂອຕຣິດ ລົງສະໜາມນັດທໍາອິດຟອມໂດດເດັ່ນ ຊະນະ ນອດ ມາຊິໂດເນຍ 3-1 ເກັບ 3 ຄະແນນທໍາອິດ ເຊິ່ງນັດນີ້ສ້າງໂອກາດຍິງໄດ້ 7 ຄັ້ງ ( ເຂົ້າເປົ້າ 6 ຄັ້ງ )ັ້ ສ່ວນນັດທີ 2 ຕ້ານຄວາມແຂງແກ່ນຂອງ ໂຮນລັງ ບໍ່ໄດ້ເສຍໄປ 0-2, ແຕ່ນັດນີ້ ໂອຕຣິດ ຄອງເກມໄດ້ເຖິງ 52%, ສ້າງໂອກາດຍິງ 5 ຄັ້ງ ( ແຕ່ເຂົ້າເປົ້າພຽງ 1 ຄັ້ງ ).

ຈຸດເດັ່ນຂອງ ໂອຕຣິດ ຊຸດນີ້ຢູ່ທີ່ຮູບເກມແດນກາງທີ່ມີຄວາມແໜ້ນໜາມີເຖິງ 5 ຄົນ, ວາງຫຼັງ 3 ຄົນ ແລະ ໜ້າ 2 ຄົນ ເຊິ່ງນັກເຕະທີ່ໜ້າຕິດຕາມຄືນນີ້ກໍແມ່ນ David Alaba ກອງຫຼັງຫົວໜ້າທີມຈາກ ບາເຢິນ ມິວນິກ ເປັນຜູ້ບັນຊາການທີມ ແລະ ເປັນຕົວເຕີມເກມທີ່ໂດດເດັ່ນຂອງທີມ. ນອກນັ້ນ ກໍຍັງມີ Michael Gregoritsch ແລະ Marko Arnautovic 2 ກອງໜ້າທີ່ຍິງໄດ້ແລ້ວຜູ້ລະປະຕູໃນນັດນີ້ ໂດຍສະເພາະ Marko Arnautovic ຈະກັບມາລົງສະໜາມຊ່ວຍອີກຄັ້ງ ເນື່ອງຈາກນັດຫຼ້າສຸດຕິດໂທດຫ້າມແຂ່ງ1ນັດ.

ຮູບຈາກ: AP