ມື້ນີ້ຂ່າວດີ 21 ມິຖຸນາ ລາວ ມີຜູ້ຕິດເຊື້ອ 1 ຄົນ ເປັນກໍລະນີນຳເຂົ້າ ສ່ວນການລະບາດຊຸມຊົນ ນວ ຖືວ່າເປັນ 0

567

ວັນທີ 21 ມິຖຸນາ 2021 ລາວ ພົບຜູ້ຕິດເຊື້ອ 1 ຄົນ ຢູ່ແຂວງສະຫວັນນະເຂດ 1 ຄົນ ເຮັດໃຫ້ຕົວເລກສະສົມທົ່ວປະເທດ ມີຈຳນວນ ຕົວເລກຕິດເຊື້ອສະສົມທັງໝົດ 2.054 ຄົນ ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ.
ທ່ານ ດຣ. ນາງ ພອນປະເສີດ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 21 ມິຖຸນາ 2021ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ສຳລັບ ສປປ ລາວ ໃນວັນທີ 20 ມິຖຸນາ 2021, ໄດ້ກວດວິເຄາະທັງໝົດ 911 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 1 ຄົນ, ຢູ່ແຂວງສະຫວັນນະເຂດ 1 ຄົນ ເປັນກໍລະນີນຳເຂົ້າ, ເຮັດໃຫ້ຕົວເລກສະສົມຜູ້ຕິດເຊື້ອໃນລາວ ມີທັງໝົດ 2.054 ຄົນ, ປິ່ນປົວຫາຍດີສະສົມທັງໝົດ 1.948 ຄົນ (ໃໝ່ 4 ), ຍັງນອນຮັບການປິ່ນປົວທັງໝົດ 103 ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ. ພ້ອມນີ້ຍັງມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດທີຄະນະສະເພາະກິດອະນຸຍາດ ມີຈຳນວນ 589 ຄົນ ແລະ ຍັງມີສູນຈຳກັດບໍລິເວນທັງໝົດທົ່ວປະເທດ 42 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 4.062 ຄົນ. ສຳລັບບ້ານແດງມາຮອດປະຈຸບັນຍັງ 15 ບ້ານໃນ 5 ເມືອງຄື: ໄຊເສດຖາ, ໄຊທານີ, ສີສັດຕະນາກ, ຈັນທະບູລີ ແລະ ສີໂຄດຕະບອງ.


ສຳລັບສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ແລະ ຍັງມີຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ)ນອກຈາກຈຸດກວດຄົງທີ່ ທີ່ກ່າວມານັ້ນ ທີມງານເຝົ້າລະວັງຍັງມີການຄົ້ນຫາກໍລະນີຜູ້ຕິດເຊື້ອໃໝ່ແບບບຸກ (Active case finding) ໂດຍການເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ແລະ ກຸ່ມສ່ຽງ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່ ບໍ່ວ່າຈະເປັນ ບ້ານເຂດແດງ ສຳນັກງານອົງການ,ສະຖາບັນການສຶກສາ, ຕະຫຼາດສົດ, ລວມທັງບາງໂຮງງານ ແລະ ສະຖານທີ່ ທີ່ມີແຮງງານກຳມະກອນຈຳນວນຫຼາຍ.


ທ່ານກ່າວຕື່ມວ່າ: ໃນສະພາບປະຈຸບັນ ເຖິງແມ່ນວ່າຈຳນວນກໍລະນີຕິດເຊື້ອໃນຊຸມ ຊົນມີທ່າອ່ຽງຫຼຸດລົງ ແຕ່ປະເທດຂອງພວກເຮົາ ຍັງມີສິ່ງທ້າທາຍ ທີ່ເປັນຄວາມສ່ຽງຕໍ່ການລະບາດຂອງພະຍາດອອກເປັນວົງກ້ວາງຍ້ອນວ່າ : ບາງປະເທດໃກ້ຄຽງ ຍັງມີສະພາບການລະບາດໃນຊຸມຊົນຫຼາຍບ ແລະ ມີການລາຍງານຈຳນວນຜູ້ຕິດເຊື້ອໃໝ່ 2-3 ພັນຄົນຕໍ່ມື້ ( ຖ້າມີການລັກລອບເຂົ້າມາແບບບໍ່ຖືກຕ້ອງຕາມເຂດຊາຍແດນ ຈະມີຄວາມສ່ຽງສູ) ແລະ ອີກດ້ານນື່ງ ບາງພາກສ່ວນໃນສັງຄົມ ຍັງບໍ່ທັນປະຕິບັດຕາມມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ແລະ ເຕັມສ່ວນ, ສະນັ້ນຈຶ່ງຂໍໃຫ້ພວກເຮົາທຸກຄົນຈົ່ງໄດ້ຮ່ວມໃຈກັນ ເປັນກຳລັງແຮງ ໃນການສືບຕໍ່ຈັດຕັ້ງປະຕິ ບັດບັນດາມາດຕະການທີ່ລັດຖະບານວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ ແລະ ພ້ອມກັນ ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ໂດຍສະເພາະ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື ເປັນປະຈຳ.ເພື່ອເຮັດແນວໃດໃຫ້ຈຳນວນຕົວເລກລາຍຫນຕິດເຊື້ອໃນຊຸມຊົນ ຢູ່ຂອງນະຄອນຫຼວງວຽງຈັນ ຄ່ອຍຫຼຸດລົງ ຈົນກາຍເປັນ ເປັນ 0 ຫຼື ຖ້າມີກໍໃຫ້ເປັນແຕ່ກໍລະນີມາຈາກຕ່າງປະເທດ.


ພ້ອມນີ້ທ່ານຍັງກ່າວຕື່ມວ່າ: ຄຽງຄູ່ກັບ ວາງມາດຕະການຄວບຄຸມການລະບາດຂອງພະຍາດ ຢ່າງເຂັ້ມງວດໃນສັງຄົມແລ້ວ ພັກ ແລະ ລັດຖະບານ ກໍຄຳຄະນະສະເພາະກີດ ຍັງໄດ້ມີການ ສະໜອງການໃຫ້ວັກຊີນແກ່ປະຊາຊົນ ໃນຂອບເຂດທົ່ວປະເທດ ເຊິ່ງເປັນມາດຕະການ ອີກອັນນຶ່ງ ທີ່ຈະສາມາດຢັບຢັ້ງ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19ໃນປະເທດຂອງພວກເຮົາປະຈຸບັນທົ່ວປະເທດກໍຍັງສືບຕໍ່ ໃຫ້ວັກຊີນ ທັງ ເຂັ້ມ 1 ແລະ 2 ສ່ວນເຂັມທີ 2 ຮອບເກົ່າ ( ມີຊີໂນຟາມ ແລະ ອາສຕາເຊນີກາ )ເມື່ອຮອດກຳນົດ 2) ຂໍໃຫ້ທ່ານໄປສັກຕາມແພດນັດ (ເພາະທ່ານໄດ້ຮັບວັກຊິນຄົບ 2 ເຂັ້ມໄດ້ໄວ ທ່ານຮ່າງກາຍກໍຈະມີ ການສ້າງພູມຄຸ້ມກັນໄດ້ເຕັມສ່ວນໄວເຊັ່ນກັນ)ສາມາດໄປຮັບວັກແຊງໄດ້ ຢູ່ໂຮງໝໍເມືອງ ແລະ ສະຖານທີ່ ບໍລິການທີ່ທາງຄະນະສະເພາະກິດກຳນົດໄວ, ວັກຊີນ ເຂັ້ມທີ 1 ຮອບໃໝ່ຢູ່ນະຄອນຫຼວງວຽຈັນແມ່ນບໍລິການສັກ ຊີໂນຟາມທຸກຈຸດສັງຢາທີ່ທາງຄະນະສະເພາະກິດກຳນົດໄວ ສ່ວນໄຟເຊີ ແມ່ນຈະມີການບໍລິການໃນບາງຈຸດ ສຳລັບຜູ້ທີ່ໄດ້ລົງທະບຽນແລ້ວເທົ່ານັ້ນສໍາລັບບັນດາແຂວງ ແມ່ນກໍາລັງກະກຽມທີ່ຈະສົງ ວັກຊິນຊີໂນຟາມໄປໃຫ້ ບັນດາແຂວງເພື່ອໃຫ້ໄດ້ເລີ້ມສັກເຂັມທີຮອບໃໝ່ ໄວໆນີ້.