ອິຕາລີ ທີມທໍາອິດມີໄຊ 3 ນັດລວດໃນຢູໂຣ 2020 ເພີ່ມສະຖິຕິບໍ່ເສຍ 30 ນັດລວດພ້ອມຄວ້າແຊັມກຸ່ມ A

631

ການແຂ່ງຂັນບານເຕະຢູໂຣ 2020 ປະຈໍາວັນທີ 20 ມິຖຸນາ 2021 ເວລາ 23:00 ໂມງເປັນການແຂ່ງຂັນກຸ່ມ A ແຂ່ງຂັນ 2 ຄູ່ພ້ອມກັນຄື:
ເລີ່ມກັນທີ່ຄູ່ຂອງ ອິຕາລີ ພົບ ເວລ: ເຊິ່ງ ອິຕາລີ ມີ 6 ຄະແນນ ແລະ ເວລ ມີ 4 ຄະແນນຕ້ອງວັດກັນເປັນແຊັມກຸ່ມ ຖ້າຫາກທີມໃດຊະນະຈະເປັນແຊັມກຸ່ມທັນທີ ໂດຍນັດນີ້ ອິຕາລີ ປ່ຽນຫຼາຍຕໍາແໜ່ງພໍສົມໂດຍສະເພາະກອງໜ້າ 3 ປະສານ ເຟເດຣິໂກ ເບີນາເດສຊິ, ແອນເດຣນ ເບລ໊ອດຕິ ແລະ ເຟສເດີຣິໂກ ຊິສຊາ, ສ່ວນ ເວລ ເນັ້ນໃຊ້ນັກເຕະຊຸດເກົ່າໂດຍສະເພາະກອງໜ້າຍັງໃຊ້ ແດນີ ເຈມສ໌, ອາຣອນ ແຣມຊີ ແລະ ກາເຣັດ ເບລ.

ປາກົດວ່າ: ອິຕາລີ ໃຊ້ເວລາໃນການປັບເກມໃນໄລຍະຕົ້ນເກມ ກ່ອນທີ່ຈະສາມາດຄອງເກມໄດ້ເໜືອກວ່າ ແລະ ໄດ້ໂອກາດບຸກຕໍ່ເນື່ອງ, ສ່ວນເວລ ອາໄສໂຕ້ກັບ ຈົນເຖິງນາທີໆ 39 ອິຕາລີ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງຂອງ Matteo Pessina ກ່ອນຈົບເຄິ່ງເວລາທໍາອິດ ອິຕາລີ ນໍາຢູ່ 1-0.

ສ່ວນເຄິ່ງເວລາທີ 2 ເວລ ເຫຼືອຜູ້ຫຼິ້ນໜ້ອຍກວ່າຈາກການໄດ້ບັດແດງ ເຮັດໃຫ້ ອິຕາລີ ຫຼິ້ນງ່າຍຂຶ້ນ, ແຕ່ຈົບເກມບໍ່ມີປະຕູເກີດຂຶ້ນ ອິຕາລີ ເອົາຊະນະໄປ 1-0 ກາຍເປັນທີມທໍາອິດທີ່ຊະນະ 3 ລວດໃນ ຢູໂຣ 2020 ພ້ອມທັງເຮັດໃຫ້ ທີມຊາດອິຕາລີ ຊຸດນີ້ພາຍໃຕ້ກາຍເປັນນໍາທີມຂອງ ໂຣແບໂຕ ມັນຊິນີ ຜູ້ຈັດການທີມ ເພີ່ມສະຖິຕິພາທີມຊະນະ 11 ນັດລວດ ແລະ ສ້າງສະຖິຕິບໍ່ເສຍເປັນນັດທີ 30 ຫຼັງສຸດ ໃນນັ້ນບໍ່ເສຍປະຕູເລີຍ 23 ນັດ ແລະ ຍິງຄູ່ແຂ່ງໄປເຖິງ 81 ປະຕູ.

ຂະນະທີ່ ອີກຄູ່ໜຶ່ງ ສະວິດເຊີແລນ ເອົາຊະນະ ຕວັກກີ 3-1 ເຮັດໃຫ້ ກຸ່ມ A ແຂ່ງຄົບ 3 ນັດ ອິຕາລີ ມິ 9 ຄະແນນເຂົ້າໃນຮອບຖານະແຊັມກຸ່ມ ແລະ ເວລ ມີ 4 ຄະແນນເຂົ້າຮອບໃນຖານະຮອງແຊັມກຸ່ມ, ສ່ວນ ສະວິດເຊີແລນ ມີ 4 ຄະແນນເທົ່າ ເວລ ແຕ່ ສະວິດເຊີແລນ ມີຜົນປະຕູໄດ້ເສຍໜ້ອຍກວ່າ ຕ້ອງລໍຖ້າຜົນກຸ່ມອື່ນ ເພື່ອລຸ້ນຕິດທີມອັນດັບ 3 ດີທີ່ສຸດຈໍານວນ 4 ທີມເຂົ້າຮອບ 16 ທີມ, ສ່ວນຕວັກກີ ບໍ່ມີຈັກຄະແນນຕົກຮອບໄປ.