ການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ຄືບໜ້າ 4%

560

ອີງຕາມຂ່າວຈາກເວັໄຊຂອງກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມກໍ່ສ້າງ ໃນເດືອນ ສິງຫາ 2019 ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ, (ອົງການ ນິດາ NEDA), ຊຶ່ງລັດຖະບານລາວໄດ້ຮັບເງິນກູ້ຢືມຈໍານວນ 1.380.067.000 ບາດ, ເຊຶ່ງໄດ້ແບ່ງອອກເປັນ 2 ສັນຍາຄື: ສັນຍາ 1 ແມ່ນສັນຍາກໍ່ສ້າງຂົວນໍ້າຂອງ ແລະ ສັນຍາທີ 2 ແມ່ນສັນຍາ ກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນ ເຂົ້າ-ອອກເມືອງ.

ຈຸດທີ່ຕັ້ງຂອງໂຄງການຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທແຫ່ງທີ 5 ບໍລິຄໍາໄຊ-ບຶງການ, ແມ່ນຕັ້ງຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ ຫ່າງຈາກເທດສະບານເມືອງປາກຊັນໄປທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກມ ແລະ ຫ່າງຈາກທາງເລກ 13ໃຕ້ 2.860 ແມັດ.

ສໍາລັບໂຄງສ້າງຂົວຊ່ວງກາງນໍ້າເປັນລັກສະນະຂົວແຂວນ (Extradoses) ຢູ່ຊ່ວງກາງນໍ້າ ຮູບແບບຂາງເປັນຮູບກັບແບບມີປີກ (Box Girder) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນຄື: ຊ່ວງທີ່ຢູ່ເທິງບົກມີ 16 ຊ່ວງ, ໃນນັ້ນຍາວ 40 ແມັດ 8 ຊ່ວງ, ຍາວ 50 ແມັດ 8 ຊ່ວງ, ຢູ່ກາງນໍ້າມີ 5 ຊ່ວງ (ຍາວ 90 ແມັດ 2 ຊ່ວງ ແລະ ຍາວ 150 ແມັດ 3 ຊ່ວງ), ມີເສົາເທິງບົກ 18 ເສົາ ແລະ ເສົາສູງຄຶງສາຍກາບກາງນໍ້າ 4 ເສົາ. ລວງຍາວສະເພາະຂົວທັງໝົດ 1.350 ແມັດ ແລະ ມີທາງເຊື່ອມຕໍ່ຂຶ້ນຫົວຂົວ (Approach Road) ເບື້ອງລະ 85 ແມັດ, ລວງກວ້າງຂອງຂົວທັງໝົດ 17,30 ແມັດ

ສໍາລັບໂຄງສ້າງທາງເຂົ້າຂົວ (Connecting) ປູດ້ວຍເບຕົງເສີມເຫຼັກໜາ 25 ຊັງຕີແມັດ, ມີຄວາມກວ້າງທັງໝົດ 24,10 ແມັດ, ໃນນັ້ນມີຄອງລົດແລ່ນເບື້ອງລະ 2×3.50 ແມັດ, ມີບ່າທາງເບື້ອງລະ 2,50 ແມັດ, ມີດອນກາງທາງລວມທັງຂອບປ້ອງກັນກວ້າງ 5,10 ແມັດ, ສໍາລັບຈຸດປ່ຽນທິດທາງຈາລະຈອນ ແມ່ນໄດ້ກໍານົດຢູ່ເບື້ອງປະເທດລາວ, ໂດຍກໍານົດຄວາມກວ້າງຂອບເຂດສະຫງວນຂອງທາງເບື້ອງລະ 50 ແມັດ.

ສໍາລັບຄວາມຄືບໜ້າຂອງໂຄງການໃນແຕ່ລະໜ້າວຽກງານການກໍ່ສ້າງ ມາເຖິງປະຈຸບັນທີ່ໄດ້ປະຕິບັດສໍາເລັດມີດັ່ງນີ້: ສັນຍາທີ 1 (Package) : ກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຫົວຂົວ, ເນື່ອງຈາກສະຖານະການແຜ່ລະບາດຂອງພະຍາດ Covid-19 ຜູ້ຮັບເໝົາຫຼັກ (ຝ່າຍໄທ) ຈຶ່ງບໍ່ສາມາດເຂົ້າສະໜາມໄດ້, ຊຶ່ງໃນໄລຍະຜ່ານມາກໍ່ຄືປະຈຸບັນແມ່ນໄດ້ເຂົ້າມາສໍາຫຼວດ ຊີເຈາະໂຄງສ້າງຂັ້ນດິນ ແລະ ຫີນຢູ່ຈຸດທີ່ຕັ້ງເສົາຂົວ, ຊຶ່ງນອນໃນເຂດຮົ້ວ ຟຣີໂຊນ ເທົ່ານັ້ນ, ໃນສັນຍາທີ 1 ມາຮອດວັນທີ 31 ພຶດສະພາ 2021, ແຜນການໃນເດືອນ 1,19% ປະຕິບັດໄດ້ 0,42% ຫຼຸດຄາດ  ໝາຍ -1,77%.

ສໍາລັບສັນຍາທີ 2 ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານປະຈຸບັນການກໍ່ສ້າງແຜນການ 4,27%, ປະຕິບັດໄດ້ຕົວຈິງ 6,31%, ລື່ນຄາດໝາຍ +2,04%, ລວມຄວາມຄືບໜ້າທັງ 2 ສັນຍາແມ່ນປະຕິບັດໄດ້ +4,08%.