ຫຼາຍພາກສ່ວນຍັງສືບຕໍ່ ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ແຂວງ ໄຊຍະບູລີ

513

ໃນວັນທີ 19-20 ມິຖຸນາ 2021 ທີ່ຫ້ອງວ່າການ ແຂວງ ໄຊຍະບູລີ ຫຼາຍພາກສ່ວນຍັງສືບຕໍ່ມອບເຄື່ອງ ແລະ ເງິນສົດ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີ ເປັນຕົ້ນແມ່ນ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງເຮືອນຄົວ, ເຄື່ອງນຸ່ງ-ຮົມ ແລະ ເງິນ ສົດ.

ໃນນັ້ນມີ: ບໍລິສັດ ປັນຍາທິລາດ ກໍ່ສ້າງ ເຄຫາ ຂົວ-ທາງ ແລະ ຊົນລະປະທານ ມອບເງິນສົດ 10 ລ້ານກີບ; ບໍລິສັດ ສົມພະມິດກໍ່ສ້າງ ມອບເງິນ 10 ລ້ານກີບ, ຄອບຄົວການນໍາ ກະຊວງປ້ອງກັນປະເທດ ມອບເງິນສົດ 16 ລ້ານກີບ;ຄອບຄົວການນໍາ ແລະ ບັນດານັກທຸລະກິດ ຈາກນະຄອນຫຼວງວຽງຈັນ ມອບເຂົ້າສານ, ນໍ້າດື່ມ, ເກືອ, ປາກະປ່ອງ, ມີ່ໄວໆ, ດອກໄຟຟ້າ, ເຄື່ອງໃຊ້ເຮືອນຄົວ ແລະ ເຄື່ອງນຸ່ງ-ຮົ່ມ ລວມມູນຄ່າ 45 ລ້ານກີບ.

ບໍລິສັດ ສຸບິນ SP ນໍ້າມັນເຊື້ອໄຟ ມອບເງິນສົດ 2 ລ້ານກີບ, ທ່ານ ວຽງໄຊ ສຸກກະເສີມ ມອບເງິນ 10 ລ້ານກີບ, ທ່ານ ສະໄໝ ສຸກກະເສີມ ມອບເງິນ 10 ລ້ານກີບ, ສະມາຄົມ ທຸລະກິດເມືອງ ແກ່ນທ້າວ ມອບເງິນ 15 ລ້ານກີບ, ບໍລິສັດ ລາວຟອດຊີຕີມອບ ນໍ້າດື່ມ ແລະ ມີ່ໄວໆ ລວມມູນຄ່າ 2 ລ້ານກີບ.

ຫ້ອງການ ສະຫະພັນນັກຮົບເກົ່າ ມອບເງິນ 1,5 ລ້ານກີບ; ຮ້ານຂາຍລົດ ບຸນເພັງມໍເຕີ ປະກອບສ່ວນ ເປັນອາຫານແຫ້ງ, ລົດແຈກນໍ້າດື່ມເຄື່ອນທີ່ ແລະ ລົດແທັກເຕີຊ່ວຍຍູ້ດິນໃຫ້ປະຊາຊົນ ລວມມູນຄ່າ 23,72 ລ້ານກວ່າກີບ; ທີມງານໝູ່ເພື່ອນ, ອ້າຍ, ເອື້ອຍນ້ອງ ຈາກແຂວງ ຫຼວງພະບາງ ແລະ ນະຄອນຄອນຫຼວງວຽງຈັນມອບນໍ້າດື່ມ, ປາກະປ່ອງດ ມີ່, ເຄື່ອງນຸ່ງ-ຮົ່ມ ລວມມູນຄ່າ 6 ລ້ານກີບ.

ຕາງໜ້າຮັບໂດຍແມ່ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມຄະນະ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ