ໃຜຈະເດີນທາງ ເຂົ້າ-ອອກ ນວ ຕ້ອງມີໃບຢັ້ງຢືນ ການຮັບວັກແຊງຄົບ 2 ເຂັມ

982

ເນື່ອງໃນໂອກາດເຂົ້າຮ່ວມຖະແຫຼງຂ່າວການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນລາວປະຈຳວັນທີ 20 ມິຖຸນາ 2021 ທ່ານ ດຣ. ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ກ່າວບາງຕອນວ່າ: ສຳລັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ເຖິງ 4 ກໍລະກົດ 2021 ໂດຍແມ່ນໃຫ້ເອົາໃຈໃສ່ປະຕິບັດບາງມາດຕະການຄື: ໃຫ້ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ແລະ ແຈ້ງການຢ່າງເຂັ້ມງວດ; ໃຫ້ເອົາໃຈໃສ່ຄົ້ນຫາຜູ້ຕິດເຊື້ອມາປິ່ນປົວ ແລະ ຄົ້ນຫາຜູ້ໃກ້ຊິດຜູ້ຕິດເຊື້ອມາເກັບຕົວຢ່າງ ພ້ອມຈຳກັດບໍລິເວນ, ພ້ອມນີ້ສືບຕໍ່ສັກວັກແຊງໃຫ້ກຸ່ມເປົ້າໝາຍໃຫ້ບັນລຸຄາດໝາຍ; ເປີດຮ້ານຕັດຜົມ, ຮ້ານເສີມສວຍ ໃຫ້ຕັດແຕ່ຜົມ ແລະ ສະຜົມ ພ້ອມເຮັດເລັບ. ບໍ່ໃຫ້ນວດໜ້າ, ແລະ ຄວັດຂີ້ຫູ ຜູ້ຕັດ ແລະ ຜູ້ໄປໃຊ້ບໍລິການຕ້ອງປະຕິບັດມາດຕະການປ້ອງກັນ; ສ່ວນຕະຫຼາດນັດແຄມຂອງສວນເຈົ້າອານຸວົງ ແລະ ບ່ອນອື່ນໆ ແມ່ນໃຫ້ເປີດບໍ່ໃຫ້ເກີນ 22:00 ໂມງ.

ທ່ານໃດຈະໄປອອກກຳລັງກາຍນອກສະຖານທີ່ ແມ່ນໃຫຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ; ຫ້າມຕັ້ງວົງຊຸມແຊວທາດເຫຼົ້າ; ຫ້າມຂາຍເຄື່ອງຢູ່ສະໜາມຫຼວງເດັດຂາດ; ບໍ່ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ; ການເດີນທາງເຂົ້າອອກ ນວ ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດແຕ່ລະຂັ້ນ; ສຳລັບທ່ານໃດທີ່ເປັນປະຊາຊົນທົ່ວໄປຈະເດີນທາງເຂົ້າອອກນະຄອນຫຼວງວຽງຈັນແມ່ນໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງມີໃບຢັ້ງຢືນການສັກວັກແຊງຄົບ 2 ເຂັ້ມມາຢືນຢັນ. ຫາກແມ່ນນັກການທຸດ ແລະ ຊຽວຊານ ແລະ ວິຊາການ ແມ່ນໃຫ້ມີໃບສະເໜີຈາກອົງການ ແລະ ສະຖານທູດຂອງຕົນ, ຈາກອົງການຈັດຕັ້ງຂອງຕົນ ; ເຮືອທີ່ອອກໄປທຳການຜະລິດ ແລະ ຊອກກິນ ແມ່ນອະນຸຍາດແຕ່ 8:00-18:00 ໂມງ; ການຂົນສົ່ງທຸກປະເພດ ຜູ້ໂດຍສານຕ້ອງໄດ້ຮັບວັກແຊງຄົບ 2 ເຂັ້ມ, ບ່ອນນັ່ງຕ້ອງຈັດໃຫ້ຫ່າງກັນຢ່າງໜ້ອຍ 1 ແມັດ ພ້ອມແທກອຸນຫະພູມ ແລະ ໃສ່ຜ້າປິດປາດ-ດັງ.

ທ່ານກ່າວຕື່ມວ່າ: ຫາກບຸກຄົນ, ນິຕິບຸກຄົນໃດຫາກລະເມີດມາດຕະການທີ່ກ່າວມານັ້ນແມ່ນຈະຖືກປັບໃໝ່ດັ່ງນີ້: ຫາກບຸກຄົນລະເມີດຈະຖືກປັບໃໝ່ 500.000 ເຖິງ 3.000.000 ກີບຕໍ່ຄົນຕໍ່ຄັ້ງ; ຫາກເປັນນິຕິບຸກຄົນລະເມີດຈະຖືກປັບໃໝ 5.000.000 -10.000.000 ກີບຕໍ່ຄັ້ງ ໂດຍໃຫ້ກຳລັງ ປກສ ສົມທົບກັບໜ່ວຍງານກ່ຽວຂ້ອງຕິດຕາມ, ກວດກາ ເລີ່ມຈາກການສຶກສາອົບຮົມ, ປັບໃໝ, ສັ່ງໂຈະກິດຈະການ ແລະ ຈົນເຖິງການດຳເນີນຄະດີຕາມລະບຽບກົດໝາຍແຕ່ເບົາຫາໜັກ.