20 ມິຖຸນາ ລາວ ມີຜູ້ຕິດເຊື້ອ 3 ຄົນ ໃນນັ້ນ ນວ 2 ຄົນ ສະຫວັນນະເຂດ 1 ຄົນ.

541

ໃນວັນທີ 20 ມິຖຸນາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ພ້ອມດ້ວຍທ່ານ ດຣ. ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ຮ່ວມຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ສຳລັບ ສປປ ລາວ ມາຮອດວັນທີ 19 ມິຖຸນາ 2021,/ ໄດ້ກວດວິເຄາະທັງໝົດ 1.783 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 3 ຄົນ, ຈາກນະຄອນຫຼວງ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ; ສຳລັບນະຄອນຫຼວງວຽງຈັນ 2 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ເຊິ່ງຈະໄດ້ລາຍງານຕໍ່ໄປ, ສ່ວນ ແຂວງສະຫວັນນະເຂດ 1 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.


ດັ່ງນັ້ນ, ມື້ນີ້ມີການຕິດເຊື້ອໃໝ່ 3 ກໍລະນີ, ກຳລັງປິ່ນປົວ 106 ຄົນ (ນະຄອນຫຼວງ 57 ຄົນ, ຕ່າງແຂວງ 49 ຄົນ).  2 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ດັ່ງຕໍ່ໄປນີ້:

ຄົນທີ 1: ເນື່ອງຈາກວ່າ ມີຜູ້ຕິດເຊື້ອຈາກບ້ານຫ້ວຍເຕີຍ ທີ່ໄດ້ລາຍງານຜ່ານມາ, ດັ່ງນັ້ນ, ໜ່ວຍງານສອບສວນ ໄດ້ລົງເກັບຕົວຢ່າງຢູ່ບ້ານຫ້ວຍເຕີຍ 212 ຕົວຢ່າງ ແລະ ພົບ 1 ຕົວຢ່າງ ເຊິ່ງເປັນ ເພດຍິງ, ອາຍຸ 25 ປີ, ສັນຊາດລາວ, ບ້ານວຽງແກ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີ ໄອ ແລະ ເປັນຫວັດ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 19 ມີຖຸນາ 2021 ຢູ່ບ້ານຫ້ວຍເຕີຍ ແລະ ຜົນກວດພົບເຊື້ອ.

ຄົນທີ 2: ໂດຍປະຕິບັດຕາມ ແຈ້ງການຂອງກະຊວງສາທາລະນະສຸກ ທີ່ໄດ້ສົ່ງຜູ້ສຳຜັດໃກ້ຊິດທັງໝົດ ເຂົ້າໄປສູນຈຳກັດບໍລິເວນ, ດັ່ງນັ້ນ, ຈຶ່ງພົບຜູ້ຕິດເຊື້ອ 1 ຄົນ ເຊິ່ງເປັນ ເພດຊາຍ, ອາຍຸ 26 ປີ, ສັນຊາດລາວ, ບ້ານສົມສະຫວັນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 19 ມີຖຸນາ 2021 ຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ (ຫຼັກ 27) ແລະ ຜົນກວດພົບເຊື້ອ.


ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 42 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,843 ຄົນ. ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້: ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ) ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່ ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 13 ບ້ານ ໃນ 5 ເມືອງ, ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ມີ 2 ບ້ານ ຄື: ບ້ານຫ້ວຍເຕີຍ, ເມືອງໄຊທານີ ແລະ ບ້ານ ໂພນສີນວນ, ເມືອງ ສີສັດຕະນາກ.


ທ່ານກ່າວຕື່ມວ່າ: ການລະບາດຢູ່ໃນໂລກເຮົານີ້ ຍັງມີລາຍງານການເກີດລະບາດຮອບໃໝ່ ໃນຫຼາຍປະເທດ ໃນຍູໂຣບ ເຊິ່ງມີສາເຫດຂອງການຈໍລະຈອນຂອງສາຍພັນໃໝ່ ເຮັດໃຫ້ມີການຕິດເຊື້ອໄດ້ໄວກວ່າເກ່ົາ ແລະ ແຜ່ອອກສູ່ຊຸມຊົນໄດ້ໄວ ຈຶ່ງເຮັດໃຫ້ປະເທດເຫຼົ່ານັ້ນ ຈະຕ້ອງເລື່ອນມາດຕະການຜ່ອນຜັນອອກໄປໂດຍບໍ່ມີກຳນົດ; ອົງການອະນາໄມໂລກ ໄດ້ຈັດແບ່ງສາຍພັນໂຄວິດ-19 ອອກເປັນ 2 ໝວດໃຫຍ່: ໝວດທີ 1 ສາຍພັນທີ່ໜ້າເປັນຫ່ວງ, ໝວດທີ 2 ສາຍພັນທີ່ຄວນໃຫ້ເຝົ້າລະວັງ
ສຳລັບໝວດທີ 1 ນັ້ນ ຈະມີສາຍພັນ ອານຟ້າ (ສາຍພັນອັງກິດ B.1.1.7), ເບຕ້າ, ກາມມ້າ ແລະ ເດວຕ້າ ເຊິ່ງສາຍພັນທີ່ຢູ່ໃນໝວດທີ 1 ແມ່ນສາມາດແຜ່ເຊື້ອໄດ້ໄວ ແລະ ມີຄວາມຮຸນແຮງ. ສຳລັບໝວດທີ 2 ເຊິ່ງປະກອບດ້ວຍ ແອັບຊີລອນ, ເຊຕ້າ, ເອຕ້າ, ເຕຕ້າ, ອີໂອຕ້າ ແລະ ກັບປ້າ ເຊິ່ງສາມາດເຮັດໃຫ້ເກີດມີການແຜ່ເຊື້ອໃນຊຸມຊົນ ຫຼື ເກີດມີການຕິດເຊື້ອເປັນຫຼາຍຈຸ້ມ ຫຼື ພົບເຫັນໄດ້ໃນຫຼາຍປະເທດ.

ປະຈຸບັນນີ້ ໄດ້ມີການເປີດບໍລິການສັກວັກຊີນ ໃນຫຼາຍຈຸດຂອງນະຄອນຫຼວງ ກໍ່ຄື ບັນດາແຂວງຕ່າງໆ ຈຶ່ງຂໍເຊີນຊວນ ປະຊາຊົນບັນດາເຜົ່າ,​ ພະນັກງານ, ທະຫານ, ຕຳຫຼວດ ໄປສັກວັກຊີນ ເພື່ອເຮັດໃຫ້ເມືອງ/ແຂວງ ແລະ ປະເທດຂອງພວກເຮົາ ປອດໄພ ຈາກພະຍາດໂຄວິດ-19 ໂດຍໄວ ເມື່ອອັດຕາການສັກຢາຂອງວັກຊີນທົ່ວປະເທດ ຫາສູງກວ່າ 70% ຂຶ້ນໄປ ຕາມທີ່ທາງກະຊວງສາທາລະນະສຸກໄດ້ວາງອອກ.

 ທ່ານກ່າວຕື່ມວ່າ:  ເຖິງແມ່ນວ່າ ສະພາບການລະບາດຂອງພວກເຮົາ ມີທ່າອ່ຽງຫຼຸດລົງ ບາງແຂວງກໍ່ບໍ່ມີລາຍງານການຕິດເຊື້ອ ຈຶ່ງຂໍຮຽກຮ້ອງ ມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 671/ຫສນຍ, ລົງວັນທີ 19 ມີຖຸນາ 2021 ທີ່ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ຢ່າງເຂັ້ມງວດ.​ ກະຊວງທີ່ກ່ຽວຂ້ອງ ແລະ ຄະນະສະເພາະກິດຂັ້ນຕ່າງໆ ກໍ່ຈະຜັນຂະຫຍາຍມາດຕະການຕ່າງໆ ໂດຍອີງໃສ່ແຈ້ງການ 671/ຫສນຍ, ດັ່ງນັ້ນ ຈຶ່ງສະເໜີໃຫ້ບັນດາທ່ານ ໄດ້ຕິດຕາມ ຢ່າງໃກ້ຊິດ; ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.