ສປປລາວ ເຂັ້ມງວດເຝົ້າລະວັງ ການນຳເຂົ້າພະຍາດໂຄວິດ-19 ໝວດສາຍພັນທີ່ໜ້າເປັນຫ່ວງ ເນື່ອງຈາກອັດຕາແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງ

467

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ20 ມິຖຸນາ 2021 ວ່າ:  ການລະບາດຢູ່ໃນໂລກເຮົານີ້ ຍັງມີລາຍງານການເກີດລະບາດຮອບໃໝ່ ໃນຫຼາຍປະເທດ ໃນຍູໂຣບ ເຊິ່ງມີສາເຫດຂອງການຈໍລະຈອນຂອງສາຍພັນໃໝ່ ເຮັດໃຫ້ມີການຕິດເຊື້ອໄດ້ໄວກວ່າເກ່ົາ ແລະ ແຜ່ອອກສູ່ຊຸມຊົນໄດ້ໄວ ຈຶ່ງເຮັດໃຫ້ປະເທດເຫຼົ່ານັ້ນ ຈະຕ້ອງເລື່ອນມາດຕະການຜ່ອນຜັນອອກໄປໂດຍບໍ່ມີກຳນົດ.

ອົງການອະນາໄມໂລກ ໄດ້ຈັດແບ່ງສາຍພັນໂຄວິດ-19 ອອກເປັນ 2 ໝວດໃຫຍ່: ໝວດທີ 1 ສາຍພັນທີ່ໜ້າເປັນຫ່ວງ ແລະ ໝວດທີ 2 ສາຍພັນທີ່ຄວນໃຫ້ເຝົ້າລະວັງ.

ສຳລັບໝວດທີ 1 ນັ້ນ ຈະມີສາຍພັນ ອານຟ້າ (ສາຍພັນອັງກິດ B.1.1.7), ເບຕ້າ, ກາມມ້າ ແລະ ເດວຕ້າ ເຊິ່ງສາຍພັນທີ່ຢູ່ໃນໝວດທີ 1 ແມ່ນສາມາດແຜ່ເຊື້ອໄດ້ໄວ ແລະ ມີຄວາມຮຸນແຮງ.ສຳລັບໝວດທີ 2 ເຊິ່ງປະກອບດ້ວຍ ແອັບຊີລອນ, ເຊຕ້າ, ເອຕ້າ, ເຕຕ້າ, ອີໂອຕ້າ ແລະ ກັບປ້າ ເຊິ່ງສາມາດເຮັດໃຫ້ເກີດມີການແຜ່ເຊື້ອໃນຊຸມຊົນ ຫຼື ເກີດມີການຕິດເຊື້ອເປັນຫຼາຍຈຸ້ມ ຫຼື ພົບເຫັນໄດ້ໃນຫຼາຍປະເທດ.

ສິ່ງທ້າທາຍຂອງສາຍພັນໃໝ່ ໃນໝວດທີ 1 ແມ່ນ:
– ຄວາມສາມາດໃນການແຜ່ເຊື້ອໄດ້ໄວໃນຄົນ
– ຄວາມສາມາດໃນການເຮັດໃຫ້ພະຍາດ ມີຄວາມຮຸນແຮງຂຶ້ນໃນຄົນ
– ຄວາມສາມາດຂອງສາຍພັນ ຫຼີກລ້ຽງການກວດພົບເຊື້ອໂດຍໃຊ້ເຄື່ອງກວດ PCR ທີ່ມີຢູ່ປັດຈຸບັນ (ໝາຍຄວາມວ່າ ຜົນກວດຈະອອກເປັນລົບ ແຕ່ໃນຕົວຈິງມີເຊື້ອ)

– ຈະເຮັດໃຫ້ປະສິດຕິພາບຂອງຢາປິ່ນປົວຫຼຸດລົງ
– ສາມາດລົບຫຼີກພູມຄຸ້ມກັນ ທີ່ມາຈາກການສັກວັກຊີນໃນປັດຈຸບັນ

ກ່ຽວກັບອັດຕາການແຜ່ເຊື້ອຂອງແຕ່ລະສາຍພັນ ເຊັ່ນ: ສາຍພັນດັ້ງເດີມ ຈະມີອັດຕາການແຜ່ເຊື້ອ ໄດ້ໃນ 3 ຄົນ, ອານຟ້າ (ສາຍພັນອັງກິດ) ແມ່ນ 4 ຄົນ, ສ່ວນສາຍພັນເດວຕ້າແມ່ນ 6 ຄົນ. ດ້ວຍເຫດຜົນດັ່ງກ່າວ ສປປ ລາວເຮົາປະສົບກັບການນຳເຂົ້າຂອງສາຍພັນ ອານຟ້າ ໃນໄລຍະປີໃໝ່ລາວ ຈຶ່ງເຮັດໃຫ້ມີການຕິດເຊື້ອເປັນຈຳນວນຫຼວງຫຼາຍ ແລະ ປັດຈຸບັນ ກໍຍັງໃຊ້ຄວາມພະຍາຍາມຈາກທຸກພາກສ່ວນ ເພື່ອຢຸດຕິການຕິດເຊື້ອໂດຍໄວ.

ມີການລາຍງານ ການພົບສາຍພັນເດວຕ້າ (ສາຍພັນອິນເດຍ), ສາຍພັນເບຕ້າ (ສາຍພັນອາຟຣິກາໃຕ້) ໃນປະເທດເພື່ອນບ້ານ ແລະ ສາຍພັນປະສົມ ອານຟ້າ-ເດວຕ້າ (ອິນເດຍ-ອັງກິດ) ເຊິ່ງຮຽກຮ້ອງໃຫ້ພວກເຮົາ ຈະຕ້ອງໄດ້ເຂັ້ມງວດໃນການກວດຂັນ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆ ໂດຍສະເພາະແມ່ນ ການລັກລອບເຂົ້າມາບໍ່ຖືກຕາມລະບຽບຫຼັກການ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ ທັງ ປກສ ແລະ ປກຊ ກໍຄື ອຳນາດການປົກຄອງທ້ອງຖິ່ນ ຈົ່ງເອົາໃຈໃສ່ລາດຕະເວນ ເພື່ອສະກັດກັ້ນ ການນຳເອົາເຊື້ອເຂົ້າມາ ແລະ ຖ້າພົບເຫັນ ບຸກຄົນທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນໃຫ້ຮີບຮ້ອນລາຍງານໃຫ້ແກ່ອຳນາດປົກຄອງບ້ານທັນທີ ເພື່ອຈະນຳເອົາຜູ້ກ່ຽວ ເຂົ້າໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຊອກຫາເຊື້ອ;