ຢູໂຣ ຜ່ານ 2 ນັດ ໂຣນັລໂດ ກັບ ພາທຣິກ ນໍາດາວຍິງສູງສຸດ, ຄືນນີ້ກຸ່ມ A ແຂ່ງນັດສຸດທ້າຍພ້ອມກັນ

512

ການແຂ່ງຂັນບານເຕະ ຢູໂຣ 2020 ມາຮອດຕອນເຊົ້າວັນທີ 20 ມິຖຸນາ 2021 ຕາມເວລາໃນປະເທດເຮົາ ແມ່ນສໍາເລັດການແຂ່ງຂັນໄປແລ້ວ 2 ນັດໃນຮອບແບ່ງກຸ່ມຂອງແຕ່ລະກຸ່ມ, ສ່ວນຄືນນີ້ຈະເລີ່ມແຂ່ງຂັນນັດສຸດທ້າຍຂອງຮອບແບ່ງກຸ່ມ ແລະ ຈະໄດ້ຮູ້ແນ່ນອນວ່າ ອັນດັບ 1 ກັບ 2 ຂອງແຕ່ລະສາຍຈະເປັນທີມໃດ ໂດຍຄືນນີ້ຈະແຂ່ງຂັນກຸ່ມ A ພ້ອມກັນທັງສອງຄູ່ຕາມລະຽບ ເພື່ອບໍ່ໃຫ້ມີການເສຍປຽບກັນ.

ມາຮອດປັດຈຸບັນຜ່ານໄປ 2 ນັດປາກົດວ່າ: ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງທີມຊາດປ໊ອກຕຸຍການ ຂຶ້ນນໍາດາວຍິງສູງສຸດຮ່ວມກັບ ພາທຣິກ ຊິກ ກອງໜ້າທີມຊາດສາທາລະນະລັດເຊັກ ຈາກການຍິງໄປ 3 ປະຕູເທົ່າກັນ, ເຊິ່ງ ໂຣນັລໂດ ຍິງໄດ້ 2 ປະຕູນັດທໍາອິດທີ່ຊະນະ ຮົງກາລີ 3-2 ແລະ ນັດຫຼ້າສຸດຍິງໄດ້ 1 ປະຕູນັດເສຍໃຫ້ກັບ ເຢຍລະມັນ 2-4, ສ່ວນ ຊິກ ຍິງໄດ້ 2 ປະຕູນັດທໍາອິດທີ່ຊະນະ ສະກ໊ອດແລນ 2-0 ແລະ ຍິງໄດ້ 1 ປະຕູນັດສະເໝີກັບ ໂຄຣອາຊີ 1-1.

ສ່ວນນັກເຕະທີ່ຍິງໄດ້ 2 ປະຕູຫຼັງຜ່ານມາ 2 ນັດມີເຖິງ 6 ຄົນຄື: ໂຣເມໂຣ ລູກາກູ ຈາກທີມຊາດແບນຊິກ, ມານູເອລ ໂລກາເຕລລີ ຈາກອິຕາລີ, ຊິໂຣ ອິມໂມບິເລ ຈາກອິຕາລີ, ເດັນເຊລ ດໍາຟຣາຍສ໌ ຈາກໂຮນລັງ, ໂຣມັນ ຢາແຣມຊັກ ຈາກອູແກຣນ ແລະ ເອນດຣາຍ ຢາໂມເລນໂກ ຈາກອູແກຣນ.

ຂະນະທີ່ ມາຮອດປັດຈຸບັນມີພຽງ ທີມຊາດໂຮນລັງ ທີ່ຮູ້ຜົນແລ້ວວ່າເປັນແຊັມກຸ່ມ C ເຂົ້າຮອບ 16 ທີມສຸດທ້າຍໄປເປັນທີ່ແນ່ນອນແລ້ວຈາກການມີ 6 ຄະແນນມີການປະກາດທາງການແລ້ວ, ສ່ວນທີມອື່ນໆແມ່ນຍັງຕ້ອງລຸ້ນເອົາແຊັມກຸ່ມ ແລະ ຮອງແຊັມກຸ່ມໃນນັດສຸດທ້າຍ ໂດຍສະເພາະແມ່ນ ອິຕາລີ ກັບ ແບນຊິກ ແມ່ນມີ 6 ຄະແນນເທົ່າກັນເຊິ່ງເປັນ 1 ໃນ 3 ທີມທີ່ຊະນະລວດ ແຕ່ກໍຍັງຕ້ອງລຸ້ນນັດສຸດທ້າຍ ເພື່ອລຸ້ນແຊັມກຸ່ມຕໍ່ໄປ.

ສໍາລັບ ຄືນນີ້ວັນທີ 20 ມິຖຸນາ 2021 ເວລາ 23:00 ໂມງຈະແຂ່ງຂັນກຸ່ມ A
-ອິຕາລີ ພົບ ເວລ: ນັດນີ້ ອິຕາລີ ມີ 6 ຄະແນນ ແລະ ເວລ ມີ 4 ຄະແນນຕ້ອງວັດກັນເປັນແຊັມກຸ່ມ ຖ້າຫາກທີມໃດຊະນະຈະເປັນແຊັມກຸ່ມທັນທີ
-ສະວິດເຊີແລນ ພົບ ຕວັກກີ: ເຊິ່ງ ສະວິດເຊີແລນ ມີ 1 ຄະແນນ ແລະ ຕວັກກີ ຍັງບໍ່ມີຈັກຄະແນນແນ່ນອນນັດນີ້ທີມໃດຊະນະ ກໍມີລຸ້ນຕິດທີມອັນດັບ 3 ທີ່ດີທີ່ສຸດໃນ 4 ຈາກ 6 ກຸ່ມເຂົ້າຮອບເຊັ່ນກັນ ໂດຍສະເພາະ ສະວິດເຊີແລນ ຕ້ອງການໄຊຊະນະຫຼາຍໜ່ວຍ ແລະ ລຸ້ນໃຫ້ ເວລ ເສຍໃຫ້ກັບ ອິຕາລີ ເພື່ອລຸ້ນຕິດອັນດັບ 2 ຂອງກຸ່ມ