ສາທາລະນະລັດເກົາຫຼີ ຈະສັກວັກຊີນ 2 ເຂັມຕ່າງຍີ່ຫໍ້ໃຫ້ແພດ ເນື່ອງຈາກໄດ້ຮັບວັກຊີນຫຼ້າຊ້າ

361

ສຳນັກຂ່າວຕ່າງປະເທດລາຍງານວ່າ ບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ດ່ານໜ້າຂອງສາທາລະນະລັດເກົາຫຼີປະມານ 760.000 ຄົນເຊິ່ງໄດ້ສັກວັກຊີນປ້ອງກັນໂຄວິດ-19 ຍີ່ຫໍ້ AstraZeneca ເຂັມທຳອິກໄປແລ້ວ ກຽມສັກວັກແຊັງເຂັມທີ 2 ຈາກຍີ່ຫໍ້ Pfizer ເນື່ອງຈາກຄວາມຫຼ້າຊ້າຂອງໂຄງການໂຄແວັກ.


ທ່ານ ນາງ ດຣ. ຈອງອຶນ-ຢອງ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງ ສ. ເກົາຫຼີ ກ່າວວ່າ: ຂະນະນີ້ ສ.ເກົາຫຼີໄດ້ສັກວັກຊີນໃຫ້ປະຊາຊົນໄປແລ້ວກວມເອົາປະມານ 27% ຂອງປະຊາກອນ 52 ລ້ານກວ່າຄົນ ເຊິ່ງຖ້າຫາກວ່າ ທ່າອ່ຽງຍັງເປັນແບບນີ້ຕໍ່ໄປ ສ. ເກົາຫຼີຈະບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາຊົນ 70% ໃນເດືອນກັນຍານີ້.


ແນວໃດກໍຕາມຄວາມຫຼ້າຊ້າຂອງໂຄງການໂຄແວັກ ຂະແໜງສາທາລະນະສຸກ ສ. ເກົາຫຼີໄດ້ປະເມີນວ່າ ປະຊາຊົນບາງສ່ວນທີ່ໄດ້ຮັບວັກຊີນແອສຕຣາເຊເນກາເຂັມທຳອິດໄປແລ້ວ ອາດຈະໄດ້ສັກ Pfizer ໃນເຂັມທີ 2, ທັງນີ້ ກຸ່ມຄົນດັ່ງກ່າວສ່ວນໃຫຍ່ເປັນບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ດ່ານໜ້າປະມານ 760.000 ຄົນໄດ້ຮັບການສັກວັກຊີນຍີ່ຫໍ້ ແອສຕຣາເຊເນກາໄປແລ້ວເຂັມທຳອິດໃນເດືອນເມສາຜ່ານມາ ແຕ່ກຳນົດການຮັບວັກຊີນຍີ່ຫໍ້ດັ່ງກ່າວນີ້ ຈຳນວນ 835.000 ໂດສຈາກໂຄງການໂຄແວັກຖືກເລື່ອນອອກໄປ ຈຶ່ງເຮັດໃຫ້ແຜນການສັກວັກຊີນຄາດເຄື່ອນ.


ທັງນີ້ ການສັກວັກຊີນ 2 ເຂັມຕ່າງຍີ່ຫໍ້ໄດ້ເລີ່ມທົດລອງເມື່ອເດືອນຜ່ານມາ ອີກຢ່າງໜຶ່ງຫຼາຍປະເທດໃນໂລກໂດຍສະເພາະການາດາ ແລະ ແອັດສະປາຍ ເນື່ອງຈາກຄວາມກັງວົນການເກີດຜົນຂ້າງຄຽງຮຸນແຮງຈາກການສັກວັກແຊັງແອສຕຣາເຊເນກາ ເຂັມທີ 2 ຈຶ່ງສັກ Pfizer ແລະ ກໍມີຄວາມປອດໄພ.