ພິກຄາດອີກແລ້ວ ຝຣັ່ງ ເໜືອກວ່າແຕ່ຈົບບໍ່ໄດ້ສະເໝີ ຮົງກາລີ ນັດສຸດທ້າຍລຸ້ນແຊັມກຸ່ມ F ເມື່ອຍແນ່ນອນ

679
Hungary's Roland Sallai, center right, challenges France's Lucas Digne during the Euro 2020 soccer championship group F match between Hungary and France at the Ferenc Puskas stadium in Budapest, Hungary Saturday, June 19, 2021. (Tibor Illyes/Pool via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ປະຈໍາວັນທີ 19 ມິຖຸນາ 2021 ຄູ່ທໍາອິດເວລາ 20:00 ໂມງ F ລະຫວ່າງ ລະຫວ່າງ ທີມຊາດຮົງກາລີ ພົບກັບ ທີມຊາດຝຣັ່ງ ເຊິ່ງນັດນີ້ ຮົງກາລີ ກັບ ຝຣັ່ງ ຕ່າງກໍຈັດຊຸດໃຫຍ່ລົງສະໜາມ ໂດຍສະເພາະແດນໜ້າຝຣັ່ງ ໃຊ້ 3 ປະສານ ອວງຕວນ ກຣີຊມັນ, ຄາຣິມ ເບນເຊມາ ແລະ ຄີລຽນ ເອັມບັບເປ, ສ່ວນ ຮົງກາລີ ມີ Loic Nego, Adam Szalai ແລະ Roland Sallai ເປັນຄວາມຫວັງໃນແດນໜ້າ.


ຜ່ານການແຂ່ງຂັນປາກົດວ່າ: ຝຣັ່ງ ຄອງເກມຢູ່ຝ່າຍ ແລະ ສ້າງໂອກາດຍິງຫຼາຍຄັ້ງ, ແຕ່ບໍ່ດີພໍທີ່ຈະເປັນປະຕູ ຈົນເຖິງໄລຍະຕໍ່ເວລາບາດເຈັບເຄິ່ງເວລາທໍາອິດ ຮົງກາລີ ສ້າງເຫດການທີ່ບໍ່ຄາດຝັນເມື່ອອາໄສຈັງຫວະໂຕ້ກັບ ແລະ ເປັນ Attila Fiola ໄດ້ບ້ານໃນເຂດໂທດກ່ອນຍິງເຂົ້າໄປຊ່ວຍໃຫ້ ຮົງກາລີ ຂຶ້ນນໍາ ຝຣັ່ງ ແບບພິກລ໊ອກ 1-0 ກ່ອນຈົບເຄິ່ງເວລາທໍາອິດ.

ສ່ວນເຄິ່ງເວລາທີ 2 ຮົງກາລີ ຍັງສູ້ໄດ້ດີ ແລະ ມີໂອກາດໄດ້ໂຕ້ກັບ ເພື່ອຫວັງປະຕູທີ 2, ແຕ່ນາທີໆ 66 ຝຣັ່ງ ເປີດເກມໄວ ຈາກ ໂຮໂກ ໂຢຣີຊ ຜູ້ຮັກສາປະຕູທີມຊາດຝຣັ່ງ ເຕະບານຍາວຈາກໜ້າປະຕູຕົວເອງຂຶ້ນໜ້າໃຫ້ກັບ ເອັມບັບເປ ລາກບານເຂົ້າເຂດໂທດດ້ານຂວາກ່ອນສິ່ງບານເຂົ້າກາງຕິດຂາຂອງກອງຫຼັງຂອງ ຮົງກາລີ ແລະ ບານເຂົ້າທາງ ກຣີຊມັນ ຊໍ້າເຂົ້າໄປຢ່າງສວຍງາມຊ່ວຍໃຫ້ ຝຣັ່ງ ໄລ່ຕີສະເໝີ 1-1, ສ່ວນໄລຍະເວລາທີ່ເລືອເຮັດຫຍັງກັນບໍ່ໄດ້ສະເໝີກັນ 1-1

ຈາກຜົນດັ່ງກ່າວເຮັດໃຫ້ ຝຣັ່ງ ລົງສະໜາມ 2 ນັດມີ 4 ຄະແນນເຂົ້າຮອບ 16 ທີມເປັນທີ່ແນ່ນອນ, ສ່ວນ ຮົງກາລີ ມີ 1 ຄະແນນຍັງມີລຸ້ນເຂົ້າຮອບທັງສອງທີມ. ຂະນະທີ່ ຄູ່ຕໍ່ໄປຂອງກຸ່ມນີ້ ໂປຣຕຸເກດ ມີ 3 ຄະແນນ ພົບກັບ ເຢຍລະມັນ ຍັງບໍ່ມີຄະແນນ ເວລາ 23:00 ໂມງ

ສະຫຼຸບຕາຕະລາງຄະແນນ
ຝຣັ່ງ ມີ 4 ຄະແນນຈາກ 2 ນັດ
ປ໊ອກຕຸຍການ ມີ 3 ຄະແນນຈາກ 1 ນັດ
ຮົງກາລີ ມີ 1 ຄະແນນຈາກ 2 ນັດ
ເຢຍລະມັນ ຍັງບໍ່ມີຄະແນນຈາກ 1 ນັດ
ສໍາລັບ ກຸ່ມນີ້ຖ້າທີມໃດໄດ້ແຊັມກຸ່ມກໍຈະເປັນໂອກາດດີ ເພາະຖ້າຫາກໄດ້ຮອງແຊັມກຸ່ມກໍມີໂອກາດພົບງານໜັກ ກໍຄືມີໂອກາດພົບກັບ ແຊັມກຸ່ມ ທີ່ມີໂອກາດຈະເປັນ ອັງກິດ ແລະ ຕ້ອງໄປແຂ່ງຂັນທີ່ສະໜາມເວມບີ້ ປະເທດອັງກິດ ອີກດ້ວຍ