ເຈົ້າແຂວງສາລະວັນ ລົງຊຸກຍູ້ຂະບວນການຜະລິດຢູ່ເມືອງເລົ່າງາມ

398

ໃນວັນທີ 16 ມິຖຸນາ 2021  ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ພ້ອມດ້ວຍ ທ່ານ ອະນຸສັກ ຈຳປາຄຳ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພາກສ່ວນກ່ຽວຂ້ອງ ລົງຊຸກຍູ້ຂະບວນການຜະລິດລະດູຝົນຂອງປະຊາຊົນເມືອງເລົ່າງາມ ເຊັ່ນ: ການປູກພືດປະເພດມັນຕົ້ນ, ກາເຟ, ຖົ່ວດິນ, ກ້ວຍ, ສາລີ ແລະ ພືດຊະນິດອື່ນໆ ຢູ່ຈຸດບ້ານອິນແປງ, ນາເຊຍນ້ອຍ, ບ້ານດົງ, ບ້ານອົ້ນນ້ອຍ, ດົງບັງ ແລະ ບ້ານໝື່ນປາກດີ.


ໂອກາດນີ້, ທ່ານເຂົ້າແຂວງ ໄດ້ໄປຢ້ຽມຢາມສວນກາເຟ ບ້ານອົ້ນນ້ອຍ; ໄປເບິ່ງການລ້ຽງໜູພັນຊີ້ນແບບເປັນຟາມ ຂອງທ່ານ ສົມຊາຍ ຢູ່ທີ່ບ້ານໝືຶ່ນປາກດີ ໂດຍໄດ້ລ້ຽງແບບຄອບຄົວມາແຕ່ປີ 2013 ຮອດປີ 2018 ໄດ້ຫັນມາລ້ຽງແບບເປັນຟາມ ເພື່ອຈຳໜ່າຍຕະຫລາດພາຍໃນເມືອງເລົ່າງາມ, ປັດຈຸບັນ ມີພໍ່ພັນ-ແມ່ພັນ ເກືອບ 100 ໂຕ, ສະເລ່ຍເດືອນ 1 ໄດ້ສົ່ງໜູ່ປ້ອນຕະຫລາດປະມານ 100 ກວ່າໂຕ.

ຈາກນັ້ນ ກໍໄດ້ໄປຢ້ຽມຢາມ ສ່ວນກ້ວຍຂອງປະຊາຊົນຢູ່ບ້ານດົງບັງ ເຊິ່ງເປັນຄອບຄົວຕົວແບບໃນການປູກພືດແບບປະສົມປະສານ, ປະກອບມີກ້ວຍ, ມັນດ້າງ, ມັນຕົ້ນ, ໜາກອຶ ແລະ ພືດຜັກອື່ນໆ ສະເລ່ຍແລ້ວສ້າງລານຮັບເຂົ້າຄອບຄົວປີ 1 ບໍ່ຕໍ່າກວ່າ 200 ລ້ານກວ່າກີບ.


ການລົງໄປຢ້ຽມຢາມ ແຕ່ລະຈຸດນັ້ນ, ທ່ານເຈົ້າແຂວງສາລະວັນ ກໍໄດ້ແລກປ່ຽນກັບປະຊາຊົນກ່ຽວກັບການຜະລິດ, ພ້ອມທັງເນັ້ນໃຫ້ປະຊາຊົນເຂດບ້ານດັ່ງກ່າວ ເອົາໃຈໃສ່ບົວລະບັດຜົນຜະລິດຂອງຕົນ ໃຫ້ໄດ້ຮັບປະສິດທິຜົນສູງ ແລະ ໄດ້ເນັ້ນໃຫ້ການນຳຂອງເມືອງ ກໍຄື ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເອົາໃຈໃສ່ລົງໃກ້ຊິດຕິດ ແທດກັບປະຊາຊົນ, ຊ່ວຍເຫລືອຊຸກຍູ້ສົ່ງເສີມປະຊາຊົນ ຜະລິດກະສິກໍາເປັນສິນຄ້າໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນຕົ້ນທຶນ ແລະ ທົດແທນການນຳເຂົ້າສິນຄ້າຈາກປະເທດເພື່ອນບ້ານ.

ພາບ-ຂ່າວ: ສິດຕາ ເພັດວົງສາ