ເພື່ອເປັນການຟື້ນຟູຊີວິດຈິດໃຈຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເມືອງ ໄຊຍະບູລີ ໂດຍສະເພາະແມ່ນຄອບຄົວທີ່ຖືກນໍ້າສຸເອົາເຮືອນໄຫຼໜີໝົດທັງຫຼັງ ຈົນຂາດທີ່ຢູ່ອາໄສ, ຂາດທີ່ເພິ່ງ, ບໍ່ມີບ່ອນນອນ, ບໍ່ມີເສື້ອຜ້າຈະໃສ່, ໜຶ່ງໃນນັ້ນ ບ້ານ ນາຕໍໃຫຍ່ ເມືອງ ໄຊຍະບູລີ ໄດ້ມີເຮືອນທີ່ໄຫຼໄປກັບນໍ້າ 3 ຫຼັງຄາເຮືອນ, ໃນນີ້ ບໍ່ມີ່ທີ່ພັກອາໄສ ຫຼື ບໍ່ມີທີ່ນອນ ແມ່ນມີ 2 ຄອບຄົວ.

ຕໍ່ກັບສະພາບການດັ່ງກ່າວການນໍາຂອງແຂວງ ແລະ ເມືອງ ໄ ຊຍະບູລີ ກໍ່ໄດ້ຮີບຮ້ອນໃຫ້ການຊ່ວຍເຫຼືອຄອບຄົວດັ່ງກ່າວ, ດ້ວຍການປຸກເຮືອນໃຫ້ຢ່າງຮີບດ່ວນ, ເຮືອນຫຼັງທີ 1 ມີຂະໜາດ 4×8 ແມັດ, ຫຼັງມຸງດ້ວຍສັງກະສີ, ຝາລ້ອມດ້ວຍສັງກະສີ, ພື້ນແມ່ນເບຕົງພື້ນເຮືອນເກົ່າ, ຫຼັງທີ 2 ມີຂະໜາດ 3×5 ແມັດ, ຫຼັງຄາມຸງດ້ວຍສັງກະສີ, ພື້ນປູດ້ວຍໄມ້ແປ້ນ, ມາຮອດປະຈຸບັນການສ້າງເຮືອນແມ່ນສໍາເລັດ ແລະ ສາມາດຂຶ້ນຢູ່ຊູນອນໄດ້ແລ້ວ, ໃຊ້ເວລາໃນການກໍ່ສ້າງພຽງ 2 ວັນເທົ່ານັ້ນ ແລະ ສໍາເລັດລົງໃນຕອນບ່າຍຂອງວັນທີ 18 ມິຖຸນາ.

ໃນຕອນບ່າຍຂອງວັນດຽວກັນ ການນໍາຂອງແຂວງ ໂດຍ ແມ່ນ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ, ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງ ໄຊຍະບູລີ ພ້ອມດ້ວຍພະນັກງານ ທີ່ຮັບຜິດຊອບບ້ານ ນາຕໍໃຫຍ່ ກໍ່ໄດ້ມອບເຮືອນດັ່ງກ່າວ ພ້ອມດ້ວຍເຄື່ອງໃນເຮືອນເຊັ່ນ: ຜ້າເສື່ອ, ຜ້າຮົ່ມ, ມຸ້ງ, ໝອນ, ສາດ, ເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງໃຊ້ເຮືອນຄົວ, ໂດຍມີສະມາຊິກໃນຄອບຄົວ ແລະ ຄະນະບ້ານ ນາຕໍໃຫຍ່ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ກໍໄດ້ໂອ້ລົມຕໍ່ຄອບຄົວທີ່ໄດ້ຮັບທີ່ຢູ່ອາໄສໃໝ່ຈົ່ງສືບຕໍ່ກໍ່ສ້າງ ແລະ ສ້ອມແປງເຮືອນທີ່ຍັງບໍ່ທັນສໍາເລັດເປັນຕົ້ນແມ່ນ, ເຮືອນຄົວ, ຫ້ອງນໍ້າ ແລະ ສ່ວນໃດທີ່ຍັງບໍ່ທັນດີກໍ່ປັບປຸງຄືນໃໝ່, ພ້ອມທັງປົກປັກຮັກສາໃຫ້ນໍາໃຊ້ໄດ້ຍາວນານ, ໃຫ້ສາມັກຄີ ແລະ ເບິ່ງແຍງເຊິ່ງກັນ ແລະ ກັນ, ພ້ອມກັນທໍາມາຫາກິນ, ທໍາການຜະລິດໃຫ້ເປັນປົກກະຕິ, ເມື່ອມີຢູ່ມີກິນແລ້ວກໍ່ຕ້ອງຊ່ວຍເຫຼືອຄອບຄົວອື່ນພາຍໃນບ້ານ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ