ອົງການໄຈກາ ພ້ອມໃຫ້ການສະໜັບສະໜູນສປປລາວ ໃນການເຊື່ອມຈອດພາກພື້ນ

950

ໃນວັນທີ 18 ມິຖຸນາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ), ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຕ້ອນຮັບທ່ານ ໂຕສິໂອະ ນະກະເຊະ ຫົວໜ້າອົງການຮ່ວມມືສາກົນຢີ່ປຸ່ນ(ອົງການ JICA) ປະຈໍາລາວເຂົ້າຢ້ຽມຄຳນັບເນື່ອງໃນໂອກາດຮັບໜ້າທີ່ໃໝ່ ເຊິ່ງໄດ້ມີການປຶກສາຫາລືຮັດແໜ້ນສາຍພົວພັນການຮ່ວມມື ໂດຍຢີ່ປຸ່ນພ້ອມສະໜັບສະໜູນ ສປປລາວໃນການເຊື່ອມຈອດໃນພາກພື້ນ ແລະ ສາກົນ.


ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈ ຕໍ່ການສະໜັບສະນູນຂອງອົງການໄຈກາ ປະຈໍາລາວໃນໄລຍະຜ່ານມາແລະ ຕໍ່ໜ້າ ເຊິ່ງອົງການໄຈກາ ໄດ້ປະກອບສ່ວນຫຼາຍໜ້າວຽກສໍາຄັນເພື່ອຊຸກຍູ້ ແລະ ຊ່ວຍເຫຼືອໃນການພັດທະນາເສດຖະກິດຂອງປະເທດລາວ, ການພັດທະນາບຸກຄະລາກອນ, ຊ່ວຍເຫຼືອຊຸມຊົນໃນທ້ອງຖິ່ນ, ຂົງເຂດ ເອັສເອັມອີ, ການທ່ອງທ່ຽວ.


ທ່ານ ລັດຖະມົນຕີກະຊວງ ອຄ ຍັງໄດ້ແລກປ່ຽນບັນຫາສໍາຄັນທີ່ສອງຝ່າຍມີຄວາມສົນໃຈ, ພ້ອມທັງສະເໜີ ຜ່ານອົງການໄຈກາ ເພື່ອໃຫ້ລັດຖະບານຢີ່ປຸ່ນ ຊ່ວຍເຫຼືອກຍົກລະດັບສ້າງຖານຂໍ້ມູນໂຮງງານອຸດສາຫະກຳຂອງລາວໃຫ້ມີຄວາມທັນສະໄໝ, ສາມາດນໍາໃຊ້ລະບົບຂໍ້ມູນຂ່າວສານເພື່ອຊຸກຍູ້, ຕິດຕາມ ລວມທັງການອະນຸຍາດຕ່າງໆຜ່ານລະບົບອອນລາຍ. ສະເໜີ ຊ່ວຍເຫຼືອຍົກລະດັບເຕັກໂນໂລຊີ , ເຄື່ອງມືທັນສະໄມ, ຊ່ວຍພັດທະນາສີມືແຮງງານ, ຊ່ວຍເຫຼືອຂົງເຂດອຸດສາຫະກຳປຸງແຕ່ງເຟີນີເຈີຂອງລາວ ໃຫ້ສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນ.

ສະເໜີລັດຖະບານຢີ່ປຸ່ນ ເຂົ້າມາລົງທຶນໃນເຂດເສດຖະກິດຂອງລາວ, ອາດຈະສ້າງເຂດເສດຖະກິດພິເສດສະເພາະ ເພື່ອດຶງດູດເອົາພາກທຸລະກິດຢີ່ປຸ່ນເຂົ້າມາລົງທຶນໃນປະເທດລາວ ເຊິ່ງພວກເຮົາກໍພວມມີທ່າແຮງໃນການຄົມມະນາຄົມຂົນສົ່ງ ແລະ ຈະກາຍເປັນໃຈກາງໃນການກະຈາຍສິນຄ້າໃນພາກພື້ນ ແລະ ສາກົນ ລວມທັງທ່າແຮງອື່ນໆທີ່ນັກທຸລະກິດຢີ່ປຸນສົນໃຈ.


ທ່ານ ໂຕສິໂອະ ນະກະເຊະ ໄດ້ກ່າວສະແດງຄວາມຍິນດີໃນການມາຮັບໜ້າທີ່ໃໝ່ຢູ່ກະຊວງ ອຄ ຂອງທ່ານ ລັດຖະມົນຕີ, ຂ້າພະເຈົ້າກໍມາຮັບໜ້າທີ່ຫົວໜ້າອົງການໄຈກາຜູ້ໃໝ່ ເຊິ່ງມາຮອດ ສປປລາວ ໃນວັນທີ 28 ມີນາ 2021. ອົງການໄຈກາພ້ອມໃຫ້ການຊຸກຍູ້ຮ່ວມມືກັບ ສປປລາວໃນຫຼາຍຂົງເຂດ ໂດຍສະເພາະຂະແໜງການຄ້າ, ການເງິນ, ການສ້າງເຂດໂລຈິກຕິກ, ການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ.

ພ້ອມກັນນັ້ນໄດ້ຮ່ວມມືກັບກະຊວງແຜນການ ແລະ ການລົງທຶນເພື່ອສັງລວມຄວາມຕ້ອງການພັດທະນາ ໂດຍ ອົງການໄຈກາຍັງສືບຕໍ່ໃຫ້ການຮ່ວມມືໂຄງການຊ່ວຍເຫຼືອລ້າ, ໂຄງການສົ່ງອາສາສະໝັກເຂົ້າມາຊ່ວຍ ແລະ ອື່ນໆ ເຊິ່ງພາຍຫຼັງສະພາບໂຄວິດຜ່ອນຄາຍລົງ ຂ້າພະເຈົ້າຈະໄດ້ລົງໄປ ເບິ່ງໂຕຈິງຢູ່ບັນດາທ້ອງຖິ່ນ ທ່ານ ໂຕສິໂອະ ນະກະເຊະ ກ່າວ.