ລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າ ລົງຕິດຕາມ ຊຸກຍູ້ການພັດທະນາຢູ່ເຂດເສດຖະກິດກວມລວມໄຊເສດຖາ

1101

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ພ້ອມຄະນະນໍາກະຊວງ ໄດ້ລົງຕິດຕາມ ແລະ ຊຸກຍູ້ການພັດທະນາ, ດຶງດູດການລົງທຶນພາຍໃນເຂດເສດຖະກິດກວມລວມໄຊເສດຖາ ເມື່ອວັນທີ 18 ມິຖຸນາ 2021.

ໃຫ້ການຕ້ອນຮັບຂອງທ່ານ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ພ້ອມຄະນະ ແລະ ຜູ້ພັດທະນາ.


ທ່ານ ສົມກຽດ ສີຫາລາດ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ລາຍງານໂດຍສັງເຂບວ່າ: ເຂດພັດທະນາກວມລວມໄຊເຊດຖາເປັນເຂດໜຶ່ງ ທີ່ມີການພັດທະນາຢ່າງພົ້ນເດັ່ນຢູ່ໃນຈໍານວນເຂດເສດຖະກິດພິເສດທັງໝົດ 12 ເຂດໃນຂອບເຂດທົ່ວປະເທດ; ເປັນ 1 ໃນຈໍານວນ 5 ເຂດ ຂອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ສ້າງຂຶ້ນໃນປີ 2010.

ມາຮອດປັດຈຸບັນໄດ້ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 86 ບໍລິສັດ ສ່ວນໃຫຍ່ມາຈາກ ຈີນ, ລາວ, ໄທ ແລະ ອື່ນ ກວມເອົາຂະແໜງອຸດສາຫະກໍາ, ການຄ້າ ແລະ ການບໍລິການ. ມິທຶນຈົດທະບຽນ 398 ລ້ານໂດລາສະຫະລັດ ແລະ ແຜນການລົງທຶນ 2,1 ຕື້ໂດລາສະຫະລັດ, ມູນຄ່າການລົງທຶນຕົວຈິງ 1,7 ຕື້ກວ່າໂດລາສະຫະລັດ, ປະຕິບັດພັນທະຈຳນວນ 9 ຕື້ກວ່າກີບ.


ພ້ອມນັ້ນ ກໍໄດ້ລົງຕິດຕາມສະພາບການ ພັດທະນາ ຂອງ ບໍລິສັດ ເປໂຕຼເຄມີລາວຈໍາກັດ ເຊິ່ງທ່ານ ເຫີ ຈຸນ ຮອງອໍານວຍການ ບໍລິສັດ ໄດ້ລາຍງານຫຍໍ້ການພັດທະນາ ວ່າ: ບໍລິສັດ ເປໂຕຼເຄມີລາວຈໍາກັດໄດ້ສ້າງຕັ້ງຂຶ້ນໃນປີ 2014 ເປັນວິສະຫະກິດຮ່ວມທຶນລາວ – ຈີນ ມູນຄ່າການລົງທຶນ 2 ຕື້ໂດລາສະຫະລັດ ໄລຍະເວລາກໍ່ສ້າງ 5-10ປີ ກໍາລັງການຜະລິດ 3 ລ້ານໂຕນຕໍ່ປີ, ມາຮອດປັດຈຸບັນ ສໍາເລັດການກໍ່ສ້າງໄລຍະທີ 1 ກໍາລັງການຜະລິດ 1 ລ້ານໂຕນຕໍ່ປີ, ບໍລິສັດຈະພັດທະນາໄລຍະທີ 2 ແລະ 3 ເພື່ອຍົກລະດັບການຜະລິດໃຫ້ໄດ້ຕາມເປົ້າໝາຍ.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ກໍໄດ້ນຳພາຄະນະຈາກບັນດາກົມວິຊາການ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຄື: ຫ້ອງການກະຊວງ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມມາດຕະຖານ ແລະ ວັດແທກ, ກົມການຄ້າພາຍໃນ, ກົມການນຳເຂົ້າ ແລະ ສົ່ງອອກ ລົງຢ້ຽມຢາມການຈັດຕັ້ງປະຕິບັດວຽກງານຂອງຫ້ອງກວດສອບຄຸນນະພາບ ແລະ ທົດສອບວິສະວະກຳກໍ່ສ້າງ ແລະ ໂຮງກັ່ນນໍ້າມັນ ເປໂຕຣເຄມີລາວ ພ້ອມທັງ ລົງຢ້ຽມຊົມໂຄງການກໍ່ສ້າງເຂດລິເລີ່ມຕົວເມືອງໃໝ່ຂອງເຂດພັດທະນາ ກວມລວມໄຊເສດຖາ ອີກດ້ວຍ.

ໃນໂອກາດຢ້ຽມຢາມຄັ້ງນີ້ ທ່ານ ລັດຖະມົນຕີ ໄດ້ຊົມເຊີຍຕໍ່ຜົນສຳເລັດໃນການລົງທຶນພັດທະນາເຂດພັດທະນາກວມລວມໄຊເສດຖາ ແລະ ກິດຈະການ ທີ່ມາລົງທຶນ ໃນເຂດດັ່ງກ່າວ.

ການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າ ແລະ ຊຸກຍູ້ສົ່ງເສີມການພັດທະນາ ແລະ ການລົງທຶນໃນເຂດດັ່ງກ່າວ ພ້ອມທັງ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໂຮງງານອຸດສາຫະກຳ, ມາດຕະຖານ ແລະ ວັດແທກ, ການປົກປ້ອງ ແຮງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕະຫຼອດເຖິງ ການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໂຄວິດ-19.