ຂ່າວດີ ແມັກໄກວ ຫາຍເຈັບພ້ອມກັບມາຊ່ວຍ ທີມຊາດອັງ ລຸ້ນເກັບໄຊນັດທີ 2 ໃນຢູໂຣ 2020 ຄືນນີ້

581
England's Harry Maguire, center, during a training session at St George's Park, Burton upon Trent, England, Monday June 14, 2021. (Nick Potts/PA via AP)

ແຮຣີ ແມັກໄກວ ກອງຫຼັງຕົວສໍາຄັນຂອງທີມຊາດອັງກິດ ພ້ອມແລ້ວຈະກັບມາຊ່ວຍທີມລົງແຂ່ງຂັນບານເຕະ ຢູໂຣ 2020 ໃນຄືນນີ້ວັນທີ 18 ມິຖຸນາ 2021 (ຫຼື ເວລາ 2:00 ໂມງຂອງວັນທີ 19 ມິຖຸນາ 2021 ຕາມເວລາໃນບ້ານເຮົາ ) ພົບກັບ ທີມຊາດສະກ໊ອດແລນ ເຊິ່ງເປັນການແຂ່ງຂັນນັດທີ 2 ກຸ່ມ D ພ້ອມລຸ້ນເກັບໄຊຊະນະນັດທີ 2 ເພື່ອເຂົ້າຮອບ 16 ທີມທັນທີ.

ທີມຊາດອັງກິດ ລົງສະໜາມນັດທໍາອິດໃນ ຢູໂຣ 2020 ສາມາດບຽດເອົາຊະນະ ໂຄຣອາຊີ ຄູ່ແຂ່ງສໍາຄັນໄປຫວຸດຫວິດ 1-0 ເຮັດໃຫ້ມີ 3 ຄະແນນເທົ່າກັບ ສາທາລະນະລັດເຊັກ ແນ່ນອນຖ້າຫາກວ່າຄືນນີ້ເກັບໄຊຊະນະເໜືອ ສະກ໊ອດແລນ ກໍຈະກາລັງຕີເຂົ້າຮອບ 16 ທີມສຸດທ້າຍເປັນທີ່ແນ່ນອນແລ້ວ ເຊັ່ນດຽວກັບ ສາທາລະນະລັດເຊັກ ຈະລົງສະໜາມພົບກັບ ໂຄຣອາຊີ ຖ້າຊະນະກໍຈະກອດຄໍເຂົ້າຮອບຕໍ່ໄປ.

ຍິ່ງໄປກວ່ານັ້ນ ທີມຊາດອັງກິດ ມີຂ່າວດີ ເມື່ອ ແມັກໄກວ ພ້ອມກັບມາຊ່ວຍທີມ ຫຼັງຈາກທີ່ໄດ້ຮັບບາດເຈັບໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ນັດທີ່ ແມນເຊັສເຕີ ຢູໄນເຕັດ ບຸກໄປຊະນະ ແອັສຕັນ ວິລລາ 3-1 ເມື່ອວັນທີ 9 ພຶດສະພາ 2021 ຈົນບໍ່ສາມາດກັບມາແຂ່ງຂັນໄດ້ນັບແຕ່ນັ້ນມາ ລວມເຖິງນັດທໍາອິດຂອງ ຢູໂຣ 2020 ແມັກໄກວ ກໍໄດ້ແຕ່ນັ່ງເບິ່ງເພື່ອນຮ່ວມທີມລົງແຂ່ງຂັນນັດທີ່ຊະນະ ໂຄຣອາຊີ 1-0.

ຫຼ້າສຸດ ແມັກໄກວ ເປີດເຜີຍວ່າ: ຂ້ອຍຮູ້ສຶກດີແລ້ວ ແລະ ພ້ອມກັບມາລົງແຂ່ງຂັນກັບທີມຫຼັງຈາກທີ່ລົງຝຶກຊ້ອມເຕັມຮູບແບບໄດ້ຢ່າງຕໍ່ເນື່ອງ ແລະ ຂ້ອຍກໍລໍຖ້າວັນທີ່ຈະກັບມາລົງສະໜາມ ເພາະຂ້ອຍຮູ້ສຶກວ່າສະພາບຮ່າງກາຍກັບມາສົມບູນແບບ.

ທີມຊາດອັງກິດ ຊຸດນີ້ຖືວ່າປະສົບບັນຫາໃນເກມຮັບເມື່ອ ເທຣນ ອະເລັກຊານເດີ-ອາໂນ ກອງຫຼັງຈາກລິເວີພູລ ຂໍຕົວຖອນຕົວຈາກທີມຊາດ ເນື່ອງຈາກໄດ້ຮັບບາດເຈັບ ຈົນຕ້ອງດືງ ເບນ ໄວທ໌ ກອງຫຼັງຈາກໄບຣຕັນ ມາແທນ ລວມເຖິງ ດີນ ເຮນເດີສັນ ຜູ້ຮັກສາປະຕູຈາກແມນເຊັສເຕີ ຢູໄນເຕັດ ກໍເຈັບເພີິ່ມເຮັດໃຫ້ຕ້ອງດືງ ອາຣອນ ແຮມສ໌ເດລ ຈາກເຊຟຟິລ ຢູໄນເຕັດ ມາຫຼິ້ນແທນ ແນ່ນອນວ່າ ແມັກໄກວ ຫາຍເຈັບກັບມາກໍຈະເປັນຂ່າວດີສໍາລັບທີມຊາດອັງກິດ.

ສໍາລັບ ສະຖິຕິການພົບກັນລະຫວ່າງ ທີມຊາດອັງກິດ ພົບກັບ ທີມຊາດສະກ໊ອດແລນ 4 ນັດຫຼັງສຸດປາກົດວ່າ: ອັງກິດ ບໍ່ເຄີຍເສຍຄື ນັດທໍາອິດ ອັງກິດ ຊະນະ 3-1 ໃນປີ 2013 ກັບ ຊະນະ 3-2 ໃນປີ 2014 ເປັນນັດອຸ່ນເຄື່ອງ, ສ່ວນອີກ 2 ນັດເປັນການແຂ່ງຂັນບານໂລກ ຮອບຄັດເລືອກ ອັງກິດ ຊະນະ 3-0 ໃນປີ 2016 ແລະ ສະເໝີກັບ 2-2 ໃນປີ 2017.

ສະຖິຕິນັດຫຼ້າສຸດໃນ ຢູໂຣ 2020 ຂອງທີມຊາດອັງກິດ ນັດຊະນະ ໂຄຣອາຊີ 1-0 ຄອງບານໄດ້ 52%, ສ້າງໂອກາດຍິງ 7 ຄັ້ງ ( ຍິງເຂົ້າເປົ້າ 2 ຄັ້ງ ) ໄດ້ 1 ປະຕູ ແລະ ບ໊ອກການຍິງຂອງຄູ່ແຂ່ງໄດ້ 1 ຄັ້ງ, ສ່ວນສະກ໊ອດແລນ ນັດຫຼ້າສຸດເສຍໃຫ້ກັບ ສາທາລະນະລັດເຊັກ 0-1 ສາມາດຄອງບານໄດ້ 56%, ສ້າງໂອກາດຍິງໄດ້ເຖິງ 9 ຄັ້ງ ( ຍິງເຂົ້າເປົ້າ 5 ຄັ້ງ ) ແຕ່ບໍ່ເປັນປະຕູ ແລະ ທີ່ສໍາຄັນສາມາດບ໊ອກການຍິງຂອງ ສາທາລະນະລັດເຊັກ ໄດ້ເຖິງ 10 ຄັ້ງ.