ກັບມາອີກແລ້ວ 13 ກໍລະນີມື້ນີ້, ຮຽກຮ້ອງສັງຄົມປະຕິບັດມາດຕະການຢ່າງເຄັ່ງຄັດ

506

ໂຄວິດມາຊຸດນີ້ຄົງບໍ່ໝົດໄປງ່າຍໆ ມື້ນີ້ພົບຜູ້ຕິດເຊື້ອໃໝ່ອີກ 13 ກໍລະນີ ຈາກສະພາບຄວາມເປັນຈີງພະຍາດເລີ່ມຈາກກຸ່ມມັກຫຼິ້ນມັກທ່ຽວ ແລະໄປຍັງຄອບຄົວ ຍາດພີ່ນ້ອງ ແລະຄົນໃກ້ຊິດ ຈາກນີ້ກໍມີຫຼາຍກໍລະນີທີ່ຕິດມາໂດຍບໍ່ຮູ້ສາເຫດ ທັງໝົດນັ້ນລ້ວນມາຈາກການພົວພັນໃກ້ຊິດຂອງປະຊາຊົນລາວເຮົາທີ່ຂາດບໍ່ໄດ້ ເຊິ່ງກົງກັນຂ້າມກັບມາດຕະການປ້ອງກັນໂຄວິດທີ່ຕ້ອງໃຫ້ທຸກຄົນຮັກສາໄລຍະຫ່າງທາງສັງຄົມ ບໍ່ໃຫ້ມີການພົວພັນໄປມາຫາສູ່ຖ້າບໍ່ຈຳເປັນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 18 ມິຖຸນາ 2021ໃຫ້ຮູ້ວ່າ: ສປປ ລາວ ມາຮອດວັນທີ 17 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.479 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງ ໝົດ 13 ຄົນ ຈາກນະຄອນຫຼວງ 7 ຄົນ, ສະຫວັນນະເຂດ 2 ຄົນ ແລະ ຈຳປາສັກ 4 ຄົນ.


ສຳລັບນະຄອນຫຼວງວຽງຈັນ 7 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້ແລ້ວ. ສ່ວນ ສະຫວັນນະເຂດ 2 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.


ດັ່ງນັ້ນ, ຕົວເລກຕິດເຊື້ອສະສົມທັງໝົດ 2.047 ຄົນ (ໃໝ່ 13), ເສຍຊີວິດສະສົມ 3 ຄົນ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,931 ຄົນ (ໃໝ່ 7) ແລະກຳລັງປິ່ນປົວ 113 ຄົນ.


ສະເພາະ 7 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ ສາມາດສັງລວມ ມີ 3 ກຸ່ມ, ດັ່ງຕໍ່ໄປນີ້:

ກຸ່ມທີ1: ມີ 3 ຄົນແມ່ນຈາກບ້ານສີໄຄທົ່ງ, ອາຊີບ ແປພາສາ ແລະ ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄດ້ຖືກຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້
ກຸ່ມທີ2: ມີ 1 ຄົນແມ່ນຈາກບ້ານໜອງດ້ວງໃຕ້ ເປັນກຸ່ມດຽວກັບຜູ້ຕິດເຊື້ອ ບ້ານ ເກົ້າລ້ຽວ
ກຸ່ມທີ3: ມີ 1 ຄົນແມ່ນຈາກກຸ່ມຜູ້ຕິດເຊື້ອຈາກໂຮງໝໍ 5 ເມສາ ແລະ 1 ຄົນ ແມ່ນຍັງບໍ່ທັນຮູ້ແຫຼ່ງຕິດເຊື້ອເທື່ອ ເຊິ່ງທີມງານສອບສວນ ກຳລັງລົງສອບຖາມປະຫວັດຢ່າງລະອຽດ ແລະ ຈະຖະແຫຼງໃນພາຍຫຼັງ.


ສຳລັບເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ
– ວັນທີ 08/06/2021: ໄປເຮືອນໝູ່ບ້ານໂພນຕ້ອງຈອມມະນີ
– ວັນທີ 09/06/2021 ເວລາ 12:00-13:30 ໂມງ: ໄປກິນຊີ້ນດາດ ຢູ່ໄອເຕັກ


ຄະນະສະເພາະກິດໃຫ້ຮູ້ອີກວ່າ ຈາກການລາຍງານຕິດເຊື້ອໃນແຕ່ລະວັນ ຍັງພົບເຫັນວ່າ ແມ່ນເກີດຂຶ້ນ ຈາກການສຳຜັດໃກ້ຊິດ ໃນຄອບຄົວດຽວກັນ ຫຼື ໝູ່ເພື່ອນ. ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ.