ປະມວນພາບ ນັກເຕະດານມາກ ກັບ ແບນຊິກ ຮ່ວມກັບແຟນບານຕົບມືໃຫ້ກໍາລັງໃຈ ອິຣິກເຊນ ນາທີໆ 10

625
A giant jersey in support of Danish player Christian Eriksen is displayed ahead of the Euro 2020 soccer championship group B match between Denmark and Belgium at the Parken stadium in Copenhagen, Denmark, Thursday, June 17, 2021. Christian Eriksen was hospitalized after collapsing during Denmarks match with Finland. (Hannah McKay/Pool via AP)

ກ່ອນໜ້ານີ ຄຣິສຕຽນ ອິຣິກເຊນ ທີ່ໝົດສິດຊ່ວຍທີມຊາດ ດານມາກ ເປັນທີ່ແນ່ນອນຫຼັງໝົດສະຕິໃນສະໜາມໃນນັດທໍາອິດ

.

ຕໍ່ມາກໍມີການເປີດເຜີຍຢ່າງທາງການວ່າ: ຮູບແບບທີ່ຈະໃຫ້ກໍາລັງໃຈ ອິຣິກເຊນ ກໍຄືການເຕະບານອອກໃນນາທີໆ 10 ຂອງການແຂ່ງຂັນບານເຕະ ຢູໂຣ 2020 ນັດລະຫວ່າງ ດານມາກ ພົບກັບ ແບນຊິກ ທີ່ຈະລົງແຂ່ງຂັນໃນວັນທີ 17 ມິຖຸນາ 2021 ເວລາ 23:00 ໂມງທີ່ສະໜາມພາກເກັນ ສະເຕດ້ຽມ ໃນນະຄອນຫຼວງໂຄເປນເຮເກັນ ປະເທດດານມາກ.

.

.

.

ກໍເປັນໄປຕາມໃນມື້ການແຂ່ງຂັນດໍາເນີນໄປຮອດນາທີໆ 10 ຂອງການແຂ່ງຂັນ ນັກເຕະທັງສອງທີມໄດ້ມີການຢຸດການແຂ່ງຂັນເປັນໄລຍະເວລາ 1 ນາທີໆ ດ້ວຍການຮ່ວມຕົບມືກັບແຟນບານທົງໝົດໃນສະໜາມ ເພື່ອເປັນການສົ່ງກໍາລັງໃຈໃຫ້ກັບ ອິຣິກເຊນ

.

.

ສໍາລັບ ນັດດັ່ງກ່າວ ຈົບການແຂ່ງຂັນ ແບນຊິກ ພິກເອົາຊະນະ ດານມາກ 2-1 ເຮັດໃຫ້ ແບນຊິກ ເກັບເພີ່ມເປັນ 6 ຄະແນນເຂົ້າຮອບ 16 ທີມເປັນທີ່ແນ່ນອນແລ້ວ, ສ່ວນ ຣັດເຊຍ ກັບ ແຟງລັງ ມີ 3 ຄະແນນເທົ່າກັນ ແລະ ດານມາກ ຍັງບໍ່ມີຈັກຄະແນນຕ້ອງລຸ້ນເຂົ້າຮອບນັດສຸດທ້າຍໃນວັນທີ 22 ມິຖຸນາ 2021 ຕໍ່ໄປ