ສະໜາມບິນໜອງຄ້າງຄ້າງອີກ ຕອນນີ້ຕ້ອງແກ້ໄຂຈຸດທີ່ດິນເຊາະເຈື່ອນໃນໜ້າຝົນ

1064

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຢູ່ແຂວງຫົວພັນ ທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2013 ຮອດປະຈຸບັນຍັງບໍ່ສຳເລັດເນື່ອງຈາກມີຫຼາຍໜ້າວຽກເພີ່ມຂຶ້ນ ແລະເຮັດໃຫ້ງົບປະມານສູງຂຶ້ນໄປຕາມບໍ່ເປັນໄປຕາມການຜະເມີນໄວ້ໃນເບື້ອງຕົ້ນ ເຊິ່ງປະຈຸບັນມີຈຸດທີ່ເຊາະເຈື່ອນຕ້ອງເລັ່ງແກ້ໄຂໃຫ້ສຳເລັດພາຍໃນສອງເດືອນ.

ວັນທີ 16 ມິຖຸນາ 2021 ນີ້ ຢູ່​ພະ​ແນກ​ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງແຂວງຫົວພັນ​ ​ໄດ້ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືຄົ້ນ​ຄວ້າ​ຊອກ​ຫາ​ວິ​ທີ​ທາງ​ແກ້​ໄຂ ແລະ ວາງ​ແຜນ​ປ້ອງ​ກັນ​ຜົນ​ກະ​ທົບ​ ທີ່​ຈະ​ເກີດ​ຂຶ້ນ ຈາກ​ການກໍ່​ສ້າງ​ສະ​ໜາມ​ບິນ​ໜອງ​ຄ້າງ ໃນ​ຊ່ວງ​ລະ​ດູ​ຝົນ​ນີ້. ໂດຍການເຂົ້າຮ່ວມ​​ຂອງ ​ທ່ານ ພອນ​ສຸກ ​ອິນ​ທະ​ວົງ ຮອງ​ເຈົ້າ​ແຂວງ​ແຂວງ​ຫົວ​ພັນ ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະ​ກິດ​ຂັ້ນແຂວງ ມີທ່ານ ບຸນແຕ່ງ ສີມູນ ຮອງ​ຫົວ​ຫົວ​ໜ້າ​ກົມ​​ການ​ບິນ​ພົນ​ລະ​ເຮືອນ​, ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງຊຳເໜຶອ ແລະ ວິຊາການທີ່ກ່ຽວຂອງເຂົ້າຮ່ວມນຳ.

ປັດ​ຈຸ​ບັນ ໂຄງ​ການກໍ່​ສ້າງ​ສະ​ໜາມ​ບິນ​ໜອງ​ຄ້າງ ​ໄດ້ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ກໍ່​ສ້າງ​ໂຄງ​ການ​ສຳ​ເລັດ​ທັງ​ໝົດ 92,34% ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ໂຄງ​ການ​ ໄດ້​​ຢຸດ​ກໍ່​ສ້າງ​ຊົ່ວ​ຄາວ​ມາ​ຕັ້ງ​ແຕ່ທ້າຍ​ເດືອນ ມີ​ນາ 2020 ເປັນ​ຕົ້ນ​ມ​າ, ເນື່ອງຈາກວ່າ ບໍລິມາດວຽກເພີ່ມ ແລະ ມູນຄ່າການກໍ່ສ້າງ ຂອງໂຄງການໄດ້ເພີ່ມຂຶ້ນ ລໍຖ້າການຮັບຮອງຈາກລັດຖະບານ ແລະ ແມ່ນຊ່ວງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍ່ໄດ້ຖອນບຸກຄະລາກອນ, ກົນຈັກ ກັບຄືນຫວຽດນາມ.

ເຊິ່ງຜ່ານ​ມາກໍ່​ໄດ້​ມີ​ເຫດ​ການ​ນ້ຳໄຫຼຖ້ວມເຂົ້າເຮືອນ, ພື້ນ​ທີ່​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ ແລະ ກໍ່ໄດ້ມີການແກ້ໄຂ້ແລ້ວ ແຕ່ສຳລັບລະດູຝົນປີນີ້ ກົມ​ການ​ບິນ​ພົນ​ລະ​ເຮືອນ​ ຈະ​ສືບ​ຕໍ່​ຊີ້​ນຳ ແລະ ຕິດ​ຕາມບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ກໍ່​ສ້າງ ​​ແກ້​ໄຂ​ດ່ວນ​ຢູ່ຈຸດ​​ມີ​ຄວາມ​ສ່ຽງ​ທີ່​ສຸດ​ດ້ວຍການ ວາງ​ທໍ່​ລອດ​ທາງ​ເພີ່ມ ແລະ ແກ້​ໄຂ​ຈຸດ​ທີ່​ດິນ​ເຊາະ​ເຈື່ອ​ນ ພ້ອມນັ້ນ​ກໍ່​ຈະ​ສືບ​ຕໍ່​ສຳຫຼວດ ເພື່ອສ້ອມ​ແປງ​ບັນ​ດາ​ຈຸດ​ຕ່າງໆ​​ທີ່​ເຫັນ​ວ່າ ຈະ​ເກີດມີການ​ເຊາະ​ເຈື່ອນ ໃຫ້​ສຳ​ເລັດ​ພາຍ​ໃນ​ໄລ​ຍະ​ເວ​ລ​າ​ 02 ເດືອນ ແລະ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາຍ​ໃນ​ເດືອນ ມິ​ຖຸ​ນາ 2021 ນີ້ເປັນຕົ້ນໄປ.

 

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນບໍລິສັດຮວງແອງອັດຕະປືຂອງຫວຽດນາມໄດ້ຮັບສິດຮັບເໝົາໃນມູນຄ່າເບື້ອງຕົ້ນ 74 ລ້ານໂດລາສະຫະລັດ ແລະ ໄດ້ເລີ່ມລົງມືກໍ່ສ້າງໃນປີ 2013 ຮອດປະຈຸບັນສຳເລັດ 92,34%.