ມອບ-ຮັບ ພາຫະນະ-ອຸປະກອນກົນຈັກ ງວດທີ 2 ຮັບໃຊ້ສະໜາມຂີ້ເຫຍື້ອ ບ້ານຊອກ

18 Jun 2021

ຄລິກແຊຣ໌ 0 Facebook WhatsApp

ພິທີມອບ-ຮັບພາຫະນະ-ອຸປະກອນກົນຈັກງວດທີ 2 ຮັບໃຊ້ສະໜາມຂີ້ເຫຍື້ອບ້ານຊອກ, ນະຄອນໄກສອນ ພົມວິຫານ ລະຫວ່າງໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ແລະ ບໍລິສັດອີຊູຊູລາວບໍລິການຈຳກັດຜູ້ດຽວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 14 ມິຖຸນາ 2021 ໂດຍການເຂົ້າຮ່ວມຂອງທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະຊີ້ນຳໂຄງການ GMS ຂັ້ນແຂວງ, ມີທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ນາງ ມະນີຈັນ ຊະນະນິຄົມ ຕາງໜ້າກະຊວງໂຍທາທິການ ແລະຂົນສົ່ງ ແລະພາກສ່ວນກ່ຽວຂ້ອງຂັ້ນຕ່າງໆເຂົ້າຮ່ວມ.


ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການ SMS ໄດ້ກ່າວລາຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາວ່າ: ໂຄງການສະໜາມຂີ້ເຫຍຶ້ອ ເປັນໂຄງການໜຶ່ງທີ່ນອນໃນ 7 ໂຄງການຍ່ອຍຫຼັກໆຂອງໂຄງການ GMS ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ລວມມີເນື້ອທີ່ນຳໃຊ້ທັງໝົດ 16 ເຮັກຕາ ໃນນັ້ນ 10 ເຮັກຕາ ແມ່ນໂຄງການກຳລັງດຳເນີນການຢູ່ ແລະອີກ 6 ເຮັກຕາ ແມ່ນທາງເອກະຊົນສຳປະທານ, ເມື່ອໂຄງການສຳເລັດສົມບູນ ຈະໄດ້ລວມເປັນຂອບເຂດນຳໃຊ້ຮ່ວມກັນທັງໝົດ.


ໂຄງການນີ້ ມີມູນຄ່າສຳລັບການກໍ່ສ້າງສິ່ງອຳນວຍຄວາມສະດວກເຊັ່ນ: ກໍ່ສ້າງທາງເບຕົງຍາວ 561 ແມັດ ລວມຮ່ອງນໍ້າຂ້າງທາງ ແລະທໍ່ລະບາຍນໍ້າ, ກໍ່ສ້າງຊິງຊັ່ງນໍ້າໜັກ ພ້ອມລະບົບຄວບຄຸມດ້ວຍຄອບພີວເຕີ, ກໍ່ສ້າງຮົ້ວ ແລະປະຕູທາງເຂົ້າ, ກໍ່ສ້າງອາຄານບໍລິຫານ, ກໍ່ສ້າງອາຄານບໍລິການພະນັກງານ ແລະແຮງງານ, ກໍ່ສ້າງອາຄານຄັດແຍກຂີ້ເຫຍື້ອ, ກໍ່ສ້າງອາຄານຝຸ່ນບົ່ມ, ກໍ່ສ້າງອາຄານຕາກອາຈົມ, ກໍ່ສ້າງຂຸມຖິ້ມຂີ້ເຫຍື້ອ, ອ່າງຟອກອາກາດ ແລະອ່າງຕົກຕະກອນ, ຕິດຕັ້ງລະບົບໄຟຟ້າ, ກໍ່ສ້າງຕິດຕັ້ງນໍ້າບາດານ ແລະລະບົບນໍ້າຕ່າງໆ ລວມເປັນມູນຄ່າທັງໝົດ 1.6ລ້ານກວ່າໂດລາສະຫະລັດ.


ສຳລັບການຕອບສະໜອງພາຫະນະມີ 2 ງວດຄື: ງວດທີ 1 ລວມມີ: ລົດຈົກ 1 ຄັນ, ລົດດ້າມ 14 ແມັດກ້ອນ 2 ຄັນ, ລົດເກັບຂີ້ເຫຍື້ອອັດແໜ້ນ 8 ແມັດກ້ອນ 2 ຄັນ, ລົດດ້າມເກັບຂີ້ເຫຍື້ອ 6 ແມັດກ້ອນ 2 ຄັນ, ລົດລ້າງທາງ-ດູູດນ້ຳເປື້ອນ 1 ຄັນ, ລົດປັດຂີ້ຝຸ່ນ 1 ຄັນ, ຖັງຂີ້ເຫຍື້ອ 120 ລິດ ຈຳນວນ 400 ຖັງ, ຄິດເປັນມູນຄ່າທັງໝົດ 709.000 ໂດລາສະຫະລັດ(ມອບ-ຮັບສຳເລັດແລ້ວ); ສ່ວນງວດທີ 2 ທີ່ໄດ້ມີການມອບ-ຮັບກັນໃນມື້ນີ້ປະກອບມີ: ລົດຕັກນ້ອຍຕີນຂີ້ເຂັບແບບຫຸ້ມຢາງ1 ຄັນ, ລົດດູດນ້ຳ 2 ຄັນ, ລົດດູດສຳລັບສະໜາມຂີ້ເຫຍື້ອ1 ຄັນ, ລົດຕັກຕີນຢາງພ້ອມມີບ່ວງເຂິງ 1 ຄັນ, ເຄື່ອງເຂິງຮ່ອນແບບໝູນ 1 ເຄື່ອງ, ເຄື່ອງຈັກໜີບ1 ເຄື່ອງ, ເຄື່ອງຈັກບົດກະຕຸກຢາງ 1 ເຄື່ອງ, ລວມເປັນມູນຄ່າ 856.600 ໂດລາສະຫະລັດ, ເຊິ່ງລວມມູນຄ່າງວດ 1+2 ຄິດເປັນຈຳນວນເງິນທັງໝົດ 1.565.600 ໂດລາສະຫະລັດ.


ຈາກນັ້ນ, ຕາງໜ້າບໍລິສັດອີຊູຊູລາວບໍລິການ ເຊິ່ງເປັນຜູ້ຕອບສະໜອງທາງດ້ານກົນຈັກ ແລະອຸປະກອນໃຫ້ແກ່ທາງໂຄງການ GMS ກໍໄດ້ຂຶ້ນກ່າວມອບພາຫະນະ-ອຸປະກອນກົນຈັກດັ່ງກ່າວ ໃຫ້ແກ່ທາງໂຄງການ GMS ໂດຍຍັງຈະຕ້ອງໃຫ້ການຄໍ້າປະກັນຕາມສັນຍາເປັນໄລຍະເວລາ 1 ປີ.


ວາລະຕໍ່ມາ, ໃນພິທີ ກໍໄດ້ມີການລົງນາມມອບ-ຮັບພາຫະນະ-ອຸປະກອນ ໃຫ້ແກ່ນະຄອນໄກສອນ ພົມວິຫານ ຄຸ້ມຄອງນຳໃຊ້ຕໍ່ໄປ ລະຫວ່າງຫົວໜ້າໂຄງການ SMG , ຕາງໜ້າບໍລິສັດອີຊູຊູລາວບໍລິການ ແລະຕາງໜ້າຫ້ອງການ ຄພບ ນະຄອນ ໂດຍຊ້ອງໜ້າທ່ານຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາທ່ານແຂກ ແລະພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມເປັນສັກຂີພິຍານນຳ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ