ແບັງ ໂກວິດ ມຸ່ຍອຸດົມເດດ ໜຶ່ງຕົວເກງໃນເວທີ Mister International Laos

826

ພາສ່ອງອີກໜຶ່ງໜຸ່ມ ໂກວິດ ມຸ່ຍອຸດົມເດດ ຫຼື ແບັງ MRL054 ຈາກເວທີ Mister International Laos 2021 ມາລຸ້ນ ແລະ ເຊຍໃຫ້ກໍາລັງໃຈນໍາກັນ ເພື່ອໃຫ້ໜຸ່ມຄົນນີ້ ເຂົ້າເຖິງຮອບ 20 ຄົນ ປັດຈຸບັນ 27 ປີ ມີວຽກເຮັດງານທຳເປັນທີ່ຮຽບຮ້ອຍແລ້ວ.

May be an image of 1 person

ໜຸ່ມແບັງ ເຄີຍຜ່ານການປະກວດມາເຖິງ 2 ເວທີດ້ວຍກັນ ໃນປີ 2015 ເວທີ LSM ແມ່ນໄດ້ເຂົ້າເຖິງໜຶ່ງໃນ 10 ຄົນສຸດທ້າຍຈາກເວທີນັ້ນ ແລະ ໃນປີ 2016 ຕໍ່ມາ ກໍໄດ້ເຂົ້າຮ່ວມປະກວດຂວັນໃຈສາວໆຂອງວາລະສານຂວັນໃຈບໍ່ພຽງແຕ່ເທົ່ານັ້ນ ໃນປີ 2017 ແມ່ນໄດ້ຖ່າຍແບບສາມສິບໜຸ່ມຮ໋ອດວຽງຈັນ ຖືໄດ້ວ່າມີປະສົບການໃນວົງການບັນເທີງບໍ່ໜ້ອຍເລີຍ.

May be an image of 13 people, child, people standing, outdoors and text that says 'Jeep'

ແບັງ ເວົ້າວ່າ: ສິ່ງໜຶ່ງທີ່ເຮັດໃຫ້ຢາກເຂົ້າຮ່ວມໃນການປະກວດຄັ້ງນີ້ ແມ່ນຢາກໃຫ້ຮູ້ວ່າຄົນລາວເຮົາກໍເປັນປະເທດທີ່ບໍ່ນ້ອຍໜ້າມີຄວາມຮູ້, ຄວາມສາມາດທາງດ້ານການສະແດງອອກເໝືອນດັ່ງຫຼາຍໆປະເທດເຊັ່ນກັນ ນັ້ນເປັນເຫດຜົນທີ່ເຂົ້າຮ່ວມປະກວດ ເພື່ອສື່ໃຫ້ສາກົນ ຫຼື ຕ່າງປະເທດໄດ້ເຫັນໃນ ຄວາມສາມາດ ແລະ ວັດທະນະທຳອັນດີງາມຕ່າງໆປະເທດເຮົາ.

May be an image of 1 person and outdoors

ສິ່ງທີ່ເປັນຈຸດເດັ່ນທີ່ແບັງມີຄິດວ່າຈະແມ່ນການກ້າສະແດງອອກ ແລະ ຄວາມມີອັດທະຍາໄສທີ່ດີເປັນມິດເຂົ້າກັບຄົນໄດ້ງ່າຍ ແລະ ສິ່ງດັ່ງກ່າວນີ້ ແບງ ຄິດວ່າຈະສາມາດເອົາຊະນະໃຈທຸກຄົນ ແລະ ຄະນະກໍາມະການໄດ້ ແລະ ກໍມີຄຳຄົມປະຈຳໃຈຢູ່ວ່າ “ ບໍ່ມີຫຍັງທີ່ເຮັດບໍ່ໄດ້ ”.

May be an image of 1 person

ສໍາລັບການກຽມຕົວກ່ອນເຂົ້າປະກວດ ແມ່ນກຽມທຸກຢ່າງເທົ່າທີ່ເຮັດໄດ້ເຊັ່ນການເດີນແບບ ການໂພສທ່າຕ່າງໆ ພ້ອມກັບການມີຄວາມໝັ້ນໃຈທີ່ເປັນສິ່ງສໍາຄັນໃນການເຂົ້າຮ່ວມປະກວດບໍ່ວ່າເວທີໃດກໍຕາມ ເພາະການກ້າສະແດງອອກໝັ້ນໃຈ ຈະເປັນສິ່ງທີ່ສື່ເຖິງຜູ້ຊົມໃຫ້ເຊື່ອໃນສິ່ງທີ່ເຮົາກໍາລັງເຮັດຢູ່ໄດ້ສ່ວນໃຫຍ່ ກິດຈະກໍາຍາມວ່າງແມ່ນມັກການເດີນທາງ ແລະ ການທ່ອງທ່ຽວໃນເຊີງທໍາມະຊາດ, ການຜະຈົນໄພ, ການແຂ່ງຂັນກີລາ ແລະ ຫຼິ້ນກີລາຫຼາຍປະເພດ, ສຸດທ້າຍນີ້ກໍຂໍຝາກຕິດຕາມການເຄື່ອນໄຫວ ແລະ ຜົນງານຕ່າງໆຂອງແບັງໄດ້ ຜ່ານ ທາງເຟສບຸ໊ກ Bank oudomdeth ແລະ IG Bank_oudomdeth.

ຮູບ: Bank oudomdeth