ບໍລິສັດຫຍ້າສີຟ້າ ມອບຮູບການນໍາໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ

888

ບໍລິສັດຫຍ້າສີຟ້າ ຫລື BlueGrass Design Group ໄດ້ມອບຮູບການນໍານັບແຕ່ອະດິດມາຮອດປັດຈຸບັນ ລວມມີ 8 ທ່ານ ໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ເພື່ອຕິດໄວ້ໃນຫ້ອງຮັບແຂກ ກະຊວງ ອຄ ເຊິ່ງພິທີມອບມີຂຶ້ນໃນວັນທີ 17 ມິຖຸນາ 2021 ທີ່ກະຊວງ ອຄ. ກ່າວມອບໂດຍທ່ານ ປຣະເສີດ ບັນຈົງພັກດີ ຜູ້ກໍ່ຕັ້ງທັງເປັນປະທານບໍລິສັດ ຫຍ້າສີຟ້າ ແລະ ຮັບໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ໂດຍມີພະນັກງານຈາກສອງພາກສ່ວນເຂົ້າຮ່ວມ.


ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າສະແດງຄວາມຂອບໃຈມາຍັງ ປະທານ ແລະ ພະນັກງານບໍລິສັດຫຍ້າສີຟ້າ ທີ່ໄດ້ມອບຮູບທີລະນຶກໃນຄັ້ງນີ້ ຮູບດັ່ງກ່າວມີຄວາມໝາຍຄວາມສໍາຄັນຫຼາຍ ສໍາລັບປະເທດເຮົາ ທ່ານໄດ້ສະແດງຄວາມຊົມເຊີຍທີ່ບໍລິສັດໄດ້ຕັດສິນໃຈ ປະກອບສ່ວນໃນຄັ້ງນີ້ ເຊິ່ງຮູບການນໍາຈະໄດ້ຕິດໄວ້ ທີ່ຫ້ອງຮັບແຂກກະຊວງ ອຄ.


ທ່ານ ປຣະເສີດ ບັນຈົງພັກດີ ກ່າວວ່າ: ບໍລິສັດສ້າງຕັ້ງຂຶ້ນໃນປີ 1996 ເຊິ່ງບໍລະສັດແມ່ນຜູ້ລິເລີ່ມບຸກເບີກວຽກງານອອກແບບກຣາຟຟິກ ແລະ ວຽກງານໂຄສະນາ Out of Homeໃນ ສປປ ລາວ. ໃນປີ 2021 ນີ້ ແມ່ນຄົບຮອບ 25 ປີ ຂອງການສ້າງຕັ້ງບໍລິສັດ, ເຊິ່ງເປັນເວລາກວ່າ 2 ທົດສັດຕະວັດ ທີ່ບໍລິສັດໄດ້ມີໂອກາດ ແລະ ໄດ້ຮັບຄວາມໄວ້ວາງໃຈ ຈາກທັງພາກລັດ ແລະ ເອກະຊົນ ໃນການສ້າງສັນຜົນງານລະດັບທ້ອງຖິ່ນ ຈົນເຖິງລະດັບຊາດ.

ເພື່ອເປັນການສະເຫຼີມສະຫຼອງການສ້າງຕັ້ງບໍລິສັດ ຄົບຮອບ 25 ປີ ແລະ  ເພື່ອເປັນການຕ້ອນຮັບຄະນະລັດຖະບານຊຸດທີ IX ແລະ ລັດຖະມົນຕີຄົນໃໝ່ຂອງກະຊວງ, ບໍລິສັດ ຫຍ້າສີຟ້າ ຈຶ່ງໄດ້ຜະລິດຜົນງານຮູບແຕ້ມສີນໍ້າມັນໃສ່ຂອບສີຄຳຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ຜູ້ນໍາທີ່ແສນເຄົາລົບຮັກ (ລວມ 8 ຮູບພາບ) ແຕ່ອະດີດຈົນເຖິງປັດຈຸບັນ ຈໍານວນ 10 ຊຸດ ແລະຈະມອບໃຫ້ 10 ກະຊວງ ແລະ ອົງການຈັດຕັ້ງລັດທີ່ບໍລິສັດເຄີຍຮ່ວມວຽກນໍາ.


ການມອບຮູບໃຫ້ກະຊວງ ອຄ ຄັ້ງນີ້ແມ່ນເພື່ອເປັນການຮູ້ບຸນຄຸນ ແລະ ຂອບໃຈ ທີ່ຕະຫຼອດໄລຍະເວລາສິບກວ່າປີ ທີ່ໄດ້ເຮັດວຽກຮ່ວມກັບ ກົມສົ່ງເສີມການຄ້າ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ເຮັດໃຫ້ບໍລິສັດ ຫຍ້າສີຟ້າ ໄດ້ສ້າງຜົນງານຫຼາຍດ້ານອອກສູ່ພາຍໃນ ແລະ ເວທີສາກົນ ແລະ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮັບໂອກາດໄດ້ສ້າງສັນຜົນງານຮັບໃຊ້ລັດຖະບານ ແລະ ສັງຄົມ ໃນອະນາຄົດ.