ກະຊວງ ປກສ ປະກາດແຕ່ງຕັ້ງ ຮອງຫົວໜ້າອໍານວຍການ ວິທະຍາຄານສັນຕິບານປະຊາຊົນ ຄົນໃໝ່

490

ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າ ວິທະ ຍາຄານສັນຕິບານປະຊາຊົນ ຄົນໃໝ່ ໃນວັນທີ 16 ມິຖຸນາ ນີ້, ໂດຍມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຫົວໜ້າ-ຮອງວິທະຍາຄານສັນຕິ ບານປະຊາຊົນ, ພ້ອມດ້ວຍ ພະນັກງານ-ນັກຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັອ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດ ຕັ້ງພະນັກງານ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີປ້ອງ ກັນຄວາມສະຫງົບ ສະບັບເລກທີ 911/ປກສ,ລົງວັນທີ 28 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບວິທະຍາຄານສັນຕິບານປະ ຊາຊົນ.

ໃນນີ້, ໄດ້ແຕ່ງຕັ້ງ ພັອ ປອ ສີພອນ ພັນທະວົງ ເປັນຮອງຫົວໜ້າອໍານວຍການ ພ້ອມທັງຄວບຕໍາແໜ່ງຫົວໜ້າຫ້ອງການເມືອງ ວິທະຍາຄານສັນຕິບານປະຊາຊົນ , ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.


ໃນພິທີ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງໃນການຈັດຕັ້ງປະ ຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຕໍາແໜງໃໝ່ ເພື່ອພ້ອມກັນຊີ້ນໍາ-ບັນຊາບັນດາສະມາຊິກກພະນັກງານ-ນັກຮົບ, ຄູ-ອາຈານ ຕະຫຼອດຮອດນັກສຶກສາໃນທຸກຮຸ່ນ ປະສົບຜົນສໍາເລັດໃນທຸກດ້ານ ແລະ ເຂັ້ມແຂງໜັກແໜ້ນ ເປັນກ້າວໆ.