ການພົບກັນຂອງ ປູຕິນ-ໄບເດັນ ທີ່ເຈນີວາໄດ້ປຶກສາຫາຟື້ນຟູສາຍພົວພັນ ແລະ ການຮ່ວມມື

380
President Joe Biden meets with Russian President Vladimir Putin, Wednesday, June 16, 2021, in Geneva, Switzerland. (AP Photo/Patrick Semansky)

ສຳນັກຂ່າວຕ່າງປະເທດລາຍງານວ່າ ການພົບປະລະຫວ່າງປະທານທິບໍດີ ວະລາດີເມຍ ປູຕິນ ຂອງຣັດເຊຍ ແລະ ປະທານາທິບໍດີ ໂຈ ໄບເດັນຂອງສະຫະລັດອາເມຣິກາ ໄດ້ມີຂຶ້ນໃນວັນທີ 16 ມິຖຸນາ ທີ່ນະຄອນຫຼວງເຈນີວາ ປະເທດສະວິດເຊີແລນ ໂດຍທັງສອງຝ່າຍຕ່າງກໍສະແດງຄວາມຊົມເຊີຍທີ່ໄດ້ສະຫຼະເວລາມາພົບປະກັນແບບເຫັນໜ້າກັນ ໂດຍໃຊ້ເວລາປະມານ 3 ຊົ່ວໂມງ.

ທ່ານ ໂຈ ໄບເດັນ ກ່າວວ່າ: ທັງສອງຝ່າຍໄດ້ຍົກບັນຫາຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈຂຶ້ນມາປຶກສາຫາລືກັນ ໂດຍຣັດເຊຍກໍບໍ່ຕ້ອງການໃຫ້ມີສົງຄາມເຢັນຄັ້ງໃໝ່ເກີດຂຶ້ນ ແລະ ບໍ່ຈຳເປັນຕ້ອງໃຊ້ເວລາໃນການປຶກສາຫາລືດົນເກີນໄປ ເພາະເປົ້າໝາຍການພົບປະຄື ເພື່ອປຶກສາຫາລືການຟື້ນຟູສາຍພົວພັນລະຫວ່າງສອງປະເທດ.

ໃນຂະນະທີ່ປະທານາທິບໍດີ ປູນຕິນ ກ່າວວ່າ: ທັງສອງຝ່າຍໄດ້ຕົກລົງທີ່ຈະເລີ່ມຕົ້ນການເຈລະຈາກ່ຽວກັບການຄວບຄຸມອາວຸດນິວເຄລຍ ແລະ ຈະມີການແຕ່ງຕັ້ງເອກອັກຄະລັດຖະທູດກັບໄປປະຈຳຢູ່ນະຄອນຫຼວງຂອງສອງປະເທດອີກຄັ້ງ, ຫຼັງຈາກທີ່ໄດ້ຖອນເອກອັກຄະລັດຖະທູດກັບຄືນປະເທດເມື່ອເດືອນມີນາຜ່ານມາ ເນື່ອງຈາກວ່າ ອາເມຣິກາກ່າວຫາຣັດເຊຍວ່າ ເຂົ້າມາແຊກແຊງການເລືອກຕັ້ງປະທານາທິບໍດີອາເມຣິກາ.

ແນວໃດກໍຕາມຍັງມີອີກຫຼາຍບັນຫາທີ່ຍັງບໍ່ມີຄວາມຄືບໜ້າໂດຍສະເພາະການໂຈມຕີທາງໄຊເບີ, ສະຖານະການໃນອູແກຣນ ແລະ ປະເດັນອື່ນໆອີກ.


ທ່ານ ປູຕິນໄດ້ປະຕິເສດຂໍ້ກ່າວຫາຂອງສະຫະລັດອາເມຣິກາທີ່ວ່າ ຣັດເຊຍມີສ່ວນຮັບຜິດຊອບກ່ຽວກັບການໂຈມຕີທາງໄຊເບີທີ່ເກີດຂຶ້ນໃນອາເມຣິກາ ໂດຍຜູ້ນຳຣັດເຊຍລະບຸວ່າ ການໂຈມຕີທາງໄຊເບີຢູ່ຣັດເຊຍສ່ວນໃຫຍ່ກໍມີຕົ້ນກຳເນີດຈາກອາເມຣິກາ, ໃນຂະນະທີ່ທ່ານ ໄບເດັນ ກ່າວວ່າ ໂຄງສ້າງພື້ນຖານທີ່ສຳຄັນເຊັ່ນ: ລະບົບນ້ຳປະປາ, ພະລັງງານ ຈະຢູ່ນອກເໜືອການແຮັກຂໍ້ມູນ ລວມທັງການໂຈມຕີດ້ານອື່ນໆ.

ໃນຂະນະທີ່ປະເດັນເລື່ອງສິດທິມະນຸດທັງສອງຝ່າຍຍັງມີຄວາມເຫັນທີ່ແຕກຕ່າງກັນຫຼາຍ ໂດຍ ທ່ານ ປູຕິນ ກ່າວວ່າ ຣັດເຊຍບໍ່ຕ້ອງການໃຫ້ເກີດຄວາມວຸ້ນວາຍຂຶ້ນໃນດິນແດນຂອງຕົນເອງ ເໝືອນກັບເຫດວຸ້ນວາຍທີ່ເກີດຂຶ້ນຢູ່ສະຫະລັດອາເມຣິກາ.