ທີມຊາດແບນຊິກ ອີກໜຶ່ງຕົວເຕັງໃນ ຢູໂຣ 2020 ເປີດເຜີຍວິທີໃຫ້ກໍາລັງໃຈ ຄຣິສຕຽນ ອິຣິກເຊນ ທີ່ໝົດສິດຊ່ວຍທີມຊາດ ດານມາກ ເປັນທີ່ແນ່ນອນຫຼັງໝົດສະຕິໃນສະໜາມໃນນັດທໍາອິດ ກ່ອນຈະລົງແຂ່ງຂັນນັດທີ 2 ທີ່ຈະພົບກັນໃນວັນທີ 17 ມິຖຸນາ 2021 ເຊິ່ງມີການລາຍງານວ່າ ແບນຊິກ ຈະເຕະບານອອກຈາກສະໜາມໃນນາທີໆ 10 ເພື່ອເປັນກໍາລັງໃຈໃຫ້ກັບ ອິຣິກເຊນ ທີ່ກໍາລັງຮັກສາຕົວຈາກອາການພາວະຫົວໃຈຢຸດເຕັ້ນແບບກະທັນຫັນ.

ເມື່ອວັນເສົາທີ 12 ມິຖຸນາ 2021 ເກີດເຫດສະເທື່ອນໃຈຂອງແຟນບານເມື່ອ ອິຣິກເຊນ ຫົວໃຈຢຸດເຈັ້ນລະຫວ່າງນັດທີ່ຊ່ວຍທີມຊາດດານມາກ ເສຍໃຫ້ກັບ ແຟງລັງ 0-1 ຈົນເຮັດໃຫ້ໝໍຕ້ອງເຂົ້າໄປປະຖົມພະຍາບານກັນດົນເຕີບ ກ່ອນຈະໄດ້ສະຕິ ແລະ ສົ່ງໄປໂຮງໝໍໃນເວລາຕໍ່ມາ.

ໂຣເບໂຕ ມາຕິເນຊ ຜູ້ຈັດການທີມຂອງແບນຊິກ ເປີດເຜີຍວ່າ: ແນ່ນອນວ່າທຸກຄົນຮູ້ສຶກບໍ່ດີໃນຕອນທີ່ເກີດເຫດການນັ້ນ, ມັນເປັນໄລຍະເວລາທີ່ຍາກລໍາບາກ ບໍ່ວ່າຈະທັງນັກເຕະ ແລະ ແຟນບານ ຈົນໄດ້ຍິນຂ່າວດີວ່າ ອິຣິກເຊນ ມີອາການດີຂຶ້ນແລ້ວ, ເວົ້າໄດ້ແລ້ວ, ກໍາລັງໄດ້ຮັບການຮັກສາຢູ່ໂຮງໝໍ ແລະ ຕອນນີ້ມັນກໍເຖິງເວລາທີ່ຈະສະຫຼອງກັນແລ້ວ.

ມີການເປີດເຜີຍຢ່າງທາງການວ່າ: ຮູບແບບທີ່ຈະໃຫ້ກໍາລັງໃຈ ອິຣິກເຊນ ກໍຄືການເຕະບານອອກໃນນາທີໆ 10 ຂອງການແຂ່ງຂັນບານເຕະ ຢູໂຣ 2020 ນັດລະຫວ່າງ ດານມາກ ພົບກັບ ແບນຊິກ ທີ່ຈະລົງແຂ່ງຂັນໃນມື້ນີ້ວັນທີ 17 ມິຖຸນາ 2021 ເວລາ 23:00 ໂມງທີ່ສະໜາມພາກເກັນ ສະເຕດ້ຽມ ໃນນະຄອນຫຼວງໂຄເປນເຮເກັນ ປະເທດດານມາກ.

ສໍາລັບ ນັດນີ້ສໍາຄັນທີ່ສຸດສໍາລັງ ດານມາກ ເພາະເປັນທີມດຽວຂອງກຸ່ມ B ທີ່ຍັງບໍ່ມີຈັກຄະແນນ, ສ່ວນ ແບນຊິກ ມີ 3 ຄະແນນຈາກການລົງແຂ່ງຂັນ 1 ນັດເທົ່າກັນ ເຊິ່ງ ແບນຊິກ ຖ້າຊະນະນັດນີ້ກໍຈະເຂົ້າຮອບ. ຂະນະທີ່ ຣັດເຊຍ ກັບ ແຟງລັງ ມີ 3 ຄະແນນເທົ່າກັນ ຈາກການລົງແຂ່ງຂັນ 2 ນັດເທົ່າກັນລຸ້ນນັດສຸດທ້າຍ

ສ່ວນສະຖິຕິ ການພົບກັນ 2 ນັດຫຼັງສຸດ ແບນຊິກ ຊະນະໃນປີ 2020 ໂດຍນັດທໍາອິດຊະນະ 2-0 ແລະ ນັດທີ 2 ຊະນະ 4-2 ໃນການແຂ່ງຂັນບານເຕະ ຢູຟາ ເນຊັນລີກ.