ບໍລິສັດໂຄຄາ – ໂຄລາ ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງຫຼວງນໍ້າທາ ມູນຄ່າ 11 ລ້ານກວ່າກີບ

290

ເພື່ອເປັນການສືບຕໍ່ປະກອບສ່ວນທືນຮອນເຂົ້າໃນວຽກງານຕ້ານ, ສະກັດກັ້ນ ການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງຫຼວງນໍ້າທາ ມາໃນວັນທີ 16 ມິຖຸນາ 2021 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ບໍລິສັດໂຄຄາ-ໂຄລາ ໄດ້ນໍາເອົາ ນໍ້າດື່ມ 250 ແພັກ,ນໍ້າອັດລົມ 200 ແພັກ, ລວມມູນຄ່າ 11 ລ້ານ 9 ແສນ 50 ພັນກີບ ມອບໃຫ້ແຂວງຫຼວງນໍ້າທາ ເພື່ອປະກອບ
ສ່ວນເຂົ້າໃນວຽກງານຕ້ານ,ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ກ່າວມອບໂດຍທ່ານ ນາງ ກຸຫຼາບ ລີວ, ເຈົ້າຂອງບໍລິສັດກຸຫຼາບ ຕົວແທນຈຳໜ່າຍແຂວງຫຼວງນໍ້າທາ ແລະ ກ່າວຮັບ ໂດຍ ທ່ານ ຄຳເພັດ ຈັນທະວົງ ກຳມະການພັກແຂວງ,ຫົວໜ້າຫ້ອງວ່າການແຂວງຫຼວງນໍ້າທາ.


ໂອກາດດັ່ງກ່າວ ທ່ານ ຄຳເພັດ ຈັນທະວົງ ໄດ້ສະແດງຄວາມຂອບໃຈມາຍັງທາງ ບໍລິສັດໂຄຄາ – ໂຄລາ ທີ່ມີຄວາມເປັນຫ່ວງເປັນໄຍເຫັນໄດ້ຄວາມສໍາຄັນ ທີ່ໄດ້ປະກອບສ່ວນວັດຖຸປັດໃຈເຂົ້າໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ພະຍາດໂຄວິດ-19 ຢູ່ພາຍໃນແຂວງຫຼວງນໍ້າທາ ແລະ ທ່ານ ກໍ່ໄດ້ອອຍພອນໃຫ້ປະທານບໍລິສັດ ພ້ອມດ້ວຍຄະນະຈົ່ງມີແຕ່ສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໝ້າທີ່ວຽກງານທຸກປະການ.