ພາສ່ອງໜຶ່ງຫນຸ່ມຫລໍ່ ເຈົ້າສະເໜ່ ໂກວິດ ມຸ່ຍອຸດົມເດດ ໃນເວທີ Mister International Laos

855

ພາສ່ອງອີກຫນຶ່ງຫນຸ່ມ ໂກວິດ ມຸ່ຍອຸດົມເດດ ຫລື ເເບ້ງ MRL054 ຈາກເວທີ Mister International Laos 2021 ມາລຸ້ນ ແລະ ເຊຍໃຫ້ກໍາລັງໃຈນໍາກັນ ເພື່ອໃຫ້ຫນຸ່ມຄົນນີ້ ເຂົ້າເຖິງຮອບ 20 ຄົນ ປັດຈຸບັນອາຍຸ 27ປີ ມີວຽກເຮັດງານທຳເປັນທີ່ຮຽບຮ້ອຍແລ້ວ.

ຫນຸ່ມແບ້ງ ເຄີຍຜ່ານການປະກວດ ມາເຖິງ 2ເວທີດ້ວຍກັນ ໃນປີ 2015 ເວທີ LSM ແມ່ນໄດ້ເຂົ້າເຖິງໜຶ່ງໃນ 10 ຄົນສຸດທ້າຍຈາກເວທີນັ້ນ ແລະ ໃນປີ 2016 ຕໍ່ມາ ກໍໄດ້ເຂົ້າຮ່ວມປະກວດຂວັນໃຈສາວໆ ຂອງວາລະສານຂວັນໃຈ ບໍ່ພຽງແຕ່ເທົ່ານັ້ນ ໃນປີ 2017 ແມ່ນໄດ້ຖ່າຍແບບ ສາມສິບໜຸ່ມ ຮ໋ອດວຽງຈັນ ຖືໄດ້ວ່າມີປະສົບການໃນວົງການບັນເທີງບໍ່ຫນ້ອຍເລີຍ.

ແບ້ງ ເວົ້າວ່າ ສິ່ງຫນຶ່ງທີ່ເຮັດໃຫ້ຢາກເຂົ້າຮ່ວມ ໃນການປະກວດຄັ້ງນີ້ ແມ່ນຢາກໃຫ້ຮູ້ວ່າ ຄົນລາວເຮົາກໍເປັນປະເທດທີ່ບໍ່ນ້ອຍຫນ້າມີຄວາມຮູ້ ຄວາມສາມາດ ທາງດ້ານການການສະເເດງອອກເຫມືອນດັ່ງຫລາຍໆປະເທດເຊັ່ນກັນ ນັ້ນເປັນເຫດຜົນທີ່ເຂົ້າຮ່ວມປະກວດ ເພື່ອສື່ໃຫ້ສາກົນ ຫລື ຕ່າງປະເທດໄດ້ເຫັນ ໃນຄວາມສາມາດ ແລະ ວັດທະນະທຳອັນດີງາມຕ່າງໆປະເທດເຮົາ.

ສິ່ງທີ່ເປັນຈຸດເດັ່ນທີ່ ແບ້ງມີ ຄິດວ່າ ຈະແມ່ນການກ້າສະເເດງອອກ ເເລະ ຄວາມມີອັດທະຍາໃສທີ່ດີເປັນມິດ ເຂົ້າກັບຄົນໄດ້ງ່າຍ  ແລະ ສິ່ງດັ່ງກ່າວນີ້ ແບ້ງຄິດວ່າຈະສາມາດເອົາຊະນະໃຈທຸກຄົນ ແລະ ຄະນະກໍາມະການໄດ້ ແລະ ກໍມີຄຳຄົມປະຈຳໃຈຢູ່ວ່າ “ ບໍ່ມີຫຍັງທີ່ເຮັດບໍ່ໄດ້ ”

ສໍາລັບການກຽມຕົວ ກ່ອນເຂົ້າປະກວດ ແມ່ນກຽມທຸກຢ່າງເທົ່າທີ່ເຮັດໄດ້ເຊັ່ນ ການເດີນແບບ ການໂພສທ່າຕ່າງໆ ພ້ອມກັບການມີຄວາມຫມັ້ນໃຈ ທີ່ເປັນສີ່ງສໍາຄັນໃນການເຂົ້າຮ່ວມປະກວດບໍ່ວ່າເວທີໃດກໍຕາມ ເພາະການກ້າສະແດງອອກ ຫມັ້ນໃຈ ຈະເປັນສິ່ງທີ່ສື່ເຖິງຜູ້ຊົມ ໃຫ້ເຊື່ອໃຫ້ສິ່ງທີ່ເຮົາກໍາລັງເຮັດຢູ່ໄດ້ ສ່ວນໃຫຍ່ກິດຈະກໍາຍາມວ່າງ ແມ່ນມັກການເດີນທາງ ເເລະ ການທ່ອງທ່ຽວ ໃນເຊີງທໍາມະຊາດ, ການຜະຈົນໄພ, ການເເຂ່ງຂັນກິລາ ແລະ ຫລີ້ນກິລາຫລາຍປະເພດ ສຸດທ້າຍນີ້ ກໍຂໍຝາກຕິດຕາມ ການເຄື່ອນໄຫວ ແລະ ຜົນງານຕ່າງໆ ຂອງແບ້ງໄດ້ ຜ່ານທາງ ເຟສບຸກ Bank oudomdeth ແລະ IG Bank_oudomdeth.