ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລົງຢ້ຽມຢາມໂຮງງານຕັດຫຍິບ ທຣີໂອ ແລະ ໂຮງງານຕຣີມາກ

561

ໃນຕອນເຊົ້າວັນທີ 16 ມິຖຸນາ 2021 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຮງງານຕັດຫຍິບທຣີໂອ ບ້ານສີເກີດ ເມືອງນາຊາຍທອງ ແລະ ໂຮງງານຕັດຫຍິບຕຣີມາກ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.


ທ່ານ ຊົມພູ ອຸດົມພອນ ຕາງໜ້າອຳນວຍການ ບໍລິສັດທຣີໂອ (ລາວ) ເອັກສປອດ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງງານຕັດຫຍິບທຣີໂອ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1995 ເປັນການລົງທຶນຂອງຕ່າງປະເທດ 100% ປັດຈຸບັນ ມີພະນັກງານທັງໝົດ 2.789 ຄົນ, ວິຊາການຕ່າງປະເທດ 16 ຄົນ, ການຜະລິດຕົ້ນຕໍແມ່ນເຄື່ອງນຸ່ງຫົ່ມທຸກຊະນິດ. ໃນ 1 ເດືອນສາມາດຜະລິດໄດ້ 2 ແສນກວ່າຜືນ ມູນຄ່າການສົ່ງອອກຄິດເປັນເງິນກີບປະມານ 27,5 ຕື້ກີບຂຶ້ນໄປ. ສ່ວນວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທາງໂຮງງານໄດ້ປະຕິບັດຕາມຄໍາສັ່ງຂອງຄະນະສະ ເພາະກິດວາງອອກ ໂດຍໄດ້ຕັ້ງຄະນະສະເພາະກິດຂຶ້ນ 11 ຄົນ ເພື່ອຕິດຕາມຄົນເຂົ້າ-ອອກ ຢ່າງເຂັ້ມງວດເປັນປົກກະຕິ, ມີການວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ, ໃຊ້ເຈວລ້າງມື, ສະບູ, ຜ້າອັດປາກ-ອັດດັງ, ຮັກສາໄລຍະຫ່າງ, ປັດຈຸບັນພະນັກງານໄດ້ສັກວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມແລ້ວ 598 ຄົນ, ສັກເຂັມທີ 1 ມີ 133 ຄົນ ແລະ ຈະຮັບວັກຊິນອີກ 1.633 ຄົນ.


ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ໂຮງງານດັ່ງກ່າວ ເພີ່ມຄວາມເອົາ ໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ ເນື່ອງຈາກວ່າປັດຈຸບັນ ກຸ່ມຜູ້ຕິດເຊື້ອບໍ່ສະແດງອາການ. ສະນັ້ນ, ການຮັກສາໄລຍະຫ່າງເປັນສິ່ງສຳຄັນ ທີ່ບໍ່ຄວນຖືເບົາ, ວັດແທກອຸນຫະພູມ, ໃຊ້ຜ້າອັດປາກ-ອັດດັງ ແລະ ໃຊ້ເຈວລ້າງມື.


ຈາກນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມ ແລະຊຸກຍູ້ການຜະລິດໂຮງງານຕັດຫຍິບຕຣີມາກ ຈຳກັດ ຢູ່ບ້ານນາແຮ່, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ແລະ ໄດ້ຮັບຟັງການລາຍງານຈາກ ທ່ານ ນາງ ມຸກດາ ແກ້ວສຸດທິພົນ ຜູ້ຈັດການຝ່າຍບໍລິຫານ ໂຮງງານຕັດຫຍິບຕຣີມາກ ຈຳກັດ ວ່າ: ໂຮງງານດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 4 ກຸມພາ 1994 ເປັນການລົງທຶນຂອງຕ່າງປະ ເທດ 100%, ປັດຈຸບັນມີພະນັກງານທັງໝົດ 705 ຄົນ, ຍິງ 596 ຄົນ, ຄົນຕ່າງປະເທດ 27 ຄົນ ໂດຍເສື້ອຜ້າທີ່ຜະລິດແມ່ນສົ່ງອອກໄປຕ່າງປະເທດ. ສ່ວນມາດຕະການຕ້ານ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ປັດຈຸບັນ ພະນັກງານໄດ້ຮັບວັກຊິນແລ້ວ 96% ແຕ່ລະວັນ ໄດ້ມີການວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ, ໃສ່ຜ້າອັດປາກ-ອັດດັງ, ໃຊ້ສະບູ, ເຈວລ້າງມື ແລະ ຮັກສາໄລຍະຫ່າງຕາມຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລົງຢ້ຽມຢາມໂຮງງານຕັດຫຍິບ ທຣີໂອ ແລະ ໂຮງງານຕຣີມາກ
ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການຜະລິດທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຕາມຄຳສັ່ງ, ຄຳແນະນຳ ຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເຮັດໃຫ້ບໍລິສັດມີຄວາມສະຫງົບປອດໄພ ຫ່າງໄກຈາກພະຍາດໂຄວິດ-19.