ພູຄູນ ເຮືອນເປັນຫຼັງຖືກເຊາະເຈື່ອນໄປກັບດິນ, ເສັ້ນທາງຖືກຕັດຂາດ

1058

ຈາກສະພາບຝົນຕົກໜັກໃນວັນທີ 12-14 ຜ່ານມາ ເມືອງພູຄູນທີ່ຢູ່ຈອມພູສູງເຖິງຈະບໍໄດ້ຮັບຜົນກະທົບນາງນ້ຳໜັກ ແຕ່ກໍ່ພົບບັນຫາດິນເຊາະເຈື່ອນ ເຮັດໃຫ້ເຮືອນຊານຂອງປະຊາຊົນເສຍຫາຍ, ເສັ້ນທາງຫຼາຍຕຸດຖືກຕັດຂາດ ຍ້ອນຝົນຕົກແລ້ວເຮັດໃຫ້ດິນຫຼົມ ນີ້ເປັນບັນທີ່ທ້າທາຍໜຶ່ງຂອງເມືອງພູຄູນທີ່ມັກເກີດຂຶ້ນທຸກປີ.

ວັນທີ 15 ມີຖຸນາ 2021 ນີ້ ທ່ານ ທອງຈັນ ແພງຈັນທີ ເຈົ້າເມືອງພູຄູນ ພ້ອມດ້ວຍທິມງານຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງຕິດຕາມຜົນກະທົບຈາກໄພພິບັດທາງທຳມະຊາດ ແຕ່ບ້ານສາມແຍກ ຫາ ບ້ານພູວຽງນ້ອຍ ແລະແຕ່ບ້ານລ້ອງໝ້ຽງ ຫາ ບ້ານວຽງຄຳ ເນື່ອງຈາກ ນັບແຕ່ວັນທີ 12-14 ມິຖຸນາ ໄດ້ເກີດມີຝົນຕົກໜັກ ຕິດຕໍ່ກັນເປັນເວລາຫລາຍວັນ ພ້ອມມີລົມພັດແຮງ ເຮັດໃຫ້ເກີດມີດິນເຊາະເຈື່ອນ, ດິນຍຸບ ຕັນເສັ້ນທາງ-ຮອງລະບາຍນໍ້າ ຕາມເສັ້ນທາງຫລວງແຫ່ງຊາດ, ທາງຫລວງຂອງແຂວງ ແລະເສັ້ນທາງຊົນນະບົດຂອງເມືອງ, ເຮືອນຂອງປະຊາຊົນຖືກເຊາະເຈື່ອນ, ພຶ້ນທີນາຖືກນໍ້າຖ້ວມ.

ຈາກຜົນກະທົບໃນຄັ້ງນີ໊ ທ່ານເຈົ້າເມືອງ ໄດ້ແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງສົມທົບພະນັກງານປະຈຳບ້ານ ກວດກາຄວາມເສຍຫາຍ ເພື່ອລາຍງານຕໍ່ຂັ້ນເທິ່ງ, ການລົງຕິດຕາມຄັ້ງນີ້ ທິມງານໄດ້ເຮັດເຄື່ອງໝາຍເຕືອນຂອບເຂດທີມີເສັ້ນທາງຍຸບ ເພື່ອໃຫ້ຜູ້ສັນຈອນໄປມາໄດ້ເບິ່ງເຫັນ ແລະປ້ອງກັນການເກີດອຸບັດຕິເຫດ ເສັ້ນທາງແຕ່ລະເສັ້ນ ໄດ້ມີການແກ້ໄຂສຸກເສີນ ໃຫ້ໄດ້ທຽວໄປມາເປັນປົກກະຕິ ເພື່ອໃຫ້ປະຊາຊົນໄດ້ນຳເອົາສິນຄ້າອອກຈຳຫນ່າຍສູ່ທ້ອງຕະຫລາດໄດ້.

ໃນນັ້ນ ສະເພາະເສັ້ນທາງຫລວງຂອງແຂວງ ເລກທີ 2507 ແມ່ນບໍລິສັດ ລັດວິສາຫະກິດຂົວທາງເລກ I ຫຼວງພະບາງ ຈະເປັນຜູ້ແກ້ໄຂໄພພິບັດສຸກເສີນ, ສ່ວນເສັ້ນທາງຫຼວງແຫ່ງຊາດເລກ 7 ແມ່ນບໍລິສັດ ຖິ່ນທອງ ກໍ່ສ້າງຂົວທາງ ຈໍາກັດ ຈະເປັນຜູ້ແກ້ໄຂໄພພິບັດສຸກເສີນ.

ສຳລັບເຮືອນຂອງປະຊາຊົນທີ່ຖືກເຊາະເຈື່ອນ ການນຳຂອງເມືອງໄດ້ຍົກຍ້າຍໄປຢູ່ຈຸດທີມີຄວາມປອດໄພ, ໂອກາດນີ້ ທ່ານເຈົ້າເມືອງໄດ້ແນະນຳໃຫ້ການຈັດຕັ້ງບ້ານທຸກພາກສ່ວນ ຈົ່ງແນະນຳໃຫ້ປະຊາຊົນ ທີ່ໄປທຳການຜະລິດ ຈົ່ງມີສະຕິລະວັງຕົວຕໍ່ໄພພິບັດທາງທຳມະຊາດ ເປັນຕົ້ນ: ດິນເຈື່ອນ, ນໍ້າປ່າໄຫລສຸກະທັນຫັນ ແລະ ພ້ອມກັນອອກແຮງງານລວມຂອງບ້ານ ເພື່ອອະນາໄມຮອງລະບາຍນໍ້າ, ມີການແບ່ງຜຽນຍາມແຕ່ລະວັນ ເພື່ອຕິດຕາມເຝົ້າລະວັງ ກໍລະນີເກີດມີໄພພິບັດທີຮ້າຍແຮງ ໃຫ້ຮີບຮ້ອນລາຍງານຄະນະກຳມະການຂັ້ນເມືອງໂດຍດ່ວນ ເພື່ອຫາທາງແກ້ໄຂໃຫ້ທ່ວງທັນກັບເວລາ, ສ່ວນມູນຄ່າຄວາມເສຍຫາຍ ຄະນະຮັບຜິດຊອບ ພວມເກັບກຳຂ້ມູນຕົວຈີງ.

ຂ່າວ ໄລວັນ ໄຕຍະມາດ ນັກຂ່າວເມືອງພູຄູນ