ອາການໜ້າມືດ ຕາມົວ ຄ່ອຍໆດຳມືດຈົນເບິ່ງຫຍັງກໍບໍ່ເຫັນ ເຫື່ອອອກ ມືເຢັນ ໃຈເຕັ້ນຖີ່ ບໍ່ມີແຮງ ໄປຈົນເຖິງເປັນລົມລົ້ມລົງບໍ່ໄດ້ສະຕິ ອາການເຫຼົ່ານີ້ມີສາເຫດຂອງອາການແຕກຕ່າງກັນ ແຕ່ທີ່ພົບເຫັນໄດ້ມີຢູ່ 4 ສາເຫດດັ່ງນີ້:
1 ເປັນລົມທຳມະດາ
ເປັນສາເຫດທີ່ພົບໄດ້ຫຼາຍທີ່ສຸດເກີດຈາກຮ່າງກາຍອ່ອນແອ ຫາກໍຟື້ນໄຂ້ ອົດນອນ ຫິວເຂົ້າ ຫິວນ້ຳ ອົດອາຫານ ຢູ່ໃນທີ່ຮ້ອນອົບເອົ້າ ຫຼື ແອອັດ ໄປຈົນເຖິງຈິດໃຈອ່ອນແອ ເຊັ່ນ: ຄຽດ, ວິຕົກກັງວົນ, ໃຈຮ້າຍ ຫຼື ຢ້ານກົວ.
ອາການທີ່ພົບ: ຫົວໃຈເຕັ້ນຊ້າລົງ ຄວາມດັນເລືອດຕົກ ຄົນເຈັບບໍ່ມີສະຕິໃນໄລຍະສັ້ນໆ ເມື່ອໄດ້ນອນໃນບ່ອນຮາບພຽງຈະຄ່ອຍໆຟື້ນ ພາຍໃນ 5 – 10 ນາທີ ແຕ່ອາດຈະຍັງມຶນງົງ ອ່ອນເພຍ ປຸ້ນທ້ອງ ບໍ່ມີແຮງ 1 – 2 ຊົ່ວໂມງ ຫຼື ດົນກວ່ານີ້ເລັກໜ້ອຍ.
ການປ້ອງກັນ: ຮັກສາສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ແຂງແຮງຢູ່ສະເໝີ ບໍ່ຢູ່ບ່ອນທີ່ຮ້ອນອົບເອົ້າ ບໍ່ອົດເຂົ້າອົດນ້ຳ ຫຼື ອົດຫຼັບອົດນອນ ຖ້າຫາກມີອາການມຶນຫົວ ຫົວໃຈສັ່ນ ໃຈເຕັ້ນໄວ ເຫື່ອແຕກ ມືເຢັນ ໃຫ້ຮີບຫາບ່ອນນັ່ງພັກ ຫຼື ນອນຮາບ ກ່ອນທີ່ຈະເປັນລົມຈົນໝົດສະຕິ ເພາະຈະຟື້ນຕົວໄວກວ່າຫຼາຍ.
2 ເປັນລົມເພາະເບັ່ງ
ອາການທີ່ພົບ: ໜ້າມືດ ເປັນລົມ ເພາະກັ້ນຫາຍໃຈ ແລະ ເບັ່ງຫຼາຍເກີນໄປ ເຊັ່ນ: ເບັ່ງຖ່າຍໜັກເມື່ອທ້ອງຜູກຫຼາຍໆ, ຍົກເຄື່ງໜັກໆ ຫຼື ຍູ້/ດັນເຄື່ອງໜັກໆ ຫ້ເຄື່ອນທີ່ ການເບັ່ງເຮັດໃຫ້ເລືອດເຂົ້າສູ່ຫົວໃຈໜ້ອຍລົງ ເພາະຕ້ອງກັ້ນຫາຍໃຈແລ້ວເບັ່ງ ເຮັດໃຫ້ຫົວໃຈສູບສີດເລືອດໄປລ້ຽງຮ່າງກາຍ ແລະ ສະໝອງໜ້ອຍລົງ.
ການປ້ອງກັນ: ບໍ່ຄວນເບັ່ງຢ່າງຮຸນແຮງ.
3 ເປັນລົມເພາະໄອ
ອາການທີ່ພົບ: ໜ້າມືດ ຫຼື ເປັນລົມເພາະໄອຕິດຕໍ່ກັນດົນໆ ເຊັ່ນ: ຄົນເປັນພະຍາດໄອໂກນ ( ພົບຫຼາຍໃນເດັກ ), ພະຍາດຫຼອດລົມອັກເສບຊ້ຳເຮື້ອ ຫຼື ພະຍາດຖົງລົມພອງ ທີ່ມາຈາກການສູບຢາ ໂດຍອາການໄອໜັກໆ ຕິດໆກັນ ເຮັດໃຫ້ຕ້ອງກັ້ນຫາຍໃຈ ແລະ ຫົວໃຈສູບສີດເລືອດໄປລ້ຽງຮ່າງກາຍ ແລະ ສະໝອງບໍ່ພຽງພໍ ເຊັ່ນດຽວກັນກັບການເບັ່ງ.
ການປ້ອງກັນ: ຢ່າໄອຢ່າງຮຸນແຮງ ຫຼື ໄອຕິດໆກັນ ຫາກເປັນພະຍາດທີ່ມີອາການໄອ ຄວນຮີບປຶກສາແພດ.
4 ເປັນລົມເພາະຫົວໃຈ
ອາການທີ່ພົບ: ຫົວໃຈເຮັດວຽກຜິດປົກກະຕິ ເຊັ່ນ: ຫົວໃຈເຕັ້ນຜິດປົກກະຕິ, ຫົວໃຈຢຸດເຕັ້ນ, ຫົວໃຈເຕັ້ນຊ້າກວ່າປົກກະຕິ ຫຼື ຫົວໃຈເຕັ້ນໄວເກີນໄປ ລວມໄປເຖິງຄວາມຜິດປົກກະຕິຂອງຫົວໃຈອື່ນໆ ເຊັ່ນ: ລີ້ນຫົວໃຈຕີບ, ກ້າມຊີ້ນຫົວໃຈຕາຍ, ຫົວໃຈຖືກບີບອັດ, ຫຼອດເລືອດປອດຖືກຕັນ.
ການປ້ອງກັນ: ຮັກສາພະຍາດຫົວໃຈທີ່ເປັນຢູ່ໃຫ້ອາການດີຂຶ້ນ.
5 ເປັນລົມເພາະສະໝອງ ຫຼື ລະບົບປະສາດ
ອາການທີ່ພົບ: ເປັນໜຶ່ງໃນອາການຂອງພະຍາດປະຈຳຕົວທີ່ກ່ຽວຂ້ອງກັບລະບົບປະສາດ ເຊັ່ນ: ພະຍາດຫຼອດເລືອດສະໝອງ, ພະຍາດລົມຊັກແຕ່ພົບອາການເປັນລົມໄດ້ພຽງສ່ວນໜ້ອຍ.
ການປ້ອງກັນ: ຮັກສາພະຍາດປະຈຳຕົວທີ່ກ່ຽວກັບລະບົບປະສາດໃຫ້ດີ.