ຫຼໍ່ແທ້ໂອ້ ບ່າວຫຼວງພະບາງ ອ່ອນຄຳ ແກ້ວມະນີ ຜູ້ເຂົ້າປະກວດເວທີ Mister International Laos 2021

534

ເວທີຜ່ານມາໄດ້ເປັນຮອງ ແຕ່ມັນຄືບົດຮຽນ ຫຼື ການກັບມາເທື່ອນີ້ຈະເອົາຕຳແໜ່ງ Mister International Laos 2021 ໄປຄອງ ສົ່ງກຳລັງໃຈໃຫ້ໜຸ່ມຫຼໍ່ MRL020 ອ່ອນຄຳ ແກ້ວມະນີ ຫຼື ຕະ ເພື່ອໃຫ້ໄດ້ເຂົ້າເຖິງຮອບ 20 ຄົນ ປັດຈຸບັນ ຕະ ອາຍຸ 27 ປີ ຈາກແຂວງ ຫຼວງພະບາງ ຍັງຮຽນ ແລະ ເຮັດວຽກໄປພ້ອມ.

May be an image of 1 person, standing and mountain

ໜຸ່ມຕະ ໄດ້ໃຫ້ສຳພາດວ່າ: ເຄີຍປະກວດເວທີ Mister power Man Laos ໄດ້ຮອງອຳດັບ 2 ແລະ ໄດ້ລາງວັນສະແດງຄວາມສາມາດພິເສດ ເຊິ່ງຈາກເວທີນັ້ນເອງກໍໄດ້ປະສົບການຫຼາຍຢ່າງ ຈາກທີ່ເປັນຄົນບໍ່ກ້າເວົ້າເປັນຄົນຂີ້ອາຍ ບໍ່ກ້າສະແດງອອກ ໄດ້ປ່ຽນເຮັດໃຫ້ເຮົາກ້າເວົ້າກ້າສະແດງອອກ ແລະ ຍັງໄດ້ໄປຊ່ວຍເຫຼືອຄົນທຸກຍາກອີກດ້ວຍ ແລະ ເວທີນີ້ເປັນອີກເວທີໜຶ່ງທີ່ເຮັດໃຫ້ຕົນເອງໄດ້ຮູ້ຈັກໝູ່ຄູ່ຫຼາຍຄົນ ຢາກຈະໃຊ້ໂອກາດນີ້ຊ່ວຍເຫຼືອຄົນລາວດ້ວຍກັນ.

May be an image of 3 people, people standing and indoor

ສ່ວນຄວາມໃຝ່ຝັນຂອງຕົນກ່ຽວກັບເວທີ Mister international Laos 2021 ຕະເອງຢາກເຂົ້າຮ່ວມ ບໍ່ຢາກໃຫ້ອາຍຸຈະກາຍໄປໂດຍບໍ່ໄດ້ເຮັດຫຍັງ ຈຶ່ງຢາກມາປະກວດອີກຄັ້ງ ເພາະເຮົາຈະບໍ່ຢຸດການຮຽນຮູ້ ແລະ ເອົາປະສົບການ ບວກກັບຕົນເອງມັກໃນວົງການບັນເທີງຢູ່ແລ້ວ ຈຶ່ງໄດ້ຕັດສິນໃຈເຂົ້າປະກວດອີກຄັ້ງ.

May be an image of 1 person, nature, tree and waterfall

ສໍາລັບຄຳຄົມ ແລະ ຄະຕິປະຈຳໃຈທີ່ໃຊ້ກັບຕົນເອງມາໂດຍຕະຫຼອດ ກໍຄື “ ຊີວິດເຮົາຜ່ານມາເທົ່າໃດເຮົາຮູ້ ແຕ່ເຫຼືອເທົ່າໃດບໍ່ຮູ້ ໃຊ້ເວລາທີ່ເຫຼືອຢູ່ໃຫ້ກຸ້ມຄ່າ ແລະ ເກີດປະໂຫຍດໃຫ້ຫຼາຍສຸດ ” ຖ້າໄດ້ເປັນຕົວແທນຂອງປະເທດລາວໃນເວທີສາກົນ ສິ່ງທີ່ຢາກສະແດງກໍຄື ຮີດເຜົ່າກຶມມຸຂອງຕົນເອງ ເພາະຕະເປັນຄົນຊົນເຜົ່າກຶມມຸ  ຈະສະແດງຫຍັງນັ້ນຝາກໃຫ້ທຸກຄົນຕິດຕາມເດີ ຮັບຮອງວ່າເດັດແນ່ນອນ.

May be an image of 1 person, standing and sunglasses

ສິ່ງທີ່ຄິດວ່າເປັນຈຸດເດັ່ນຂອງຕົນເອງທີ່ຈະສາມາດເອົາຊະນະໃຈຄະນະກຳມະການ ແລະ ໄດ້ຕຳແໜ່ງກໍຄືດຶງເອົາ ຄວາມເປັນຕົວເອງອອກມາ ແລະ ຄວາມໝັ້ນໃຈ ແຕ່ສິ່ງສຳຄັນທີ່ສຸດເລີຍຄືຈະບໍ່ເຮັດຕົວຄືນ້ຳເຕັມແກ້ວ ຕ້ອງພໍດີພໍເໝາະ ແລະ ຕ້ອງມີໄຫວພິບໃນການຕອບຄຳຖາມທີ່ກຳມະການຈະຖາມໃຫ້ໄດ້ດີ ແລະ ໃນການກຽມຕົວ ສໍາລັບການປະກວດຕ້ອງກຽມພ້ອມການເດີນແບບ ແລະ ກຽມທາງດ້ານຄວາມສາມາດພິເສດ ເພື່ອທີ່ຈະສະແດງໃຫ້ຄະນະກໍາມະການ ແລະ ທຸກໆຄົນໄດ້ເຫັນໃຫ້ມີຄວາມປະທັບໃຈ.

ສໍາລັບຕະແລ້ວ ກິດຈະກຳຍາມວ່າງສ່ວນຫຼາຍແມ່ນຈະອະນາໄມເຮືອນ, ຖາງຫຍ້າ, ປັດກວາດບໍລິເວນອ້ອມຮອບເຮືອນ, ຈັດແຕ່ງຕົ້ນໄມ້ດອກໄມ້ ແລະ ປູກຜັກໄວ້ກິນ ເພາະປອດສານເຄມີ ແລະ ດີຕໍ່ສຸຂະພາບ ສຸດທ້າຍຂໍຝາກທຸກຄົນຕິດຕາມ ຝາກເຊຍໃຫ້ກຳລັງໃຈບ່າວຫຼວງພະບາງຄົນນີ້ແດ່ໂອ ຂໍຂອບໃຈຫຼາຍໆ.

May be an image of 1 person, standing, outdoors and tree

ທຸກຄົນສາມາດໂຫວດ ແລະ ເຊຍເພື່ອເປັນກໍາລັງໃຈໃຫ້ໜຸ່ມຕະໄດ້ ຜ່ານທາງເຟສບຸ໊ກສ່ວນຕົວ Linta Keomany ແລະ ເພຈ໌ຂອງ Mister Laos Mister International Laos.

ຮູບ: Linta Keomany