ຫຼວງພະບາງ ປັບປຸງ ແລະ ຂະຫຍາຍເສັ້ນທາງພາຍໃນເທດສະບານ ນະຄອນໃຫ້ກວ້າງຂຶ້ນ

406

ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ໂຄງການປັບປຸງ ແລະຂະຫຍາຍເສັ້ນທາງ ພາຍໃນເທດສະບານນະຄອນ ຫຼວງພະບາງ ແມ່ນໄດ້ນຳສະເໜີກະຊວງ ກ່ອນຈະໄດ້ຮັບການອະນຸມັດ ໃນການຈັດຕັ້ງປະຕິບັດໃນປີ 2021 ນີ້.

ໃນນັ້ນ ມີເສັ້ນທາງແຕ່ບ້ານນາສໍາພັນ ຫາບ້ານຂົວທີ່ໜື່ງ ໄລຍະທາງ 1.800 ແມັດ ໂດຍນຳໃຊ້ງົບປະມານທັງ ໝົດ 16 ຕື້ກວ່າກີບ ໂດຍໄດ້ຂະຫຍາຍຄວາມກວ້າງບາງເຂດຈາກ 7 ແມັດເປັນ 14 ແມັດ ແລະບາງເຂດແມ່ນຈາກ 7 ແມັດເປັນ 10-11 ແມັດ.ປັດຈຸບັນໄດ້ສໍາເລັດໜ້າວຽກເປັນສ່ວນໃຫຍ່ ຍັງພຽງວຽກລະອຽດບາງຈຸດ.

ສ່ວນເສັ້ນທາງແຕ່ສາມແຍກອະນຸສາວະລີ ປະທານໄກສອນພົມວິຫານ ຫາ ສົ້ນຂົວນ້ຳດົງ ໄດ້ຂະຫຍາຍໜ້າທາງຈາກ 7 ແມັດ ເປັນ 11-12 ແມັດ ແລະຈະມີການກສ້າງທາງຍ່າງ ທັງສອງເບື້ອງ ແຕ່ສາມແຍກອານຸສາວະລີປະທານໄກສອນພົມວິຫານ ໄປຫາຕະຫຼາດໂພສີ.ນອກນັ້ນແມ່ນຈະມີການຂະຫຍາຍແຕ່ໜ້າທາງ ແລະ ສ້ອມແປງຮ່ອງລະບາຍນ້ຳ, ມູນຄ່າການກໍ່ສ້າງສ້ອມແປງ 6 ຕື້ກ່ວາກີບ ໂດຍນໍາໃຊ້ກອງທຶນທາງ ບ້ວງສ້ອມແປງທາງຫຼວງແຫ່ງຊາດ ແລະເງີນເກີນແຜນ 40% ຂອງແຂວງ.

ປັດຈຸບັນພວມດຳເນີນການກໍ່ສ້າງ ໂດຍໄດ້ສຳເລັດການຍົກຍ້າຍສີ່ງກີດຂວາງ ແລະພວມດຳເນີນການກໍ່ສ້າງຮ່ອງລະບາຍນ້ຳຂ້າງທາງ ຢູ່ບາງຈຸດ.

ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ກ່າວຕື່ມວ່າ: ສຳລັບເສັ້ນ ທາງແຕ່ສາມແຍກອະນຸສາວະລີ ປະທານໄກສອນພົມວິຫານ ຫາ ສົ້ນຂົວນ້ຳດົງ ບາງຈຸດອາດຈະດຳເນີນໄປຕາມແຜນການ ແຕ່ບາງຈຸດອາດຈະມີການປັບປ່ຽນເລັກ ນ້ອຍ ໂດຍສະເພາະແມ່ນຈຸດທີ່ມີເສົາໄຟຟ້າ ເນື່ອງຈາກບໍ່ມີງົບປະມານໃນການຍົກຍ້າຍເສົາ ສ່ວນການປະຕິບັດວຽກງານຕົວຈິງ ຈະເລັ່ງໃຫ້ສຳເລັດຕາມແຜນການ ພາຍໃນ 5 ເດືອນ.


ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະ ແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ກ່າວຕື່ມວ່າ: ໃນຫວ່າງບໍ່ດົນຜ່ານມານີ້ ຢູ່ແຂວງຫຼວງພະບາງໄດ້ມີການກສ້າງ ແລະສ້ອມແປງເສັ້ນທາງແຕ່ສົ້ນຂົວນໍ້າຄານເຂດບ້ານເມືອງງາ ຫາ ສວນສາທາລະນະລ້ານຊ້າງ ໄລຍະທາງປະມານ 200 ແມັດ ຂະຫຍາຍຄວາມກວ້າງຈາກ 7 ເປັນ 12-14 ແມັດ ລວມທັງເສັ້ນທາງ 13 ເໜືອ ໂດຍແມ່ນໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເພື່ອເຮັດໃຫ້ການສັນຈອນມີຄວາມສະດວກ.

ຂ່າວພາບ: ອາພຸດເດດ ບຸບຜາ